ທ່ານນາງ ເຜີງລີ້ຢວນ ຢ້ຽມຢາມສຳນັກງານໃຫຍ່ອົງການ UNESCO

ທ່ານນາງ ເຜີງລີ້ຢວນ ຢ້ຽມຢາມສຳນັກງານໃຫຍ່ອົງການ UNESCO
ຂ່າວສານຊີອາໄອລາຍງານ, ໃນຕອນເຊົ້າວັນທີ 6 ພຶດສະພານີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທູດພິເສດດ້ານການຊຸກຍູ້ການສຶກສາເພື່ອເດັກຍິງແລະແມ່ຍິງຂອງອົງການເພື່ອການສຶກສາ, ວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດຫຼືUNESCOໄດ້ຢ້ຽມຢາມສຳນັກງານໃຫຍ່ອົງການUNESCOທີ່ນະຄອນຫຼວງປາຣີປະເທດຝຣັ່ງຕາມຄຳເຊີນ.
ໃນເວລາພົບປະກັບທ່ານນາງອາຊູໄລຜູ້ອຳນວຍການໃຫຍ່ອົງການUNESCO, ທ່ານນາງເຜີງລີ້ຢວນໄດ້ແນະນຳຄວາມຄືບໜ້າຫຼ້າສຸດຂອງຈີນໃນການຊຸກຊູ້ວຽກງານການສຶກສາເພື່ອເດັກນ້ອຍແລະແມ່ຍິງ. ທ່ານນາງເຜີງລີ້ຢວນກ່າວວ່າ: ຈີນຍິນດີພະຍາຍາມຮ່ວມກັບອົງການUNESCO, ຊຸກຍູ້ໃຫ້ຝ່າຍຕ່າງໆເພີ່ມງົບປະມານເຂົ້າໃນການສຶກສາເພື່ອເດັກຍິງແລະແມ່ຍິງໃນທົ່ວໂລກ ເພື່ອຊ່ວຍເຫຼືອເພດຍິງຫຼາຍກວ່າເກົ່າໃຫ້ໄດ້ຮັບສິດທິດ້ານການສຶກສາທີ່ສະເໝີພາບ, ຮ່ວມກັນສ້າງອະນາຄົດທີ່ດີງາມ.
ທ່ານນາງອາຊູໄລໄດ້ຕີລາຄາສູງຕໍ່ວຽກງານແລະການປະກອບສ່ວນຂອງທ່ານນາງເຜີງລີ້ຢວນນັບແຕ່ເປັນທູດພິເສດເປັນຕົ້ນມາແລະຢືນຢັນວ່າ: ອົງການUNESCOຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນແລະການຮ່ວມມື, ຊຸກຍູ້ໃຫ້ວຽກງານການສຶກສາເພື່ອເດັກຍິງແລະແມ່ຍິງໃນທົ່ວໂລກມີການພັດທະນາໃໝ່.

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນຜະລິດອຸດສາຫະກໍາຂອງຍີ່ປຸ່ນ ເພີ່ມຂຶ້ນ 0.1% ໃນເດືອນກໍລະກົດ

ຜົນຜະລິດອຸດສາຫະກໍາຂອງຍີ່ປຸ່ນ ເພີ່ມຂຶ້ນ 0.1% ໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ: ຜົນຜະລິດຂະແໜງອຸດສາຫະກຳຂອງຍີ່ປຸ່ນໃນເດືອນກໍລະກົດເກືອບຈະຄົງທີ່, ໂດຍເພີ່ມຂຶ້ນພຽງແຕ່ 0.1% ຈາກເດືອນກ່ອນ. ເນື່ອງຈາກການເພີ່ມຂຶ້ນຂອງການສົ່ງອອກທີ່ກ່ຽວຂ້ອງກັບເຄມິຄອນດັກເຕີໄດ້ຊົດເຊີຍການຫຼຸດລົງຂອງການຜະລິດອຸປະກອນການຂົນສົ່ງ.
ນໍ້າຖ້ວມກະທັນຫັນໃນ Grand Canyon ເຮັດໃຫ້ມີຜູ້ຫາຍສາບສູນຫຼາຍກວ່າ 20 ຄົນ

