ທ່ານ ໂດໂນ ທຣໍາ ປົດນັກຄົ້ນຄວ້າປະເມີນການປ່ຽນແປງດິນຟ້າອາກາດ

ທ່ານ ໂດໂນ ທຣໍາ ປົດນັກຄົ້ນຄວ້າປະເມີນການປ່ຽນແປງດິນຟ້າອາກາດ

ທ່ານ ໂດໂນ ທຣໍາ ປົດນັກຄົ້ນຄວ້າປະເມີນການປ່ຽນແປງດິນຟ້າອາກາດ
ຂ່າວຕ່າງປະເທດລາຍງານວ່າ: ຫວ່າງບໍ່ດົນມານີ້, ສື່ມວນຊົນຂອງສະຫະລັດ ອາເມຣິກາ ລາຍງານວ່າ: ລັດຖະບານຂອງທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ປົດກຸ່ມນັກວິທະຍາສາດ ແລະນັກຄົ້ນຄວ້າທີ່ເຮັດວຽກກ່ຽວກັບການປະເມີນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ

 

 ໃນໂຄງການປະເມີນສະພາບອາກາດແຫ່ງຊາດ (National Climate Assessment) ຂອງລັດຖະບານກາງ. ໂດຍອ້າງເຖິງຄວາມຈຳເປັນຂອງການປະເມີນຜົນໃໝ່.

ບົດລາຍງານລະບຸວ່າ: ກຸ່ມນັກຄົ້ນຄວ້າຂອງການປະເມີນສະພາບອາກາດແຫ່ງຊາດຄັ້ງທີ 6 ໄດ້ຮັບອີເມລໃນວັນ28 ເມສາ ຜ່ານມາຊຶ່ງລະບຸວ່າ: ປັດຈຸບັນຂອບເຂດການປະເມີນດັ່ງກ່າວຢູ່ໃນລະຫວ່າງການປະເມີນຄືນໃໝ່ພາຍໃຕ້ກົດໝາຍວ່າດ້ວຍການຄົ້ນຄວ້າການປ່ຽນແປງຂອງໂລກ ສະບັບປີ 1990. ສະນັ້ນ,ບັນດາຜູ້ເຂົ້າຮ່ວມການປະເມີນທັງໝົດຕ້ອງຖືກປົດອອກຈາກຕໍາແໜ່ງ.

ການປົດກຸ່ມນັກວິທະຍາສາດແລະນັກຄົ້ນຄວ້ານີ້ໄດ້ຢຸດການເຮັດບົດລາຍງານ ຊຶ່ງເລີ່ມຕົ້ນປີ 2024 ແລະ ມີກໍານົດພິມເຜີຍແຜ່ໃນທ້າຍປີ 2027 ຫຼືຕົ້ນປີ 2028, ໂດຍການປະເມີນສະພາບອາກາດແຫ່ງຊາດຈະເຮັດທຸກໆ 4 ປີ ແລະ ຖືເປັນເອກະສານກ່ຽວກັບການປ່ຽນແປງດິນຟ້າອາກາດຢ່າງເປັນທາງການທີ່ຜູ້ມີສ່ວນກ່ຽວຂ້ອງ ແລະ ຜູ້ວາງນະໂຍບາຍນຳໃຊ້.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກຄົ້ນຄວ້າອິສຣາແອນ ພົບຂໍ້ບົກພ່ອງດ້ານຄວາມປອດໄພ ໃນ AI chatbot

ນັກຄົ້ນຄວ້າອິສຣາແອນ ພົບຂໍ້ບົກພ່ອງດ້ານຄວາມປອດໄພ ໃນ AI chatbot

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກໍລະກົດ ຜ່ານມາວ່າ: ມະຫາວິທະຍາໄລ Ben-Gurion ຂອງອິສຣາແອນ ເປີດເຜີຍວ່າ: ນັກຄົ້ນຄວ້າອິສຣາແອນ ໄດ້ຄົ້ນພົບຂໍ້ບົກພ່ອງດ້ານຄວາມປອດໄພໃນ AI chatbots ທີ່ໄດ້ຮັບຄວາມນິຍົມ ເຊັ່ນ: ChatGPT, Claude ແລະ Google Gemini ໂດຍພົບວ່າ: ລະບົບເຫຼົ່ານີ້ສາມາດຖືກດັດແປງເພື່ອສະໜອງຂໍ້ມູນທີ່ບໍ່ມີຈັນຍາບັນ ແລະ ຜິດກົດໝາຍ, ເຖິງແມ່ນວ່າມີມາດຕະການປ້ອງກັນຄວາມປອດໄພພາຍໃນກໍຕາມ.
ອິນເດຍ ອະນຸມັດໂຄງການ ELI ເພື່ອສ້າງວຽກເຮັດງານທຳ 35 ລ້ານຕຳແໜ່ງ

