ທະນາຄານໂລກແຈ້ງໃຫ້ຮູ້ວ່າ: ການເຕີບໂຕຂອງເສດຖະກິດໂລກພວມຊ້າລົງເນື່ອງຈາກກໍາແພງການຄ້າ ແລະ ສະພາບແວດລ້ອມດ້ານນະໂຍບາຍທີ່ບໍ່ແນ່ນອນ. ເມື່ອທຽບໃສ່ສະພາບເສດຖະກິດໃນ 6 ເດືອນກ່ອນໜ້ານີ້ທີ່ມີຄວາມເປັນໄປໄດ້ທີ່ຈະຫຼຸດລົງຢ່າງໝັ້ນທ່ຽງແລ້ວ, ເສດຖະກິດໂລກໃນປັດຈຸບັນພວມຕົກຢູ່ໃນສະພາບຄວາມຜັນຜວນອີກເທື່ອໜຶ່ງ.
ພ້ອມນີ້, ບົດລາຍງານຂອງທະນາຄານໂລກຍັງຄາດຄະເນວ່າ: ຈັງຫວະການເຕີບໂຕຂອງການຄ້າໂລກໃນປີນີ້ຈະຢູ່ໃນລະດັບ 1.8%, ຫຼຸດລົງ 1.3% ເມື່ອທຽບໃສ່ການຄາດຄະເນໃນເດືອນມັງກອນຜ່ານມາ. ຂະນະທີ່ຈັງຫວະການເຕີບໂຕຂອງການຄ້າໂລກໃນປີໜ້າຈະຢູ່ໃນລະດັບ 2.4%, ຫຼຸດລົງ 0.8% ເມື່ອທຽບໃສ່ການຄາດຄະເນໃນເດືອນມັງກອນ ຜ່ານມາ.
ຄໍາເຫັນ