ນໍ້າຖ້ວມກະທັນຫັນໃນ Grand Canyon ເຮັດໃຫ້ມີຜູ້ຫາຍສາບສູນຫຼາຍກວ່າ 20 ຄົນ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເຈົ້າໜ້າທີ່ອຸທະຍານແຫ່ງຊາດ Grand Canyon ໃນລັດອາຣິໂຊນາ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍໃນວັນທີ 30 ສິງຫາ ຜ່ານມາວ່າ, ນ້ຳຖ້ວມກະທັນຫັນໃນຫ້ວຍນໍ້າ Bright Angel Creek ແລະ ບ່ອນພັກແຮມ Phantom Ranch ໃນວັນ 29 ສິງຫາ ຜ່ານມາ ອາດຈະເຮັດໃຫ້ມີຜູ້ຫາຍສາບສູນ ຫຼື ຍັງບໍ່ຮູ້ຊະຕາກຳ ຫຼາຍກວ່າ 20 ຄົນ. ພ້ອມທັງຂໍໃຫ້ຜູ້ທີ່ມີຂໍ້ມູນກ່ຽວກັບນັກປີນພູ ຫຼື ນັກທ່ອງທ່ຽວແບກເປ້ໃນເຂດຮ່ອມພູພາຍໃນບໍລິເວນ Bright Angel Creek ໃນມື້ທີ່ເກີດນ້ຳຖ້ວມ, ພ້ອມທັງຜູ້ທີ່ມີບ່ອນຕັ້ງແຄ້ມໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ໃຫ້ແຈ້ງຂໍ້ມູນຕໍ່ນັກສືບສວນຂອງອຸທິຍານ.
ມຽນມາ ມີອາໂວກາໂດ 20,000 ໂຕນ ພ້ອມທີ່ຈະສົ່ງອອກ

ມຽນມາ ມີອາໂວກາໂດ 20,000 ໂຕນ ພ້ອມທີ່ຈະສົ່ງອອກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ສະມາຄົມຜູ້ຜະລິດ ແລະ ສົ່ງອອກໝາກອາໂວກາໂດ ຂອງມຽນມາ ເປີດເຜີຍວ່າ, ມຽນມາມີໝາກອາໂວກາໂດທີ່ມີຄຸນນະພາບສູງປະມານ 20,000 ໂຕນ ທີ່ກຽມພ້ອມສຳລັບການສົ່ງອອກໄປຍັງຕະຫຼາດສາກົນໃນລະດູການ 2026-2027 (ເດືອນພະຈິກ 2026 - ມັງກອນ 2027). ປັດຈຸບັນສະມາຄົມດັ່ງກ່າວກຳລັງເຮັດວຽກຮ່ວມກັບປະເທດໄທ ແລະ ສຳຫຼວດຕະຫຼາດສາກົນແຫ່ງອື່ນໆເພື່ອຊຸກຍູ້ການສົ່ງອອກ.
ມູນ​ຄ່າ​ຂາ​ເຂົ້າ-ຂາ​ອອກ ​ລະ​ຫວ່າງ​ຈີນ ແລະ​ ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ເພີ່ມ​ຂຶ້ນ 14.9%

ມູນ​ຄ່າ​ຂາ​ເຂົ້າ-ຂາ​ອອກ ​ລະ​ຫວ່າງ​ຈີນ ແລະ​ ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ເພີ່ມ​ຂຶ້ນ 14.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ ແລະ ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ. ອີງ​ຕາມ​ຂໍ້​ມູນ​ຈາກ​ອົງ​ການພາ​ສີ​​ແຫ່ງ​ຊາດ​ຈີນໃຫ້​ເຫັນ​ວ່າ: ໃນ 7 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​​ການ​ຄ້າຂາ​ເຂົ້າ-ຂາ​ອອກ​ລະ​ຫວ່າງ​ຈີນ ແລະ​ ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ບັນ​ລຸ​ເຖິງ 2,420 ຕື້ຢວນ, ​ເພີ່ມ​ຂຶ້ນ 14.9% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ກາຍ, ການ​ຮ່ວ​ມ​ມື​ສອງ​ຝ່າຍ​ມີ​ຄວາມ​ເຂັ້ມ​ແຂງ ແລະ​ ພະ​ລັງ​ຊີ​ວິດອັນ​ໃຫຍ່ຫຼວງ.
ລາຍ​ການ​ “ດວງ​ດາວ​ເອ​ກະ​ລາດ” ປີ 2026 ເຊື່ອມ​ຕໍ່​ຄຸນ​ຄ່າ​ຂອງ​​ເອ​ກະ​ລາດ ດ້ວຍ​ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ຊົນ​ຊາດ

