ທ່ານຮອງນາຍົກໂອ້ລົມຕໍ່ກອງປະຊຸມປະຈໍາປີ2023 ກະຊວງພາຍໃນ

ທ່ານຮອງນາຍົກໂອ້ລົມຕໍ່ກອງປະຊຸມປະຈໍາປີ2023 ກະຊວງພາຍໃນ
ກະຊວງພາຍໃນຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ2023ແລະ ວາງທິດທາງແຜນການປະຈໍາປີ 2024ຂຶ້ນໃນວັນທີ14 ກຸມພານີ້ ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC)ພາຍໃຕ້ການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ,  ມີບັນດາທ່ານຮອງລັດຖະມົນຕີກະຊວງ-ຮອງຫົວໜ້າອົງການຂັ້ນສູງກາງ,ຮອງເຈົ້າຄອງນະຄອນຫຼວງວຽງຈັນ-ຮອງເຈົ້າແຂວງ,ຄະນະຫ້ອງການ, ກົມ, ສະຖາບັນ ແລະ ສູນ ກະຊວງພາຍໃນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ  ທອງຈັນ ມະນີໄຊໄດ້ກ່າວບາງຕອນວ່າ: ກອງປະຊຸມຈະໄດ້ການຕີລາຄາ ແລະ ທົບທວນຄືນການນຳພາ-ຊີ້ນຳຂອງຄະນະນຳກະຊວງ ພ້ອມທັງການຈັດຕັ້ງປະຕິບັດບັນດາວຽກງານວິຊາສະເພາະທີ່ຕິດພັນກັບພາລະບົດບາດຂອງຂະແໜງການພາຍໃນ ເປັນຕົ້ນແມ່ນການຕີລາຄາບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນປີ 2023 ທີ່ຜ່ານມາ ແລະ ທິດທາງແຜນການ ປີ 2024; ຮັບຟັງການນຳສະເໜີລາຍງານ ແລະ ປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂະແໜງການພາຍໃນຢູ່ຂັັ້ນທ້ອງຖິ່ນຈຳນວນໜຶ່ງ. 1 ປີ ຜ່ານມາເຖິງແມ່ນວ່າມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະແມ່ນການນໍາພາຊີ້ນໍາ ຂອງຄະນະບໍລິຫານງານພັກ ກະຊວງພາຍໃນ ແລະ ດ້ວຍຄວາມສາມັກຄີເປັນປຶກແຜ່ນຂອງພະນັກງານ-ລັດຖະກອນຂະແໜງການພາຍໃນ ທົ່ວປະເທດ ພ້ອມກັນສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເຮັດໃຫ້ບັນລຸຜົນສໍາເລັດໜ້າທີ່ການເມືອງ ຕາມພາລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍຫຼາຍໆດ້ານ.
ຈາກນັ້ນ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ແຜນການ ປີ2024. ມາຮອດປັດຈຸບັນ ຕໍາແໜ່ງງານ ໄດ້ຖືກຮັບຮອງແລ້ວ 1.593 ຫົວໜ່ວຍ (ໃນຈໍານວນ 4.382 ຫົວໜ່ວຍ) ເທົ່າກັບ 36,35% ແລະ ອົງການປົກຄອງຂັ້ນແຂວງໄດ້ຮັບຮອງການກໍານົດຕໍາແໜ່ງໄດ້ 676 ຫົວໜ່ວຍ ໃນຈໍານວນ 3.219 ຫົວໜ່ວຍ (ຂັ້ນແຂວງ 157 ຫົວໜ່ວຍ, ຂັ້ນເມືອງ 519 ຫົວໜ່ວຍ) ເທົ່າກັບ 21% ຂອງຫົວໜ່ວຍທັງໝົດຢູ່ຂັ້ນແຂວງ;ຄົ້ນຄວ້າປັບປຸງນິຕິກໍາກ່ຽວກັບການບໍລິຫານບ້ານ ທັງໝົດ 6 ສະບັບ: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ການປະກອບສ່ວນພັດທະນາບ້ານຂອງປະຊາຊົນ, ການຄຸ້ມຄອງຄ່າຄໍານຽມ ແລະ ຄ່າບໍລິການເອກະສານຂອງອົງການປົກຄອງບ້ານ, ມາດຖານການສ້າງອົງການປົກຄອງບ້ານໜັກແໜ້ນເຂັ້ມແຂງ, ການສ້າງກົດລະບຽບບ້ານ, ການສ້າງຕັ້ງ ຍຸບເລີກ ໂຮມເຂົ້າ ແຍກອອກ ແລະ ປ່ຽນຊື່ບ້ານ, ການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງແບບຂອງນາຍບ້ານ ແລະ ຮອງນາຍບ້ານ; ສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕາແສງ: ໂດຍໄດ້ລົງເກັບກໍາຂໍ້ມູນຢູ່ໃນ 11 ເມືອງ ຂອງ 10 ແຂວງ: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ,ບໍ່ແກ້ວ, ວຽງຈັນ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃຫ້ແກ່ການສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕັ້ງຕາແສງໃນອະນາຄົດ; ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນແຂວງ (ພະແນກພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ລົງເກັບກຳຂໍ້ມູນ ເສັ້ນເຂດແດນເຊື່ອມຕໍ່ ລະຫວ່າງນະຄອນຫຼວງວຽງຈັນ ກັບບັນດາແຂວງ ແລະ ລະຫວ່າງແຂວງ ກັບແຂວງ ເພື່ອຄົ້ນຄວ້າແກ້ໄຂຮ່ວມກັນ. ມາຮອດປັດຈຸບັນ, ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ຂັ້ນແຂວງ ໂດຍພື້ນຖານແມ່ນສໍາເລັດ100%. ວຽກງານສາມສ້າງໄດ້ປະຕິບັດຕາມການຕົກລົງຂອງລັດຖະບານກ່ຽວກັບການຮັບຮອງແຂວງເປັນຫົວໜ່ວຍຍຸດທະສາດ ຈໍານວນ 3 ຫົວໜ່ວຍ ມີ 2 ແຂວງ (ສະຫວັນນະເຂດ, ຈໍາປາສັກ) ແລະ ນະຄອນຫຼວງວຽງຈັນໄດ້ຈັດພິທີປະກາດຢ່າງເປັນທາງການ. ວຽກງານຄຸ້ມຄອງພົນລະເມືອງ ໄດ້ເກັບກໍາສະຖິຕິພົນລະເມືອງປະຈໍາປີ 2023 ສັງລວມໄດ້ຈໍານວນພົນລະເມືອງ 7.257.020ຄົນຍິງ 3.617.802 ຄົນ, ໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນການເກີດ 62.057 ຄົນຍິງ 30.869 ຄົນ; ການເສຍຊີວິດ 13.362ຄົນຍິງ 5.532 ຄົນ; ການແຕ່ງດອງ 11.274 ຄູ່; ການຢ່າຮ້າງ 2.885 ຄູ່; ການປ່ຽນຊື່ 5.160 ຄົນຍິງ 2.650 ຄົນ, ການປ່ຽນນາມສະກຸນ 7.979 ຄົນຍິງ 4.338 ຄົນ; ການປ່ຽນສັນຊາດ ຈໍານວນ 4.761 ຄົນຍິງ 2.765 ຄົນແລະ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂການຍົກຍ້າຍທີ່ບໍ່ຖືກຕ້ອງຂອງພົນລະເມືອງ ຢູ່ແຂວງບໍລິຄໍາໄຊ 40 ຄອບຄົວ, ແຂວງຈໍາປາສັກ 125ຄອບຄົວ, ໄດ້ຕິດຕັ້ງ ແລະ ນໍາໃຊ້ລະບົບໂມດູນການຈົດທະບຽນການເກີດ, ການເສຍຊີວິດ ແລະ ລະບົບລາຍງານສະຖິຕິການຈົດທະບຽນພົນລະເມືອງ ພ້ອມທັງຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ໃຫ້ຂັ້ນແຂວງ ແລະເມືອງ ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ;ວຽກງານຄຸ້ມຄອງອົງການຈັດຕັ້ງທາງສັງຄົມກະຊວງພາຍໃນ ໄດ້ອອກນິຕິກໍາສະເພາະທີ່ກ່ຽວຂ້ອງຈໍານວນໜຶ່ງ ເຊັ່ນ: ຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຮັບຮອງກົດລະບຽບ ແລະ ຄະນະບໍລິຫານສະມາຄົມ, ມູນນິທິ ທີ່ສ້າງຕັ້ງໃໝ່ ຈໍານວນ 6  ສະມາຄົມ5 ມູນນິທິ, ມາຮອດປັດຈຸບັນ ມີສະມາຄົມ ແລະ ມູນນິທິ ຈໍານວນ 273 ຫົວໜ່ວຍ, ວຽກງານຄຸ້ມຄອງລັດຖະກອນໄດ້ຄົ້ນຄວ້າອອກນິຕິກໍາຜັນຂະຫຍາຍຍຸດທະສາດວຽກງານຄຸ້ມຄອງລັດຖະກອນ; ໄດ້ສ້າງບົດຄົ້ນຄວ້າລະບົບການສອບເສັງບັນຈຸລັດຖະກອນໃໝ່ແບບທັນສະໄໝ;ໄດ້ສະເໜີລັດຖະບານອະນຸມັດໂຕເລກລັດຖະກອນໃໝ່ປະຈໍາປີ 2023 ຈໍານວນ 800 ໂກຕາ,ຈັດພິມ ແລະ ແຈກຢາຍບັດພະນັກງານ-ລັດຖະກອນ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ 6.307 ບັດ, ປັດຈຸບັນ ມີພະນັກງານ-ລັດຖະກອນ ໄດ້ຮັບບັດຈໍານວນ 34.467 ບັດ ເທົ່າກັບ 33,65% ຂອງລັດຖະກອນທັງໝົດທົ່ວປະເທດ;ໄດ້ສຳເລັດການວັດແທກ (GPS) ເພື່ອເຊື່ອມໂຍງກັບພາກພື້ນອາຊີ-ປາຊີຟິກ ແລະ ສຳເລັດການຈັດຕັ້ງປະຕິບັດວຽກງານໂຄງການສ້າງແຜນທີ່ມາດຕາສ່ວນ1/2.000ເຂດເສດຖະກິດພິເສດສະຫວັນ-ເຊໂນ, ຕົກແຕ່ງ-ແຕ້ມ, ສ້າງແຜນທີ່ຂໍ້ມູນຂ່າວສານພູມສາດມາດຕາສ່ວນ 1/10.000 ເມືອງຄໍາເກີດ ແຂວງບໍລິຄໍາໄຊ;ໄດ້ຕິດຕາມ, ຊຸກຍູ້ການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ, ໄດ້ເບີກຈ່າຍວັດຖຸຍ້ອງຍໍ ຈໍານວນ 598 ຫຼຽນ ແລະ ໃບຍ້ອງຍໍຈໍານວນ 59 ໃບ ໃນນີ້ ມີຫຼຽນຄໍາແຫ່ງຊາດ 1 ໜ່ວຍ ແລະ ຫຼຽນໂພໄຊລ້ານຊ້າງ 1 ໜ່ວຍ.
