ປູກມັນດ້າງເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ

ທ່ານ ນາລອນ ໂພທີສານ ປູກມັນດ້າງເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ

ທ່ານ ນາລອນ ໂພທີສານ ປູກມັນດ້າງເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ
ທ່ານ ນາລອນ ໂພທີສານ ອາຍຸ 46 ປີ, ອາຊິບຊາວສວນ ຢູ່ບ້ານແກ້ງເກ່ຍ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເປັນຄອບຄົວຕົວແບບ ໃນການປູກມັນດ້າງເປັນສິນຄ້າ ເປັນເວລາ 10 ກວ່າປີ ສາມາດເຮັດໃຫ້ຄອບຄົວ ໄດ້ຮັບການພັດທະນາ, ຊີວິດການເປັນຢູ່ນັບມື້ດີຂຶ້ນ.

ທ່ານ ນາລອນ ໂພທີສານ ໃຫ້ສໍາພາດໃນວັນທີ 13 ມັງກອນ 2025ນີ້ວ່າ: ຄອບຄົວຂອງຂ້າພະເຈົ້າມີທັງມົດ 5 ຄົນຍີງ 3 ຄົນ, ແຮງງານຕົ້ນຕໍ່ 2ຄົນ. ແຕ່ກ່ອນມີອາຊີບຄ້າຂາຍ ແລະ ຮັບຈ້າງແກ່ກ້ວຍ,ລາຍຈ່າຍປະຈໍາວັນມີຫຼາຍ ແຕ່ລາຍຮັບພັດມີໜ້ອຍ ຈິ່ງເຮັດໃຫ້ຊີວິດການເປັນຢູ່ມີຄວາມຫຍຸ້ງຍາກຂາດເຂີນ, ບໍ່ມີເງິນສະສົມໄວ້. ຍ້ອນແນວນັ້ນ, ຂ້າພະເຈົ້າພ້ອມດ້ວຍຄອບຄົວ ຈິ່ງຊອກຫາອາຊິບອື່ນ ທີ່ສາມາດເຮັດໄດ້.ຕໍ່ມາ ກໍໄດ້ຕັດສີນໃຈລອງປູກມັນດ້າງ ເພາະວ່າໃນຄອບຄົວ ມີເນື້ອທີ່ດີນຈໍານວນ 20 ເຮັກຕາ ທັງເປັນການເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ - ລັດທີ່ປຸກລະດົມໃຫ້ປະຊາຊົນທໍາການຜະລິດ, ປູກຝັງງ - ລ້ຽງສັດ ເປັນສີນຄ້າ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວ ໂດຍເລີ່ມປູກມັນດ້າງ ໃນປີ 2010, ປູກປີທໍາອິດ ເຫັນວ່າມີຄວາມຫຍຸ້ງຍາກ ເພາະວ່າລົງທຶນຫຼາຍ ໂດຍສະເພາະແມ່ນການຈ້າງລົດໄຖດິນສວນ ເພື່ອປູກມັນດ້າງ, ຄວາມຮູ້ໃນການປູກ ກໍບໍ່ມີ ເພາະບໍ່ໄດ້ສຶກສາຮໍ່າຮຽນ ພຽງແຕ່ຮຽນຮູ້ຈາກຜູ້ທີ່ເຄີຍປູກມາກ່ອນ, ປູກໄປນໍາຖອດຖອນບົດຮຽນພ້ອມ. ແຕ່ກໍໄດ້ບຸກບືນສູ້ຊົນປູກມັນດ້າງມາເລື້ອຍໆເພາະເຫັນວ່າ ມັນດ້າງເປັນລາຄາ, ມີຕະຫຼາດຮອງຮັບ ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ. ປີຕໍ່ມາ ລາຍຮັບກໍຄ່ອຍໆເພີ່ມຂຶ້ນ, ສາມາດຊື້ພາຫານະ ແລະ ລົດໄຖໃຫຍ່ ເພື່ອມາຮັບໃຊ້ແກ່ການຜະລິດ. ໄລຍະການປູກມັນຕົ້ນແຕ່ລະປີແມ່ນບໍ່ແນ່ນອນ ໂດຍອີງຕາມສະພາບຟ້າຝົນໃນແຕ່ລະປີ, ບາງປີຝົນຕົກໄວ ກໍເລີ່ມປູກແຕ່ເດືອນທີ 6, ບາງປີ ກໍເດືອນທີ 7, ບາງປີ ກໍເດືອນທີ 8, ໄລຍະການປູກ 4 ເດືອນ ແມ່ນເກັບກູ້ ເພາະຫົວມັນຈະໃຫຍ່, ຖ້າກາຍ 4 ເດືອນ ຫົວມັນຈະເປັນແມງ, ບໍ່ມີໃຜຊື້. ການປູກ ແລະ ເກັບກູ້ ແມ່ນໄດ້ຈ້າງພະນັກງານ.ຮອດປີ 2022 ມີລາຍຮັບຈາກການຂາຍຜົນຜະລິດທັງໝົດແມ່ນ 1 ຕື້ກີບ, ສະເລ່ຍ 200 ລ້ານກີບ/ຄົນ/ປີ,

