ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກໍລະກົດ ຜ່ານມາວ່າ: ທະນາຄານກາງອົສຕຣາລີ (RBA) ໄດ້ສະເໜີໃຫ້ຍົກເລີກການເກັບຄ່າທຳນຽມການຊຳລະເງິນຜ່ານບັດ ຊຶ່ງຖ້າຫາກຖືກຈັດຕັ້ງປະຕິບັດ ກໍຈະຊ່ວຍປະຢັດເງິນໄດ້ຫຼາຍກວ່າໜຶ່ງຕື້ໂດລາຕໍ່ປີ.

 

ຂ່າວລະຍຸວ່າ: RBA ລະບຸໃນບົດລາຍງານທີ່ເຜີຍແຜ່ໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຈາກການທົບທວນຄືນຄ່າໃຊ້ຈ່າຍໃນການຊຳລະເງິນດ້ວຍບັດຂອງຮ້ານຄ້າ ແລະ ຄ່າທໍານຽມ ພົບວ່າ: ການຍົກເລີກການເກັບຄ່າທໍານຽມສໍາລັບການຊຳລະເງິນດ້ວຍບັດ eftpos (ເຄືອຂ່າຍບັດເດບິດພາຍໃນປະເທດ), ບັດ Mastercard ແລະ Visa ຈະເປັນປະໂຫຍດຕໍ່ສາທາລະນະ.

RBA ລະບຸອີກວ່າ: ປັດຈຸບັນຊາວອົສຕຣາລີ ຕ້ອງຈ່າຍຄ່າທຳນຽມການຊຳລະເງິນດ້ວຍບັດຈຳນວນ 1.2 ຕື້ໂດລາອົສຕຣາລີ (768 ລ້ານໂດລາ) ໃນແຕ່ລະປີ ແລະ ການເກັບຄ່າທໍານຽມດັ່ງກ່າວບໍ່ໄດ້ສອດຄ່ອງກັບເປົ້າໝາຍໃນການຊຸກຍູ້ໃຫ້ລູກຄ້າເລືອກວິທີຊໍາລະທີ່ມີປະສິດທິພາບຫຼາຍຂຶ້ນ ເນື່ອງຈາກການໃຊ້ເງິນສົດຫຼຸດລົງ.

ທ່ານ ມິເຊລ ບລູລັອກ ລະບຸໃນຖະແຫຼງການວ່າ: ເຖິງເວລາແລ້ວທີ່ພວກເຮົາຈະແກ້ໄຂບາງຄ່າໃຊ້ຈ່າຍທີ່ສູງ ແລະ ຄວາມບໍ່ມີປະສິດທິພາບໃນລະບົບ.

ພາຍໃຕ້ກົດລະບຽບໃນປັດຈຸບັນ, ທຸລະກິດຕ່າງໆໃນອົສຕຣາລີຖືກຫ້າມບໍ່ໃຫ້ເກັບຄ່າທໍານຽມເພີ່ມເຕີມເກີນຄ່າໃຊ້ຈ່າຍຕົວຈິງຂອງການຊຳລະເງິນແຕ່ລະປະເພດ. ຂະນະທີ່ຂໍ້ມູນຂອງ RBA ສະແດງໃຫ້ເຫັນວ່າ: ບັດ eftpos ແລະບັດເດບິດໂດຍທົ່ວໄປແມ່ນລາຄາຖືກກວ່າສໍາລັບຮ້ານຄ້າໃນການຮັບຊຳລະເງິນເມື່ອທຽບກັບບັດເຄຣດິດ.

ຢ່າງໃດກໍຕາມ, ການທົບທວນຄືນຂອງ RBA ພົບວ່າ: ທຸລະກິດປະເພດຕ່າງໆ ມີທ່າອ່ຽງຈະເກັບຄ່າທຳນຽມບັດທຸກປະເພດເພີ່ມເຕີມ.

RBA ລະບຸໃນບົດລາຍງານວ່າ: ການຍົກເລີກການເກັບຄ່າທຳນຽມເພີ່ມເຕີມຈະເຮັດໃຫ້ການຊຳລະເງິນດ້ວຍບັດງ່າຍຂຶ້ນ, ມີຄວາມໂປ່ງໃສ ແລະ ເພີ່ມການແຂ່ງຂັນໃນລະບົບການຊຳລະເງິນດ້ວຍບັດ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ຂ່າວສານຊີອາໄອລາຍງານໃນວັນທີ 1 ເມສາ ຜ່ານມາວ່າ: ໂຕ​ເລກ​ຂໍ້​ມູນ​ທີ່​ສະ​ມາ​ຄົມ​ລົດ​ ສະຫະລັດ ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 31 ມີ​ນາ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ລາ​ຄາ​​ນ້ຳ​ມັນ​ແອັດ​ຊັງ​ທຳ​ມະ​ດາ​ສະ​ເລ່ຍໃນ​ທົ່ວ​ປະ​ເທດ​​ໄດ້​ເພີ່ມ​ຂຶ້ນ​ເປັນ 4.02 ໂດ​ລາ​ຕໍ່​ກາ​ລອນ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ ແລະ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 1 ໂດ​ລາ​ ເມື່ອ​ທຽບ​ໃສ່​ໄລ​ຍະ​ທີ່​ ສະຫະລັດ ອາ​ເມ​ຣິ​ກາ ແລະ ອິ​ສ​ຣາ​ແອນ ​ເລີ່ມເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ອີ​ຣານ​ໃນ​ວັນ​ທີ 28 ກຸມ​ພາ​ຜ່ານ​ມາ.
EUກະກຽມມາດຕະການແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ຕະຫຼາດພະລັງງານ

EUກະກຽມມາດຕະການແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ຕະຫຼາດພະລັງງານ

ຂ່າວຕ່າງປະເທດລາຍງານໃນທ້າຍເດືອນມີນາ ຜ່ານມາວ່າ: ທ່ານ ແດນ ຢໍເກັນເຊນ ຄະນະກໍາມາທິການພະລັງງານຂອງສະຫະພາບເອີຣົບ (EU) ໄດ້ກ່າວຫຼັງຈາກກອງປະຊຸມກັບບັນດາລັດຖະມົນຕີກະຊວງພະລັງງານຂອງEU ເພື່ອປຶກສາຫາລືກ່ຽວກັບການປະສານງານຮັບມືກັບສະຖານະການຄວາມຂໍ້ຂັດແຍ່ງໃນຕາເວັນອອກກາງທີ່ມີທ່າອ່ຽງຈະສົ່ງຜົນກະທົບຍາວນານຕໍ່ຕະຫຼາດພະລັງງານ, ເຖິງແມ່ນວ່າການຕໍ່ສູ້ຈະຢຸດລົງກໍຕາມ ເພາະວ່າພື້ນຖານໂຄງລ່າງພະລັງງານຂອງພາກພື້ນໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ.
ມຽນມາ ປະກາດຫ້າມຫາປາ ໃນໄລຍະວາງໄຂ່

ມຽນມາ ປະກາດຫ້າມຫາປາ ໃນໄລຍະວາງໄຂ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ກົມປະມົງມຽນມາໄດ້ອອກຄຳສັ່ງຫ້າມການຫາປາເປັນເວລາ 3 ເດືອນໃນລະດູການວາງໄຂ່ຂອງປາ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນໄປ. ໂດຍເຫດຜົນຫຼັກໃນກຳນົດເວລາ ແລະ ເຂດຫວງຫ້າມຫາປາ ເພື່ອປ້ອງກັນການຫຼຸດລົງຂອງຊະນິດພັນປາ ແລະ ສົ່ງເສີມການເຕີບໂຕຂອງຊັບພະຍາກອນການປະມົງ.ນອກຝັ່ງ
ລາຄານໍ້າມັນເຊື້ອໄຟໃນກຳປູເຈຍ ສືບຕໍ່ເພີ່ມຂຶ້ນ

ລາຄານໍ້າມັນເຊື້ອໄຟໃນກຳປູເຈຍ ສືບຕໍ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາ ຜ່ານມາວ່າ: ມາຮອດທ່ຽງຄືນຂອງວັນທີ 31 ມີນາ ຜ່ານມາ, ກະຊວງການຄ້າຂອງກຳປູເຈຍລາຍງານວ່າ, ລາຄານໍ້າມັນເຊື້ອໄຟຂາຍຍ່ອຍພາຍໃນປະເທດຍັງສືບຕໍ່ເພີ່ມຂຶ້ນ ຍ້ອນສະຖານະການຄວາມຂັດແຍ່ງໃນຕາເວັນອອກກາງທະວີຄວາມຮຸ່ນແຮງຂຶ້ນ.
ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບ ທີ່​ຈີນ​ຜະ​ລິດໄດ້​​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ

ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບ ທີ່​ຈີນ​ຜະ​ລິດໄດ້​​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 31 ມີ​ນາ​ຜ່ານ​ມາ, ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບຂະ​ໜາດ​ໃຫຍ່ NORINCO LUCA ທີ່​ກຸ່ມ​ບໍ​ລິ​ສັດ NORINCO ຂອງ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ເຈິ້ງ​ໂຈ່ວ ​ແຂວງ​ເຫີ​ໜານ, ໂດຍ​ໄດ້​ສຳ​ເລັດ​ການ​ກວດ​ສອບລາຍ​ການ​ສຳ​ຄັນ​ຂອງ​ລະ​ບົບ​ຕ່າງໆ ແລະ ກາຍ​ເປັນ​ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ທີ່​ສຳ​ເລັດ​ການ​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ​ຂອ​ງ​ໂລກ.
ຫວຽດນາມ ປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານ 5 ອົງການ