ອິນເດຍ ອະນຸມັດໂຄງການ ELI ເພື່ອສ້າງວຽກເຮັດງານທຳ 35 ລ້ານຕຳແໜ່ງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກໍລະກົດນີ້ວ່າ: ຄະນະລັດຖະມົນຕີ​ຂອງ​ອິນ​ເດຍໄດ້​ອະນຸມັດ​ໂຄງການ​ແຮງ​ຈູງ​ໃຈ​ດ້ານ​ການ​ຈ້າງ​ງານ (ELI) ໃນວັນທີ 1 ກໍລະກົດ ຜ່ານມາ, ໂດຍ​ມີງົບປະມານ 1 ພັນ​ຕື້​ຣູປີ (11,7 ຕື້​ໂດ​ລາ​ສະຫະລັດ) ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ປະມານ 35 ລ້ານ​ຕຳແໜ່ງ​ໃນ​ໄລຍະ 2 ປີ​ ​ໂດຍ​ຜ່ານ​ການ​ມອບເງິນອຸດໜູນ​ໃຫ້​ແກ່​ນາຍຈ້າງ ​ແລະ ພະນັກງານ.
ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ

ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນລະຫວ່າງວັນທີ 30 ມິຖຸນາ ຫາ ວັນທີ 1 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ຈັດກອງປະຊຸມສຳມະນາໃນພາກພື້ນ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ສິດທິມະນຸດ ໂດຍມີລັກສະນະກວມລວມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ກອງປະຊຸມສໍາມະນາ ຄັ້ງນີ້ຈັດຂຶ້ນໂດຍ ມາເລເຊຍ ປະເທດປະທານ ອາຊຽນ 2025.
ອິນໂດເນເຊຍ ດຶງດູດນັກທ່ອງທ່ຽວຕ່າງປະເພດເພີ່ມຂຶ້ນ 14%

ອິນໂດເນເຊຍ ດຶງດູດນັກທ່ອງທ່ຽວຕ່າງປະເພດເພີ່ມຂຶ້ນ 14%

ຂ່າວຕ່າງປະເທດລາຍງານ; ສຳນັກ​ງານ​ສະຖິຕິ​ແຫ່ງ​ຊາດຂອງອິນໂດເນເຊຍ (BPS) ເປີດເຜີຍ​ໃນ​ວັນ​ທີ 1 ກໍລະກົດ ຜ່ານມາ​ວ່າ: ອິນ​ໂດ​ເນ​ເຊຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1.31 ລ້ານ​ເທື່ອ​ຄົນ​ໃນ​ເດືອນ​ພຶດສະພາ​ ປີ 2025, ​ເພີ່ມ​ຂຶ້ນ 14.01% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໂດຍນັກທ່ອງທ່ຽວສ່ວນໃຫຍ່ມາຈາກມາເລເຊຍ 18.26%, ຖັດມາແມ່ນອົສຕຣາລີ 11.31% ແລະ ສິງກະໂປ 9.68%.
ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ປົກ​ຄອງ​ປະ​ເທດ ​ແລະ ການ​​ຄຸ້ມ​ຄອງ​ລັດ​ຂອງ​ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ

ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ປົກ​ຄອງ​ປະ​ເທດ ​ແລະ ການ​​ຄຸ້ມ​ຄອງ​ລັດ​ຂອງ​ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 30 ມິ​ຖຸ​ນາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ປົກ​ຄອງ​ປະ​ເທດ​ ແລະ​​​ ການຄຸ້ມ​ຄອງ​ລັດ​ຂອງ​ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ ​ປະ​ຈຳ 2025 ແລະ ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ ໄດ້ຈັດ​ຂຶ້ນ​ຢູ່ນະ​ຄອນ​ຣິ​ໂອ ເ​ດີ ຈາ​ເນ​ໂຣ ປະ​ເທດບ​ຣາ​ຊິນ ມີຜູ້​ຕາງ​ໜ້າ 120 ກວ່າ​ທ່ານ​ຈາກ​ປະ​ເທດສະ​ມາ​ຊິກ​ບ​ຣິ​ກ​ສ ເຊັ່ນ: ຈີນ, ບ​ຣາ​ຊິນ, ຣັດ​ເຊຍ, ອິນ​ເດຍ, ອາ​ຟ​ຣິ​ກາ​ໃຕ້ ແລະ ອິນ​ໂດ​ເນ​ເຊຍ, ພ້ອມ​ດ້ວຍອົງ​ການ​ຈັດ​ຕັ້ງ​ສາ​ກົນ​​ທີ່​ກ່ຽວ​ຂ້ອງ ໄດ້​​ປຶກ​ສາ​ຫາ​ລື​​ພາຍ​ໃຕ້​ຫົວ​ຂໍ້ “ການ​ຮ່ວມ​ມືບ​ຣິກ​ສ​ໃຫຍ່: ເພີ່ມ​ຄວາມ​ແນ່ນອນ ແລະ ຄວາມ​ໝັ້ນ​ຄົງຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ໂລກ”.
ຫວຽດນາມ ກະກຽມແຜນຮ່າງການພັດທະນາວັດທະນະທຳຂອງຊາດ