ທ່ານ  ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກຮອງນາຍົກລົດຖະມົນຕີຜູ້ຊີ້ນຳວຽກງານການປົກຄອງ ແລະ ວັດທະນະທໍາ-ສັງຄົມ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນບາງບັນຫາ ຄື: ໜຶ່ງ: ເສີມຂະຫຍາຍບົດບາດການນໍາພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນແລະຄວາມເປັນແບບຢ່າງໃຫ້ພະນັກງານ-ລັດຖະກອນ,ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນຂະແໜງການພາຍໃນກຳແໜ້ນແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງນະໂຍບາຍຂອງພັກແລະການບໍລິຫານຄຸ້ມຄອງລັດໃນໄລຍະໃໝ່ໃຫ້ມີວິທະຍາສາດ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ບົນຈິດໃຈຫ້າວຫັນ,ມີຈັນຍາບັນໃນໜ້າທີ່, ຄວາມຊື່ສັດ, ມີນໍ້າໃຈບໍລິການຮັບໃຊ້ ແລະ ແບບແຜນວິທີເຮັດວຽກຢ່າງຖືກຕ້ອງຕາມຫຼັກການ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການກັບວຽກງານຕົວຈິງ, ມີຫົວຄິດປະດິດສ້າງ,ກ້າຄິດ, ກ້າເຮັດແລະກ້າຮັບຜິດຊອບໃນການປະຕິບັດວຽກງານຂອງຕົນ,ສອງ: ເພີ່ມທະວີຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບບົນພື້ນຖານການສ້າງຍຸດທະສາດການປັບປຸງກົງຈັກ,ກໍານົດຕໍາແໜ່ງງານໃຫ້ເໝາະສົມກັບວິຊາສະເພາະທີ່ຕ້ອງການ,ສອດຄ່ອງໜ້າວຽກຕົວຈິງ,ການປັບປຸງການຈັດຕັ້ງຕ້ອງຕິດພັນກັບການສ້າງແຜນສັບຊ້ອນ-ຈັດວາງບຸກຄະລາກອນ ໂດຍສະເພາະລັດຖະກອນທີ່ມີຕຳແໜ່ງບໍລິຫານໃຫ້ຖືກຕ້ອງຕາມທິດນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການຕາມເງື່ອນໄຂຕົວຈິງ, ສາມ: ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນຢ່າງເຂັ້ມງວດ ແລະ ສືບຕໍ່ຄົ້ນຄວ້າປັບປຸງບັນດານິຕິກຳທີ່ບໍ່ທັນສອດຄ່ອງ, ສ້າງກົນໄກ ແລະ ວິທີການຄຸ້ມຄອງພະນັກງານ-ລັດຖະກອນ ຫັນເປັນລະບົບທັນສະໄໝຫຼາຍຂຶ້ນທັງຢູ່ສູນກາງ ແລະ ທ້ອງຖິ່ນ,ຄົ້ນຄວ້າມາດຕະການ ແລະ ວິທີການຫຼຸດຜ່ອນຈໍານວນພົນ ໃນກົງຈັກລັດ (ຈາກປັດຈຸບັນ 2,4%ຂອງພົນລະມືອງ ໃຫ້ເຫຼືອ 2,2% ຂອງພົນລະເມືອງ ໃນປີ 2025),ສີ່: ສືບຕໍ່ປັບປຸງ ແລະ ສ້າງນິຕິກໍາຮັບໃຊ້ວຽກງານ 3 ສ້າງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກການປະສານງານ ລະຫວ່າງຂະແໜງການດ້ວຍກັນ, ສູນກາງ ກັບທ້ອງຖິ່ນ ໃນການປົກຄອງດ້ວຍກົດໝາຍ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ, ມອບໃຫ້ກະຊວງພາຍໃນເປັນໃຈກາງຊຸກຍູ້ບັນດາກະຊວງ, ອົງການ; ນະຄອນຫຼວງວຽງຈັນ, ແຂວງ; ນະຄອນ, ເມືອງ ແລະ ບ້ານ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍການລົງຕິດຕາມ, ຊຸກຍູ້ ຊີ້ນໍາ ຂັ້ນທ້ອງຖິ່ນໃນດ້ານທີ່ຍັງບໍ່ທັນບັນລຸເງື່ອນໄຂເທື່ອ. ຫ້າ: ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ໂດຍການຈັດຕັ້ງປະຕິບັດບັນດາກິດຈະກຳໃນການຈົດທະບຽນການເກີດ, ການແຕ່ງດອງ, ການຢ່າຮ້າງ, ການເສຍຊີວິດແລະການຍົກຍ້າຍຕາມລະບຽບການທີ່ມີແລ້ວໃຫ້ກວ້າງຂວາງແລະເປັນຮູບປະທຳຫຼາຍຂຶ້ນ,ຫົກ:ຍົກສູງຄຸນນະພາບວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ໃຫ້ຖືກຕາມທິດນໍາຂອງພັກ ດ້ວຍການປັບປຸງກົນໄກ, ວິທີການ ແລະ ຂັ້ນຕອນປະເມີນການແຂ່ງຂັນ, ການຄັດເລືອກການຍ້ອງຍໍໃຫ້ມີປະສິດທິພາບແລະປະສິດທິຜົນ, ການຍ້ອງຍໍຜົນງານຕ້ອງຕິດພັນກັບຜົນສໍາເລັດຕົວຈິງໃນການຈັດຕັ້ງປະບັດວຽກງານໃນແຕ່ລະໄລຍະ, ເຈັດ: ເອົາໃຈໃສ່ສືບຕໍ່ຕິດຕາມການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ໂດຍສະເພາະຈຸດທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ເປັນເອກະພາບ ເປັນຕົ້ນແມ່ນເຂດແດນເຊື່ອມຕໍ່ລະຫວ່າງແຂວງກັບແຂວງ, ເມືອງກັບເມືອງ. ມອບໃຫ້ກະຊວງພາຍໃນ ເປັນເຈົ້າການປະສານສົມທົບກັບບັນດາແຂວງ, ນະຄອນຫຼວງ ກວດກາລະອຽດຄືນຈຸດໃດທີ່ຍັງຄົງຄ້າງ ແລະ ແກ້ໄຂບໍ່ຕົກ ເພື່ອລາຍງານຂໍທິດຊີ້ນຳຈາກລັດຖະບານໃນເວລາອັນຄວນ,ແປດ: ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍເອກະສານທາງການ ເພື່ອເຜີຍແຜ່, ແນະນໍາໃຫ້ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງເຊື່ອມຊຶມໃຫ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ພ້ອມກັນນັ້ນ, ກໍຕ້ອງນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງເອກະສານທາງການໃຫ້ມີປະສິດທິພາບ ແລະ ກວ້າງຂວາງຫຼາຍຂຶ້ນ,ເກົ້າ: ສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດໃຫ້ການສະໜັບສະໜູນເຂົ້າໃນວຽກງານການປົກຄອງ-ບໍລິຫານລັດ ກໍຄືວຽກງານຂອງຂະແໜງການພາຍໃນ ໃຫ້ຫຼາຍຂຶ້ນ,ສິບ:ຕ້ອງໄດ້ສຸມໃສ່ສືບຕໍ່ປັບປຸງ ແລະ ຈັດຕັ້ງປະຕິບັດ ເຊັ່ນ: ວຽກງານຊົນເຜົ່າ, ສາສະໜາ, ວຽກງານອົງການຈັດຕັ້ງສັງຄົມ, ກົງຈັກການຈັດຕັ້ງຂອງເຂດຖະກິດພິເສດ, ກົງຈັກການຈັດຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ໃຫ້ມີປະສິດທິພາບ.
ວາລະປະຊຸມ, ຍັງໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານເຂດແດນເຊື່ອມຕໍ່ ຂອງແຂວງໄຊສົມບູນ,ການຈັດຕັ້ງປະຕິບັດວຽກງານການກໍານົດຕໍາແໜ່ງງານ ຂອງແຂວງໄຊຍະບູລີ, ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວແບບທັນສະໄໝ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວ ຢູ່ເມືອງບາຈຽງຈະເລີນສຸກແຂວງຈໍາປາສັກ ແລະ ມີພິທີມອບໃບຍ້ອງຍໍ ໃຫ້ແກ່ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕື່ມອີກ. 
(ຂ່າວ: ກະຊວງພາຍໃນ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