ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານຊ່ວຍພັດທະນາ ພື້ນຖານໂຄງລ່າງເຂດບ້ານຊອກ ແລະບ້ານແກ້ງຫີນສູງ ມູນຄ່າກວ່າ 2,72 ຕື້ກີບ

ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານຊ່ວຍພັດທະນາ ພື້ນຖານໂຄງລ່າງເຂດບ້ານຊອກ ແລະບ້ານແກ້ງຫີນສູງ ມູນຄ່າກວ່າ 2,72 ຕື້ກີບ
ທ່ານ ເກຍ ອູ໊ສິດທິເດດ ວິລະ ຊົນແຮງງານ ນັກພັດທະນາດີເດັ່ນ ແຫ່ງຊາດ ເຈົ້າຂອງໂຮງງານນໍ້າ ດື່ມ ແລະນ້ຳກ້ອນໂລມາຄໍາ ຊຶ່ງ ເປັນຜູ້ທີ່ມີຜົນງານດີເດັ່ນໃນການ ມີສ່ວນຮ່ວມຊ່ວຍເຫຼືອປະຊາຊົນ ໃນການແກ້ໄຂຄວາມທຸກຍາກ ບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍ ເມືອງຈຳພອນ; ບ້ານ ຕະຍົງ ແລະບ້ານປະແນະ ຈຸດສຸມ ຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ແລະໃນ ເມື່ອບໍ່ດົນມານີ້, ທ່ານ ເກຍ ອູ໊ສິດທິເດດ ກໍ່ຍັງໄດ້ໃຫ້ການປະ ກອບ ສ່ວນໃນການກໍ່ສ້າງ, ສ້ອມ ແປງ, ຍົກລະດັບທາງດິນແດງ-ຕັດ ທາງໃໝ່ ແລະຈົກໜອງສະໃຫຍ່ ຢູ່ບ້ານຊອກນະຄອນໄກສອນພົມ ວິຫານ ຕື່ມອີກ, ລວມມູນຄ່າ 2,725 ຕື້ກີບ ທັງນີ້ກໍ່ເພື່ອເປັນ ການຍົກລະດັບພື້ນຖານໂຄງລ່າງ ແລະສ້າງເງື່ອນໄຂແກ່ການດຳ ລົງຊີວິດຂອງປະຊາຊົນ ຊາວບ້ານຊອກ ແລະບ້ານແກ້ງ ຫີນສູງນະຄອນໄກສອນ ພົມວິ ຫານ ໃຫ້ມີການພັດທະນາດີຂຶ້ນ ກວ່າເກົ່າ.
ພິທີມອບ-ຮັບຜົນສຳເລັດ ໂຄງການກໍ່ສ້າງສ້ອມແປງທາງ ດິນແດງ ບ້ານຊອກ ແລະບ້ານແກ້ງ ຫີນສູງ ນະຄອນໄກສອນ ພົມວິ ຫານ ແຂວງສະຫວັນນະເຂດໄດ້ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ເດີ່ນໂຮງຮຽນ ປະຖົມໂນນສຳລານ. ໂດຍມີທ່ານ ປະ ສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນພົມວິຫານ, ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ທັງເປັນເຈົ້າຂອງບໍລິສັດອຸດົມຊັບກໍ່ສ້າງ ສ້ອມແປງຂົວທາງຈຳກັດຜູ້ດຽວ, ຝາຍສົງມີພະອາຈານ ບຸນມີ ທີ່ປືກສາ ອພສ ແຂວງ ເຈົ້າອາ ທິການວັດປ່າໂນນສຳລານ ພ້ອມ ດ້ວຍ ພະເຖຣາ-ນຸເຖຣະ ພ້ອມດ້ວຍອົງການປົກ ຄອງບ້ານ ແລະປະຊາຊົນ ເຂົ້າຮ່ວມ.
ທ່ານ ຄຳພູວົງ ສຸວັນນະລາດ ຮັກສາການຫົວໜ້າຫ້ອງ ການໂຍ ທາທິການ ແລະຂົນສົ່ງ (ຍທຂ)ນະຄອນ ໄດ້ລາຍງານໃຫ້ຮູ້ວ່າ: ການກໍ່ສ້າງສ້ອມແປງເສັ້ນທາງຢູ່ ບ້ານຊອກ (ຄຸ້ມບ້ານໂນນ ສຳລານ ເສັ້ນທາງດິນແດງຜ່າບ້ານເບື້ອງ ເໜືອຂອງບ້ານຊອກ (ເສັ້ນທາງ ສາມສ້າງ) ດັ່ງນັ້ນ, ທາງຫ້ອງ ການ ຍທຂ ນະຄອນ ໄດ້ສົມທົບຮ່ວມກັບບໍລິສັດອຸດົມຊັບກໍ່ສ້າງ ສ້ອມແປງຂົວ-ທາງຈຳກັດຜູ້ດຽວ ໄດ້ລົງສຳຫຼວດ, ເກັບກຳຂໍ້ມູນ ເພື່ອອອກແບບ ແລະຄິດໄລ່ລາ ຄາໃຫ້ບໍລິສັດ, ໃນການຈັດຕັ້ງປະ ຕິບັດການກໍ່ສ້າງທາງທັງ 3 ເສັ້ນ ຄື: ເສັ້ນທີ 1 ເລີ່ມແຕ່ທາງເລກ 9B ຫາທາງຊອຍບ້ານ ລວງຍາວ 1.430 ແມັດ, ກວ້າງ 6 ແມັດ ຊຶ່ງວຽກທີ່ເຮັດແມ່ນໄດ້ບຸກເບີກ ປັບເກດຮູບໜ້າທາງ, ຂຸດຮ່ອງລະ ບາຍນ້ຳ, ຂຸດດິນໂຄງສ້າງ, ຖົມຊັ້ນ ຍົກລະດັບ, ຊັ້ນໜ້າທາງ, ຕິດຕັ້ງທໍ່ ກົມ, ເທຝາປີກທໍ່ ແລະໄດ້ຈົກໜອງ ສະໃຫ້ປະຊາຊົນຢູ່ໃນເຂດໃກ້ຄຽງ ກັບຈຸດການກໍ່ສ້າງເສັ້ນທາງມີຈຳ ນວນ 7 ຄອບຄົວ, ລວມມູນຄ່າ ການກໍ່ສ້າງ 685 ລ້ານກວ່າກີບ; ເສັ້ນທີ 2 ແມ່ນຕໍ່ຈາກເສັ້ນທາງ ທີ 1 ຫາທາງທຳມະຊາດອອກໄປບ້ານ ສົມປ່ອຍ ມີຄວາມຍາວ 1.800 ແມັດ, ກວ້າງ 6ແມັດ, ວຽກທີ່ເຮັດ ແມ່ນໄດ້ບຸກເບີກປັບເກດຮູບໜ້າ ທາງ, ຕັດຕົ້ນໄມ້ທີ່ມີເສັ້ນຜ່າສູນ ກາງ, ຂຸດຮ່ອງລະບາຍນ້ຳ, ຂຸດດິນ ໂຄງສ້າງ, ຖົມຊັ້ນຍົກລະດັບ, ຊັ້ນ ຮອງໜ້າທາງ, ຕິດຕັ້ງທໍ່ກົມຟີ, ເທຝາ ປິກທໍ່ ລວມມູນຄ່າທັງໝົດ 569 ລ້ານກວ່າກີບ ແລະເສັ້ນທີ 3 ເສັ້ນທາງຮ່ອມບ້ານຊອກ(ເສັ້ນ ທາງສາມສ້າງ) ຍາວ 2.000 ແມັດ, ກວ້າງ 6 ແມັດ ຊຶ່ງໄດ້ປັບ ເກດຮູບໜ້າທາງ, ຊັ້ນໜ້າທາງ, ລວມມູນຄ່າການກໍ່ສ້າງ 256 ລ້ານກວ່າກີບ, ມາຮອດປັດຈຸບັນ, ການ ກໍ່ສ້າງເສັ້ນທາງທັງສາມເສັ້ນ ດັ່ງກ່າວແມ່ນໄດ້ສຳເລັດແລ້ວໃນ ລວງ ຍາວ 5.835 ແມັດ ໃນມູນຄ່າ 1,511 ຕື້ກວ່າກີບ. ສຳລັບການ ກໍ່ສ້າງເສັ້ນທາງດິນແດງບ້ານ ແກ້ງຫີນສູງ ເລີ່ມແຕ່ທາງເລກ 9B ເຂົ້າຫາບ້ານ(ລວມທັງທາງຊອຍ ໃນບ້ານ) ແມ່ນໄດ້ບຸກເບີກປັບ ເກດຮູບໜ້າທາງ, ວາງທໍ່ລອດ ທາງ, ຖົມດິນຍົກລະດັບ, ຖົມດິນ ໜ້າທາງ, ປັບເກດໂລອັດແໜ້ນ, ມີ ຄວາມຍາວ 5.200 ແມັດ, ກວ້າງ 6 ແມັດ, ມູນຄ່າການກໍ່ສ້າງ 1,214 ຕື້ກວ່າກີບ. ຊຶ່ງໂຄງການກໍ່ສ້າງ ສ້ອມແປງທາງດິນແດງທັງສອງ ບ້ານດັ່ງກ່າວລວມມີຄວາມຍາວ ທັງໝົດ 11.035 ແມັດ, ມູນຄ່າ ການກໍ່ສ້າງທັງໝົດ 2,725 ຕື້ ກວ່າກີບ. ໂດຍແມ່ນການຊ່ວຍ ເຫຼືອຈາກທ່ານ ເກຍ ອູ໊ສິດທິເດດ .
ໂອກາດນີ້, ໃນພິທີຍັງໄດ້ມີ ການມອບໃບຍ້ອງຍໍຂັ້ນແຂວງ ແລະນະຄອນໃຫ້ແກ່ຜູ້ທີ່ມີຜົນ ງານດີເດັ່ນໃນການປະກອບສ່ວນ ທາງດ້ານວັດຖຸ, ທຶນຮອນ ແລະ ເຫື່ອແຮງ ເຂົ້າໃນການກໍ່ສ້າງທາງ ໃນຄັ້ງນີ້. ພ້ອມດຽວກັນນີ້, ທ່ານ ເກຍ ອູ໊ສິດທິເດດ ຍັງໄດ້ມອບເງິນ ໃຫ້ຄະນະປົກຄອງທັງສອງບ້ານ, ບ້ານລະ 10 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານບໍລິຫານບ້ານນຳອີກ. ຈາກນັ້ນ, ຄະນະປະທານ ພ້ອມດ້ວຍແຂກ ກໍ່ໄດ້ຮ່ວມກັນຕັດແຜ່ນຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນໃນພິທີຄັ້ງນີ້./.ຂ່າວ:ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ເພີ່ມເຕີມ