ລາຍ​ການ​ “ດວງ​ດາວ​ເອ​ກະ​ລາດ” ປີ 2026 ເຊື່ອມ​ຕໍ່​ຄຸນ​ຄ່າ​ຂອງ​​ເອ​ກະ​ລາດ ດ້ວຍ​ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ຊົນ​ຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນການ​ສະ​ເຫຼີມ​ສະຫຼອງ 81 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປະ​ສົບ​ຜົນ​ສຳ​ເລັດ​ ແລະ ວັນ​ຊາດ​ທີ 2 ກັນ​ຍາ, ໃນຕອນ​ຄ່ຳ​ວັນ​ທີ 30 ສິງ​ຫາ ຜ່ານມາ ຢູ່​ໂຮງ​ລະ​ຄອນ​ໂຮ່​ເກືອມ ນະຄອນຫຼວງຮ່າ​ໂນ້ຍ, ກະ​ຊວງ​ຕຳຫຼວດ​ໄດ້​ປະ​ສານ​ສົມ​ທົບ​ກັບ​ວາ​ລະ​ສານກອມ​ມູ​ນິດ ຈັດ​​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ “ດວງ​ກາວ​ເອ​ກະ​ລາດ” ປີ 2026. ມີທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ທ່ານ ​ເລືອງ​ຕາມກວາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ, ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຂົ້າ​ຮ່ວມ.
ເຂດ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ​ຂອງ​ເນ​ປານ ​ຕ້ອງ​ການຄວາມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ

ເຂດ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ​ຂອງ​ເນ​ປານ ​ຕ້ອງ​ການຄວາມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຜູ້​ປະ​ສານ​ງານດ້ານ​ມະ​ນຸດ​ສະ​ທຳ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ປະ​ຈຳ​ເນ​ປານ​ ກ່າວ​ວ່າ: ຢູ່​ເຂດ​ປະ​ສົບ​ໄພນ້ຳຊຸທັ່ງ​ດິນ​ພູ​ເຈື່ອນ​ຂອງ​ເນ​ປານ ມີ​ເສັ້ນ​ທາງ​ປະ​ມານ 40 ກິ​ໂລ​ແມັດ​ຖືກ​ທຳ​ລາຍ. ຕາມ​ການ​ປະ​ເມີນ​ຜົນ​ເບື້ອງ​ຕົ້ນ​, ​ມີ​ປະ​ຊາ​ຊົນປະສົບໄພຢ່າງ​ໜ້ອຍ 93,000 ຄົນ​ ແລະ ຕ້ອງ​ການ​ຄວາມຊ່ວຍ​ເຫຼື​ອ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ​.
ໄວໜຸ່ມເກືອບ 1 ລ້ານຄົນໃນສະຫະລາຊະອານາຈັກ ບໍ່ມີວຽກເຮັດງານທຳ

ໄວໜຸ່ມເກືອບ 1 ລ້ານຄົນໃນສະຫະລາຊະອານາຈັກ ບໍ່ມີວຽກເຮັດງານທຳ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ຂໍ້ມູນຈາກຫ້ອງການສະຖິຕິແຫ່ງຊາດຂອງສະຫະລາຊະອານາຈັກ ລະບຸວ່າ: ມີໄວໜຸ່ມຈຳນວນ 981,000 ຄົນ ທີ່ມີອາຍຸລະຫວ່າງ 16-24 ປີໃນສະຫະລາຊະອານາຈັກບໍ່ໄດ້ຢູ່ໃນລະບົບການສຶກສາ, ບໍ່ໄດ້ເຮັດວຽກ ແລະ ບໍ່ໄດ້ເຂົ້າຝຶກອົບຮົມ ຫຼື ເອີ້ນວ່າ NEET (Not in Education, Employment or Training) ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ 2026 ຊຶ່ງກວມເອົາ 13% ຂອງປະຊາກອນໃນກຸ່ມອາຍຸດັ່ງກ່າວ. ຫຼຸດລົງປະມານ 30,000 ຄົນຈາກໄຕມາດທີ່ຜ່ານມາ, ແຕ່ເພີ່ມຂຶ້ນ 30,000 ຄົນເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ແອວນີໂຢ ຜັນຜວນຮຸນແຮງທີ່ສຸດໃນຮອບ 1,000 ປີ