ຫວຽດນາມ ກະກຽມແຜນຮ່າງການພັດທະນາວັດທະນະທຳຂອງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳ ຄະນະພັກລັດຖະບານ ກ່ຽວກັບບາງເນື້ອໃນສຳຄັນ, ໃນນັ້ນ ມີແຜນຮ່າງກ່ຽວຂ້ອງເຖິງການພັດທະນາວັດທະນະທຳ ເພື່ອກະກຽມຍື່ນຕໍ່ຂັ້ນມີສິດອຳນາດ.
ຜົນ​ສຳ​ເລັດອັນ​ພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ 35 ປີແຫ່ງ​ການ​ປ່ຽນ​ແປງ​ໃໝ່

ຜົນ​ສຳ​ເລັດອັນ​ພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ 35 ປີແຫ່ງ​ການ​ປ່ຽນ​ແປງ​ໃໝ່

ຮຽບຮຽງ: ວັນໄຊ ຕະວິນຍານ ໃນໄລຍະ 35 ປີຜ່ານມາ ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ, ສັບ​ສົ​ນ, ແຕ່ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ພັກ-ລັດ ແລະ ທົ່ວ​ປວງ​ຊົນ​ຫວຽດ​ນາມໄດ້ຢຶດ​ໝັ້ນ​ບົນ​ເສັ້ນ​ທາງ​ເອ​ກະ​ລາດ​ແຫ່ງ​ຊາດກ້າວຂຶ້ນສູ່ສັງ​ຄົມ​ນິ​ຍົມ, ເພື່ອ​ໄປສູ່ເປົ້າ​ໝາຍ​ເຮັດໃຫ້ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລ. ດ້ວຍ​ເຂັມ​ຊີ້​ທິດ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້​ນັ້ນ, ປະເທດຫວຽດ​ນາມ​ສາ​ມາດ​ບັນ​ລຸ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ, ມີ​ການພັດ​ທະ​ນາ​ຢ່າງ​ແຂງ​ແຮງ.
BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທະນາຄານ​​ເພື່ອການຊຳລະສາກົນ (Bank for International Settlements: BIS) ເປີດເຜີຍບົດລາຍງານ​ການ​ປະ​ເມີນ​ເສດຖະກິດ​ໂລກ​ຄັ້ງ​ຫຼ້າ​ສຸດ​ ໃນ​ວັນ​ທີ 29 ມິຖຸນາ ຜ່ານມາ​ວ່າ: ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ​ແລະ​ ທາງ​ດ້ານພູມສາດການ​ເມືອງ​ ມີຄວາມສ່ຽງທີ່ຈະເຮັດໃຫ້ລະບົບການເງິນທົ່ວໂລກປະເຊີນກັບຄວາມບໍ່ສອດຄ່ອງໃນລະດັບທີ່ເລິກເຊິ່ງຂຶ້ນ.
ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ຄື້ນ​ຄວາມ​ຮ້ອນ​ຍັງ​ສືບ​ຕໍ່​ປົກຄຸມຫຼາຍປະເທດໃນເອີຣົບ ໂດຍ​ມີ​ຫຼາຍ​ປະ​ເທດ​ໄດ້ອອກ​ຄໍາ​ເຕືອນທ່າມກາງ​ອຸນ​ຫະ​ພູມ​ທີ່​ເພີ່ມສູງ​ຂຶ້ນ, ​ໃນ​ຂະ​ນະ​ທີ່​ແອັດສະປາຍ ທຳລາຍສະຖິຕິອຸນຫະພູມສູງທີ່ສຸດ.
ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ບົດລາຍງານຂອງ ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ເປີດເຜີຍວ່າ: ສິນຄ້າອາຫານໃນຍີ່ປຸ່ນ ປະມານ 2,105 ລາຍການ ຈະປັບຂຶ້ນລາຄາໃນເດືອນກໍລະກົດ ນີ້ ຍ້ອນການເພີ່ມຂຶ້ນຂອງລາຄາວັດຖຸດິບ, ລວມເຖິງການເພີ່ມຂຶ້ນຂອງຄ່າແຮງງານ, ການຂົນສົ່ງ ແລະ ຄ່ານໍ້າ-ຄ່າໄຟ.
ເພີ່ມເຕີມ