ຫວຽດນາມ ປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານ 5 ອົງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 1 ເມ​ສາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ທີ່ນະຄອນຫຼວງຮ່າ​ໂນ້ຍ ໄດ້​ຈັດ​ກອງ​ປະ​ຊຸມ​ປະ​ກາດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ ແລະ ພະ​ນັກ​ງານ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຟ້າມ​ມິງຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ; ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູ​ນ​ກາງ​ພັກກອມ​ມູ​ນິດຫວຽດ​ນາມ.
ພໍ່ແມ່ເບິ່ງແຍງເດັກນ້ອຍເວລາໃຊ້ອຸປະກອນເອເລັກໂຕຣນິກ ຊ່ວຍເພີ່ມທັກສະທາງສັງຄົມ

ພໍ່ແມ່ເບິ່ງແຍງເດັກນ້ອຍເວລາໃຊ້ອຸປະກອນເອເລັກໂຕຣນິກ ຊ່ວຍເພີ່ມທັກສະທາງສັງຄົມ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາໂດຍອົງການວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າສິງກະໂປ ຊຶ່ງໄດ້ຕິດຕາມເດັກນ້ອຍອາຍຸ 3-6 ປີ ຈຳນວນ 2,449 ຄົນ ລະຫວ່າງປີ 2018-2019 ແລະ ຕິດຕາມອີກຄັ້ງໃນປີ 2021 ພົບວ່າ: ເດັກທີ່ມີພໍ່ແມ່ ຫຼື ຜູ້ປົກຄອງເບິ່ງແຍງ, ລົມນຳ ແລະ ມີສ່ວນຮ່ວມໃນຂະນະທີ່ໃຊ້ອຸປະກອນເອເລັກໂຕຣນິກ, ມີທັກສະທາງສັງຄົມທີ່ເຂັ້ມແຂງກວ່າເດັກທີ່ໃຊ້ອຸປະກອນເຫຼົ່ານັ້ນຄົນດຽວ.
ສາຍການບິນ 18 ແຫ່ງ ທີ່ໃຫ້ບໍລິການໃນກຳປູເຈຍ ເພີ່ມລາຄາປີ້ໂດຍສານ

ສາຍການບິນ 18 ແຫ່ງ ທີ່ໃຫ້ບໍລິການໃນກຳປູເຈຍ ເພີ່ມລາຄາປີ້ໂດຍສານ

ຂ່າວຕ່າງປະເທດລາຍງານໃນວັນທີ 31 ມີນາ ຜ່ານມາວ່າ: ທ່ານ ຊິນ ຈັນເສຣຍະວຸດ ໂຄສົກຂອງອົງການການບິນພົນລະເຮືອນກຳປູເຈຍ ໄດ້ເປີດເຜີຍວ່າ: ສາຍການບິນ 18 ແຫ່ງຈາກ 36 ແຫ່ງ ທີ່ໃຫ້ບໍລິການຖ້ຽວບິນໄປ-ກັບໃນກຳປູເຈຍໄດ້ເພີ່ມລາຄາປີ້ໂດຍສານ, ເນື່ອງຈາກລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນຈາກການຂັດແຍ່ງໃນຕາເວັນອອກກາງ. ສາຍການບິນເຫຼົ່ານີ້ໄດ້ເພີ່ມຄ່າທຳນຽມນໍ້າມັນເຊື້ອໄຟໃສ່ຄ່າປີ້ໂດຍສານພື້ນຖານ, ໂດຍຄິດໄລ່ຕາມໄລຍະທາງການບິນ.
ພູເຂົາໄຟດູໂຄໂນ ໄດ້ລະເບີດ ແລະ ພົ່ນຂີ້ເຖົ່າສູງເຖິງ 900 ແມັດ

ພູເຂົາໄຟດູໂຄໂນ ໄດ້ລະເບີດ ແລະ ພົ່ນຂີ້ເຖົ່າສູງເຖິງ 900 ແມັດ

ຂ່າວຕ່າງປະເທດລາຍງານວ່າ: ສູນຫຼຸດຜ່ອນໄພພິບັດທາງພູເຂົາໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍລາຍງານວ່າ: ພູເຂົາໄຟດູໂຄໂນ ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍໄດ້ລະເບີດໃນເວລາ 6:48 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 31 ມີນາ ຜ່ານມາ, ໂດຍໄດ້ພົ່ນຂີ້ເຖົ່າພູເຂົາໄຟສູງເຖິງ 900 ແມັດເໜືອຍອດພູເຂົາໄຟ.
ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 31 ມີນາ ຜ່ານມາວ່າ: ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ: ສິນຄ້າອາຫານ ແລະ ເຄື່ອງດື່ມ ໃນປະເທດຍີ່ປຸ່ນ ທັງໝົດ 2,798 ລາຍການ ລາຄາຈະເພີ່ມຂຶ້ນໃນເດືອນເມສາ ນີ້ ຊຶ່ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ ທີ່ຈຳນວນສິນຄ້າເກີນ 2,000 ລາຍການ.
ເພີ່ມເຕີມ