ທະນາຄານ SinoPac ຊື້ຫຸ້ນ 80% ຂອງ Amret

ທະນາຄານ SinoPac ຊື້ຫຸ້ນ 80% ຂອງ Amret

ທະນາຄານ SinoPac ຊື້ຫຸ້ນ 80% ຂອງ Amret
ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມັງກອນ ຜ່ານມາ ວ່າ: Amret, ໜຶ່ງໃນສະຖາບັນການເງິນຈຸລະພາກຊັ້ນນໍາຂອງກຳປູເຈຍ ເປີດເຜີຍວ່າ, ທະນາຄານຊິໂນແພກ(SinoPac)ໄດ້ປະສົບຜົນສໍາເລັດໃນການຊື້ຫຸ້ນ 80%ຂອງAmret ຊຶ່ງເປັນສ່ວນໜຶ່ງ

ຂອງເປົ້າໝາຍຂອງທະນາຄານທີ່ຕ້ອງການຂະຫຍາຍທຸລະກິດໄປສູ່ອາຊີຕາເວັນອອກສ່ຽງໃຕ້. ເນື່ອງຈາກເລັງເຫັນເຖິງທ່າແຮງການຂະຫຍາຍຕົວຂອງພາກພື້ນ.

ນອກນີ້, Amretແມ່ນອົງການທີ່ສຳຄັນໃນຂະແໜງການເງິນຂອງກຳປູເຈຍ ໂດຍມີສາຂາ 150 ແຫ່ງ ແລະ ລູກຄ້າຫຼາຍກວ່າ 630,000 ຄົນ..

ທ່ານ ດິນ ດອສ ຊີອີໂອຂອງ Amretສະແດງຄວາມຍິນດີທີ່ ທະນາຄານ SinoPacຈະເຂົ້າສູ່ກຳປູເຈຍຢ່າງເປັນທາງການໃນຖານະເຈົ້າຂອງຫຼັກຂອງ Amret, ໂດຍທະນາຄານ SinoPacເປັນຜູ້ໃຫ້ກູ້ຢືມແກ່ Amretມາເປັນເວລາດົນນານແລ້ວ. ດັ່ງນັ້ນ, ສອງຝ່າຍຈຶ່ງໄດ້ມີການພົວພັນທີ່ໝັ້ນຄົງ ແລະ ໄດ້ຮັບຮູ້ຄຸນຄ່າຂອງກັນເປັນເວລາດົນນານ.

ໃນເດືອນພຶດສະພາ 2024, ທະນາຄານ SinoPacໄດ້ປະກາດເຂົ້າຊື້ຫຸ້ນ 80% ຂອງ Amretໃນງວດທໍາອິດດ້ວຍມູນຄ່າປະມານ 435 ລ້ານໂດລາ.ໂດຍຈະມີການເຂົ້າຊື້ຫຸ້ນເພີ່ມອີກ 2 ງວດ, ງວດລະ 10%ໃນໄລຍະປີທໍາອິດແລະ ປີທີສອງຕາມລໍາດັບ.

ຕາມຂໍ້ມູນຈາກທະນາຄານແຫ່ງຊາດກຳປູເຈຍ ລາຍງານວ່າ:ປັດຈຸບັນກຳປູເຈຍມີທະນາຄານການຄ້າ 59 ແຫ່ງ, ທະນາຄານພິເສດ 9 ແຫ່ງ, ສະຖາບັນການເງິນຈຸລະພາກ 87 ແຫ່ງ ແລະສະຖາບັນສິນເຊື່ອຊົນນະບົດ 115 ແຫ່ງ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ພາຍໃຕ້ຫົວຂໍ້; "ພາຍໃຕ້ທຸງໄຊອັນສະຫງ່າລາສີຂອງພັກ, ສຸມທຸກກຳລັງກາຍກຳລັງໃຈ ປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ຮອດປີ 2030 ໃຫ້ສໍາເລັດຜົນ, ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ກຸ້ມຕົນເອງ, ໝັ້ນໃຈ, ກ້າວຂຶ້ນຢ່າງແຂງແຮງ ໃນສັງກາດແຫ່ງການບືນຕົວຂຶ້ນຂອງຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ຄວາມຜາສຸກ, ກ້າວຂຶ້ນລັດທິສັງຄົມນິຍົມ ຢ່າງໜັກແໜ້ນ".
ໄວໜຸ່ມຫຼິ້ນເກມຫຼາຍກວ່າ 10 ຊົ່ວໂມງຕໍ່ອາທິດ ສົ່ງຜົນກະທົບຕໍ່ການນອນຫຼັບ

ໄວໜຸ່ມຫຼິ້ນເກມຫຼາຍກວ່າ 10 ຊົ່ວໂມງຕໍ່ອາທິດ ສົ່ງຜົນກະທົບຕໍ່ການນອນຫຼັບ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ການສຶກສາທີ່ນຳພາໂດຍມະຫາວິທະຍາໄລ Curtin ຂອງ ອົສຕຣາລີ ເປີດເຜີຍວ່າ, ການຫຼິ້ນວີດີເກມໂອຫຼາຍກວ່າ 10 ຊົ່ວໂມງຕໍ່ອາທິດ ອາດສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການບໍລິໂພກອາຫານ, ການນອນຫຼັບ ແລະ ນ້ຳໜັກຕົວຂອງໄວໜຸ່ມ.
ມຽນມາ ສົ່ງອອກຢາງພາລາຫຼາຍກວ່າ 200,000 ໂຕນ

