ເຂດພັດທະນາເສດຖະກິດແລະເຕັກນິກລະດັບຊາດຈີນ

ທ່ານສີຈິ້ນຜິງ ໃຫ້ຄຳຊີ້ນຳວຽກງານເຂດພັດທະນາເສດຖະກິດແລະເຕັກນິກລະດັບຊາດຈີນ

ທ່ານສີຈິ້ນຜິງ ໃຫ້ຄຳຊີ້ນຳວຽກງານເຂດພັດທະນາເສດຖະກິດແລະເຕັກນິກລະດັບຊາດຈີນ
ຂ່າວສານຊີອາໄອ ລາຍງານຫວ່າງບໍ່ດົນມານີ້ ວ່າ:ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ

 

ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳອັນສຳຄັນຕໍ່ວຽກງານເຂດພັດທະນາເສດຖະກິດແລະເຕັກນິກລະດັບຊາດຈີນໂດຍກ່າວເນັ້ນວ່າ: ໃນຂະບວນການສູ້ຊົນຄັ້ງໃໝ່ໃນຍຸກໃໝ່, ເຂດພັດທະນາເສດຖະກິດແລະເຕັກນິກລະດັບຊາດຕ້ອງລົງເລິກປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ພ້ອມທັງກອງປະຊຸມຄົບຄະນະຄັ້ງທີ 2 ແລະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20, ຢຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ, ຜັນຂະຫຍາຍແນວຄິດພັດທະນາອັນໃໝ່, ປິ່ນອ້ອມການຊຸກຍູ້ຄວາມທັນສະໄໝແບບຈີນ, ກະຕຸ້ນພະລັງຊີວິດດ້ານການປະດິດສ້າງ ແລະແຮງບັນດານໃຈຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າເຂົ້າຮ່ວມການສ້າງສະພາບການພັດທະນາອັນໃໝ່, ຊຸກຍູ້ການປະຕິຮູບລົງສູ່ລວງເລິກ ແລະການພັດທະນາທີ່ມີຄຸນນະພາບສູງດ້ວຍການເປີດປະຕູສູ່ພາຍນອກໃນລະດັບສູງ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງ​ປະ​ຊຸມ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 79 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ

ກອງ​ປະ​ຊຸມ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 79 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 18 ພຶດ​ສະ​ພາ ຜ່ານມາ, ກອງ​ປະ​ຊຸມອະ​ນາ​ໄມໂລກ​ຄັ້ງ​ທີ 79 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ ປະ​ເທດ​ສະ​ວິ​ດ ​ພາຍ​ໃຕ້​ຫົວ​ຂໍ້ “​ປັບ​ປຸງ​ສຸ​ຂະ​ພາບ​ທົ່ວ​ໂລກ​ຄືນ​ໃໝ່ ແລະ ຮ່ວມ​ກັນ​ຮັບ​ພາ​ລະ​ໜ້າ​ທີ່”, ກອງ​ປະ​ຊຸມ​ຈະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ 60 ກວ່າ​ຫົວ​ຂໍ້
ອັດ​ຕາ​ແລກ​ປ່ຽນ​ເງິນ​ຣູ​ເປຍ​ອິນ​ໂດ​ເນ​ເຊຍ ຫຼຸດ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ

ອັດ​ຕາ​ແລກ​ປ່ຽນ​ເງິນ​ຣູ​ເປຍ​ອິນ​ໂດ​ເນ​ເຊຍ ຫຼຸດ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 18 ພຶດ​ສະ​ພາ​ຜ່ານມາ, ຂໍ້​ມູນ​ອັດ​ຕາ​ແລກ​ປ່ຽນ​ທີ່​ທະ​ນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ແລກ​ປ່ຽນ​ຕໍ່​ເງິນ​ໂດ​ລາ​ຂອງ​ເງິນຣູ​ເປຍ​ອິນ​ໂດ​ເນ​ເຊຍ​ໄດ້​ຕົກ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ​ໃນຫຼາຍ​ມື້​ຜ່ານ​ມາ. ໃນ​ວັນດັ່ງກ່າວ, ​ຄ່າ​ເງິນ​ຣູ​ເປຍ​ໄດ້ຫຼຸດ​ລົງ​ມາ​ຢູ່​ປະ​ມານ 17,600 ຣູ​ເປຍຕໍ່​ໂດ​ລາ​ ຊຶ່ງເປັນ​ຈຸດ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ ແລະ ຄວາມ​ກົດ​ດັນ​ເງິນ​ເຟີ້​ຂອງ​ເງິນ​ຣູ​ເປຍ​ໄດ້​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ອິນເດຍ ຂຶ້ນລາຄານໍ້າມັນເຊື້ອໄຟສອງຄັ້ງໃນອາທິດດຽວ

