ໃນຄຳສັ່ງທີ່ນຳອອກມາເຜີຍແຜ່ໃນວັນທີ 15 ກໍລະກົດ ຜ່ານມາ, ທ່ານ ຮຸນມາເນດ ກ່າວວ່າ: ປັດຈຸບັນມີກຸ່ມອາຊະຍາກຳຕ່າງປະເທດຈຳນວນໜຶ່ງພວມໃຊ້ກຳປູເຈຍເປັນຖານເຄື່ອນໄຫວກິດຈະກຳທາງອອນລາຍທີ່ຜິດກົດໝາຍ. ອຳນາດການປົກຄອງທ້ອງຖິ່ນທຸກແຂວງ, ເມືອງ ແລະ ເຈົ້າໜ້າທີ່ຕຳຫຼວດຕ້ອງປາບປາມບັນດາສູນຫຼອກລວງພາຍໃນເຂດຂອງຕົນຕາມລະບຽບ ແລະ ກົດໝາຍ ທີ່ກຳນົດ.
ນອກຈາກນີ້, ທ່ານ ຮຸນມາເນດ ຍັງໄດ້ອອກຄຳສັ່ງໃຫ້ກຳລັງທະຫານກຽມພ້ອມສະໜັບສະໜູນການປາບປາມ, ພ້ອມທັງສັ່ງໃຫ້ເຈົ້າໜ້າທີ່ປ້ອງກັນຊາວຕ່າງປະເທດທີ່ລັກລອບເຂົ້າກຳປູເຈຍ ແລະ ໃຫ້ເນລະເທດຜູ້ທີ່ເຂົ້າປະເທດ ແລະ ອາໄສຢູ່ໃນກຳປູເຈຍຢ່າງຜິດກົດໝາຍ ຫຼື ມີສ່ວນພົວພັນກັບການກະທຳຜິດກົດໝາຍຢູ່ກຳປູເຈຍ.
ທັງນີ້, ທ່ານ ຮຸນມາເນດ ກ່າວວ່າ: ຄຳສັ່ງດັ່ງກ່າວແມ່ນແນໃສ່ຮັກສາຄວາມໝັ້ນຄົງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ, ໂດຍຈະຕ້ອງມີການບັງຄັບໃຊ້ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບ ຫາກລະເມີດຫຼືບໍ່ໃຫ້ຄວາມຮ່ວມມືຈະຖືກພິຈາລະນາໃນການແຕ່ງຕັ້ງ, ປົດ ຫຼື ໄລ່ອອກ.
ຄໍາເຫັນ