ທ່ານ ນາລອນ ໂພທິສານ ກ່າວຕື່ມວ່າ: ປັດຈຸບັນນີ້ສະພາບການເປັນຢູ່ຂອງຄອບຄົວຂ້າພະເຈົ້ານັບມື້ດີຂຶ້ນເປັນກ້າວໆ, ມີເຮືອນຢູ່ແໜ້ນໜາຖາວອນ, ມີລົດໄຖຂະໜາດໃຫຍ່ 3 ຄັນແລະ ອື່ນໆ. ສັງລວມແລ້ວຄວາມອຸດົມສົມບູນຂອງຄອບຄົວຂ້າພະເຈົ້າ ແມ່ນໄດ້ມາຈາກການປູກມັນດ້າງ ແລະ ຍ້ອນມີການນໍາພາ - ຊີ້ນໍາຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນຄະນະພັກ - ອົງການປົກຄອງເມືອງບາຈຽງຈະເລີນສຸກ ແລະ ພະນັກງານວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທີ່ໄດ້ຊີ້ນໍາໃຫ້ເຫັນຊ່ອງທາງອຸດົມການທີ່ຖືກຕ້ອງ, ສາມາດເຮັດໃຫ້ຄອບຄົວຂ້າພະເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

ທ່ານ ນາລອນ ໂພທີສານ ກ່າວຕອນທ້າຍອີກວ່າ: ໃນຕໍ່ໜ້ານີ້ ຄອບຄົວຂອງຂ້າພະເຈົ້າ ຍັງຈະສືບຕໍ່ປູກມັນດ້າງ ເປັນສິນຄ້າ ເພື່ອສ້າງເສດຖະກິດ ກໍຄືຊີວິດການເປັນຢູ່ຂອງຄອບຄົວຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ. ສ່ວນວ່າ ຈະປູກຫຼາຍ ຫຼື ປູກໜ້ອຍ ແມ່ນອີງໃສ່ສະພາບຄວາມຕ້ອງການມັນດ້າງຂອງຕະຫຼາດໃນແຕ່ລະໄລຍະ.

(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ໃນວັນທີ 20 ມັງກອນ 2026 ທີ່ສະໂມສອນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອງ 2026) ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືຶອງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/1/1949-20/1/2026) ແລະ ເຜີຍແຜ່, ແນະນຳນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 20 ມັງກອນຜ່ານມາ, ໃຫ້ກຽດປາຖະກະຖາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສນຊ, ມີຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ ກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ໄດ້ປະກາດການຈັດຕັ້ງສັບຊ້ອນຕໍາແໜ່ງບໍລິຫານຂັ້ນກົມ ແລະ ພະແນກ ໃນຕອນເຊົ້າທີ 21 ມັງກອນນີ້, ພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ຈຳກັດຜູ້ດຽວ ມອບນ້ຳດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນ ຊຸດທີ III ໃຫ້ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈໍານວນ 40 ແກັດ ມູນຄ່າ 9,600,000 ກີບ ໃນວັນທີ 20 ມັງກອນຜ່ານມານີ້ ທີ່ ຄອສພ ໃຫ້ກຽດກ່າວມອບໂດຍສະຫາຍ ຫວາງເຊິງກົວ ຜູ້ອຳນວຍການໃຫຍ່ ບໍລິສັດ ຊິນເຫ ຍິນພິນ ຈຳກັດຜູ້ດຽວ ຊຶ່ງນ້ຳດື່ມທີ່ນໍາມາມອບໃນຄັ້ງນີ້ ມີຂະໜາດ 558ml ຈຳນວນ 40 ແກັດ ເປັນນໍ້າດື່ມທໍາມະຊາດ ໂຮງງານຕັ້ງຢູ່ບ້ານຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ, ຕາງໜ້າຮັບໂດຍສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊີ້ນຳລວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຄອສພ.
ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ(20/1/1949 - 20/1/2026) ໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງກ່າວ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ວົງຄໍາ ພົມມະກອນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມຮັບຟັງຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ການເລືອກເຟັ້ນເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ມີຄວາມໝາຍສໍາຄັນຢ່າງຍິ່ງ ຊຶ່ງເປັນປັດໄຈສໍາຄັນຕັດສິນຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນຕໍ່ໜ້າ.
ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຂອງພັກ, ນັບແຕ່ມື້ກຳເນີດຂຶ້ນມາໃນວັນທີ 20 ມັງກອນ 1949 ຊຶ່ງເປັນເຫດການປະຫວັດສາດທີ່ກຳເນີດເກີດຂຶ້ນຂອງກຳລັງປະຕິວັດ ເກີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ ແລະ ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ແຕ່ພາຍໃຕ້ການນຳພາໂດຍກົງຮອບດ້ານຂອງພັກ ກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ເພີ່ມເຕີມ