ອິນເດຍ ຂຶ້ນລາຄານໍ້າມັນເຊື້ອໄຟສອງຄັ້ງໃນອາທິດດຽວ

ຂ່າວຕ່າງປະເທດລາຍງານວ່າ: ຜູ້ຄ້ານ້ຳມັນໃນອິນເດຍໄດ້ປະກາດຂຶ້ນລາຄານໍ້າມັນແອັດຊັງ ແລະ ກາຊວນ ປະມານ 0.9 ຣູປີຕໍ່ລິດ ໃນວັນທີ 19 ພຶດສະພາ ຜ່ານມາ ຊຶ່ງເປັນການຂຶ້ນລາຄາຄັ້ງທີສອງໃນອາທິດດຽວ ເພື່ອຊົດເຊີຍການຂາດທຶນຫຼັງຈາກລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຍີ່ປຸ່ນ ແລະ ສ ເກົາຫຼີ ປະເຊີນກັບຄື້ນຄວາມຮ້ອນ

ຍີ່ປຸ່ນ ແລະ ສ ເກົາຫຼີ ປະເຊີນກັບຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພຶດສະພາ ຜ່ານມາວ່າ: ຫຼາຍພື້ນທີ່ໃນປະເທດຍີ່ປຸ່ນ ແລະ ສ ເກົາຫຼີ ໄດ້ປະສົບກັບສະພາບອາກາດຮ້ອນຫຼາຍ, ໂດຍອຸນຫະພູມໄດ້ເພີ່ມຂຶ້ນສູງທີ່ສຸດຢູ່ຫຼາຍເມືອງໃນເດືອນພຶດສະພາ ທ່າມກາງຄວາມກັງວົນກ່ຽວກັບຜົນກະທົບຂອງຄື້ນຄວາມຮ້ອນ.
ການ​ນຳ​ພັກ - ລັດ ຫວຽດນາມ ​ໄຫ​ວ້​ອາ​ໄລ ປະ​ທານ ​ໂຮ່​ຈິ​ມິນ

ການ​ນຳ​ພັກ - ລັດ ຫວຽດນາມ ​ໄຫ​ວ້​ອາ​ໄລ ປະ​ທານ ​ໂຮ່​ຈິ​ມິນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 136 ປີ​ວັນ​ເກີດ​ປະ​ທານ ​ໂຮ່​ຈິ​ມິນ (19/5/1890 - 19/5/2026), ໃນວັນ​ທີ 19 ພຶດ​ສະ​ພາ ຜ່ານມາ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ໄດ້​ວາງ​ພວງ​ມາ​ລາ ແລະ ເຂົ້າ​ສຸ​ສານ ​ໄຫ​ວ້​ອາ​ໄລ ​ປະ​ທານ​ໂຮ​ຈິ​ມິນ ແລະ ອາ​ໄລ​ຫາບັນ​ດາ​ນັກຮົບ​​ວິ​ລະ​ຊົນ ​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ອະ​ນຸ​ສາ​ວາ​ລີ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຖະ​ໜົນ​ບັກ​ເຊີນ ນະຄອນຫຼວງຮ່າ​ໂນ້ຍ).
4 ເດືອນຕົ້ນປີ, ເສດຖະກິດແຫ່ງຊາດຈີນຮັກສາທ່າອ່ຽງຂະຫຍາຍຕົວຢ່າງໝັ້ນທ່ຽງ

4 ເດືອນຕົ້ນປີ, ເສດຖະກິດແຫ່ງຊາດຈີນຮັກສາທ່າອ່ຽງຂະຫຍາຍຕົວຢ່າງໝັ້ນທ່ຽງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນໃນວັນທີ 18 ພຶດສະພາ ຜ່ານມາ, ໂຄສົກຈາກອົງການສະຖິຕິແຫ່ງຊາດຈີນໃຫ້ຮູ້ວ່າ: 4 ເດືອນຕົ້ນປີ 2026, ຈີນໄດ້ດໍາເນີນນະໂຍບາຍເສດຖະກິດມະຫາພາກທີ່ຕັ້ງໜ້າກວ່າເກົ່າ ໂດຍໄດ້ສຸມໃສ່ຮັບປະກັນການສະໜອງໂອກາດສ້າງວຽກເຮັດງານທຳທີ່ໝັ້ນທ່ຽງ, ຮັບປະກັນໃຫ້ວິສາຫະກິດດໍາເດີນທຸລະກິດຢ່າງໝັ້ນທ່ຽງ, ຮັບປະກັນໃຫ້ຕະຫຼາດມີຄວາມໝັ້ນທ່ຽງ ແລະ ຮັບປະກັນການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດທີ່ໝັ້ນທ່ຽງ, ເຮັດໃຫ້ເສດຖະກິດແຫ່ງຊາດຈີນສາມາດຮັກສາທ່າອ່ຽງຂະຫຍາຍຕົວທີ່ມີຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ.
ກົງໂກ ເປີດສູນປິ່ນປົວພະຍາດອີໂບລາ ເພີ່ມອີກ 3 ແຫ່ງ