ແອວນີໂຢ ຜັນຜວນຮຸນແຮງທີ່ສຸດໃນຮອບ 1,000 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ສິງຫາ ຜ່ານມາວ່າ: ຜົນການສຶກສາໃໝ່ທີ່ຕີພິມໃນວາລະສານວິທະຍາສາດພົບວ່າ, ການຜັນຜວນຂອງອຸນຫະພູມໃນມະຫາສະໝຸດປາຊີຟິກຍ້ອນແອວນີໂຢມີຄວາມຮຸນແຮງກວ່າໄລຍະອື່ນໆທີ່ມີການວັດແທກໃນຍຸກກ່ອນອຸດສາຫະກຳ, ໂດຍອີງໃສ່ສະຖິຕິທີ່ເກັບກຳມາປະມານ 1,000 ປີ.
ການສໍ້ໂກງ ແລະ ອາຊະຍາກຳທາງໄຊເບີ ໃນສິງກະໂປຫຼຸດລົງ

ການສໍ້ໂກງ ແລະ ອາຊະຍາກຳທາງໄຊເບີ ໃນສິງກະໂປຫຼຸດລົງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກອງກຳລັງຕຳຫຼວດສິງກະໂປລາຍງານວ່າ, ຈຳນວນຄະດີສໍ້ໂກງ ແລະ ອາຊະຍາກຳທາງອິນເຕີເນັດໃນສິງກະໂປຫຼຸດລົງ 17.9% ເຫຼືອ 18,391 ຄະດີ ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ 2026, ເມື່ອທຽບກັບ 22,397 ຄະດີ ໃນໄລຍະດຽວກັນຂອງປີກາຍ. ສະແດງເຖິງທ່າອ່ຽງທີ່ເລີ່ມຫຼຸດລົງຕັ້ງແຕ່ປີ 2025. ໂດຍຄະດີສໍ້ໂກງຄິດເປັນ 91.5% ຂອງຄະດີທັງໝົດ, ຫຼຸດລົງ 14.4% ເຫຼືອ 16,821 ຄະດີ ຈາກ 19,644 ຄະດີ ໃນປີ 2025.
​ສາ​ເຫດ​ທີ່​​ເຮັດ​ໃຫ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ເຂດ​ຊີ່​ຈ້າງ​ຈີນ

​ສາ​ເຫດ​ທີ່​​ເຮັດ​ໃຫ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ເຂດ​ຊີ່​ຈ້າງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງໃນ​ວັນ​ທີ 30 ສິງ​ຫາ​ ຜ່ານມາ​ໃຫ້​ຮູ້​ວ່າ, ໄດ້​ຄົ້ນ​ພົບສາ​ເຫດ​ທີ່​​ເຮັດ​​ໃຫ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ເຂດ​ຊີ່​ຈ້າງ​ແລ້ວ, ທີມ​ງານ​ກູ້​ໄພ​ສຸກ​ເສີນ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ໂດຍຜ່ານ​ການ​ວິ​ເຄາະ​ຂໍ້​ມູນ​ຈາກ​ການ​ສຳຫຼວດ​ທາງ​ໄກ ແລະ ຂໍ້​ມູນ​​ທີ່​ສົ່ງ​ຄືນຈາກ​ສະ​ຖານ​ທີ່​ເກີດ​ເຫດ, ບວກ​ກັບການ​ສຳຫຼວດ​ຢູ່​ພາກ​ສະ​ໜາມ​ສາ​ມາດ​ສະຫຼຸບ​ໂດຍ​ສັງ​ລວມ​ວ່າ:
ເພີ່ມເຕີມ