ມຽນມາ ສົ່ງອອກຢາງພາລາຫຼາຍກວ່າ 200,000 ໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ມັງກອນ ຜ່ານມາວ່າ: ເຈົ້າໜ້າທີ່ຈາກສະມາຄົມຜູ້ປູກ ແລະ ຜູ້ຜະລິດຢາງພາລາມຽນມາ ໄດ້ເປີດເຜີຍວ່າ: ມຽນມາໄດ້ສົ່ງອອກຢາງພາລາຫຼາຍກວ່າ 200,000 ໂຕນໃນໄລຍະ 9 ເດືອນທຳອິດຂອງປີງົບປະມານ 2025-2026
ອິນເດຍ ແລະ UAE ລົງນາມຂໍ້ຕົກລົງ LNG ມູນຄ່າ 3 ຕື້ໂດລາ

ອິນເດຍ ແລະ UAE ລົງນາມຂໍ້ຕົກລົງ LNG ມູນຄ່າ 3 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມັງກອນ ນີ້ວ່າ: ອິນເດຍ ແລະ ສະຫະລັດ ອາຣັບ ເອມີເຣດ (UAE) ໄດ້ລົງນາມໃນສັນຍາຊື້-ຂາຍອາຍແກ໊ສທຳມະຊາດແຫຼວ (LNG) ມູນຄ່າ 3 ຕື້ໂດລາ, ເຮັດໃຫ້ອິນເດຍກາຍເປັນລູກຄ້າລາຍໃຫຍ່ທີ່ສຸດຂອງ UAE. ໂດຍການລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ມັງກອນ ຜ່ານມາ ໃນຂະນະທີ່ຜູ້ນຳຂອງທັງສອງປະເທດໄດ້ປຶກສາຫາລືກ່ຽວກັບການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການປ້ອງກັນປະເທດ.
ປີ 2025 ເສດຖະກິດແຫ່ງຊາດຈີນຮັກສາທ່າອ່ຽງຂະຫຍາຍຕົວ

ປີ 2025 ເສດຖະກິດແຫ່ງຊາດຈີນຮັກສາທ່າອ່ຽງຂະຫຍາຍຕົວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 19 ມັງກອນ ຜ່ານມານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ລາຍງານສະພາບເສດຖະກິດແຫ່ງຊາດຈີນໃນປີ 2025. ໂດຍລວມແລ້ວ, ປີ 2025 ເສດຖະກິດແຫ່ງຊາດຈີນສາມາດເອົາຊະນະຄວາມກົດດັນຫຼາຍຢ່າງ ແລະ ຮັກສາທ່າອ່ຽງຂະຫຍາຍຕົວທີ່ມີຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ, ການພັດທະນາທີ່ມີຄຸນນະພາບສູງຂອງຈີນໄດ້ຮັບປະສິດທິຜົນອັນໃໝ່.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນຢ່າງສົມກຽດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນຢ່າງສົມກຽດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 20 ມັງກອນ ນີ້ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 1,586 ສະຫາຍ, ຕາງໜ້າໃຫ້ແກ່ສະມາຊິກພັກ 5.6 ລ້ານກວ່າສະຫາຍຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມກໍໄດ້ມີການເຂົ້າຮ່ວມຂອງບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກສິລະປະກອນ, ຜູ້ມີຕຳແໜ່ງທາງສາສະໜາ ແລະ ຜູ້ຕາງໜ້າຄົນຮຸ່ນໜຸ່ມ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ.
ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ວິທະຍຸກຸຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 19 ຫາ ວັນທີ 25 ມັງກອນ ນີ້. ໂດຍຫົວຂໍ້ຂອງກອງປະຊຸມໃນຄັ້ງນີ້ແມ່ນ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດຢ່າງແຮງ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກກອມມູນິດ ຫວຽດນາມ 5.6 ລ້ານກວ່າສະຫາຍ.
ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຄະນະກຳມະການຄວາມປອດໄພທາງເອເລັກໂຕຣນິກຂອງລັດຖະບານອົສຕຣາລີ ໄດ້ລາຍງານການປິດບັນຊີສື່ສັງຄົມອອນລາຍຂອງເດັກນ້ອຍອາຍຸຕໍ່າກວ່າ 16 ປີ ຈຳນວນປະມານ 4.7 ລ້ານບັນຊີ, ຫຼັງຈາກຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍສະບັບທຳອິດຂອງໂລກມີຜົນບັງຄັບໃຊ້ໃນວັນທີ 10 ທັນວາ 2025.
ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ໂຕເລກການຄາດຄະເນລ້າສຸດຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດ ອາເມຣິກາ ລາຍງານມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຢ່າງໜ້ອຍ 18 ລ້ານຄົນ ໃນລະດູການນີ້, ໂດຍມີຜູ້ເຂົ້າປິ່ນປົວໃນໂຮງໝໍ 230,000 ຄົນ ແລະ ມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ 9,300 ຄົນ.
ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເພິ່ນເນັ້ນໜັກວ່າ: “ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ, ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການເປັນໜ້າທີ່ສຳຄັນໜຶ່ງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກ ໃໝ່.” “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”
ເພີ່ມເຕີມ