ກົງໂກ ເປີດສູນປິ່ນປົວພະຍາດອີໂບລາ ເພີ່ມອີກ 3 ແຫ່ງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ພຶດສະພາ ນີ້ວ່າ: ສາທາລະນະລັດ ປະຊາທິປະໄຕ ກົງໂກ ກຳລັງກະກຽມເປີດສູນປິ່ນປົວພະຍາດອີໂບລາເພີ່ມອີກ 3 ແຫ່ງໃນແຂວງອິຕູຣີ ທາງພາກຕາເວັນອອກຂອງປະເທດ, ຫຼັງຈາກການລະບາດຂອງເຊື້ອໄວຣັດອີໂບລາສາຍພັນທີ່ຫາຍາກໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 110 ຄົນ. ເຈົ້າໜ້າທີ່ກົງໂກໄດ້ເປີດເຜີຍໃນວັນທີ 18 ພຶດສະພາ ຜ່ານມາວ່າ: ທ່ານໝໍຊາວອາເມລິກາທີ່ເຮັດວຽກໃນກົງໂກແມ່ນໜຶ່ງໃນກໍລະນີຜູ້ຕິດເຊື້ອໃໝ່ຂອງໄວຣັດສາຍພັນນີ້ ຊຶ່ງປັດຈຸບັນຍັງບໍ່ມີວັກຊິນ ຫຼື ຢາຮັກສາທີ່ໄດ້ຮັບການອະນຸມັດຢ່າງເປັນທາງການ.
ຍີ່ປຸ່ນ ຈະໃຊ້ສື່ສັງຄົມອອນລາຍ ແກ້ໄຂບັນຫາຄົນຕ່າງປະເທດຢູ່ເກີນວີຊາ

ຍີ່ປຸ່ນ ຈະໃຊ້ສື່ສັງຄົມອອນລາຍ ແກ້ໄຂບັນຫາຄົນຕ່າງປະເທດຢູ່ເກີນວີຊາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພຶດສະພາ ຜ່ານມາວ່າ: ສຳນັກງານກວດຄົນເຂົ້າເມືອງຂອງຍີ່ປຸ່ນວາງແຜນທີ່ຈະໃຊ້ສື່ສັງຄົມອອນລາຍເພື່ອເພີ່ມທະວີການປາບປາມຄົນຕ່າງປະເທດທີ່ຢູ່ເກີນວີຊາ ຫຼື ລັກລອບເຮັດວຽກຜິດກົດໝາຍ.
ຜູ້ນຳຂອງ UAE ແລະ ຣັດເຊຍ ປຶກສາຫາລືສະຖານະການໃນຕາເວັນອອກກາງ

ຜູ້ນຳຂອງ UAE ແລະ ຣັດເຊຍ ປຶກສາຫາລືສະຖານະການໃນຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ພຶດສະພາ ຜ່ານມາວ່າ: ທ່ານ ເຊກ ໂມຮຳເມັດ ບິນ ຊາເຢັດ ອານ ນາຢານ ປະທານາທິບໍດີ ສະຫະລັດ ອາຣັບ ເອມິເຣດ (UAE) ແລະ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ໂທລະສັບປຶກສາຫາລືກັນກ່ຽວກັບສະຖານະການໃນຕາເວັນອອກກາງ, ລວມທັງຜົນກະທົບທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ ໃນວັນທີ 16 ພຶດສະພາ ຜ່ານມາ.
WHO ຖະແຫຼງ ການແຜ່ລະບາດຂອງໄວຣັດ Hanta ມີຄວາມສ່ຽງຕ່ຳ

WHO ຖະແຫຼງ ການແຜ່ລະບາດຂອງໄວຣັດ Hanta ມີຄວາມສ່ຽງຕ່ຳ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 17 ພຶດ​ສະ​ພາ ຜ່ານມາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຖະ​ແຫຼງວ່າ, ຍັງ​ຮັກ​ສາ​ການ​ຕີ​ລາ​ຄາ​ການ​ແຜ່​ລະ​ບາດ​ຂອງໄວ​ຣັດ Hanta ຢູ່​ລະ​ດັບ​ຕ່ຳ ເມື່ອ​ກຳ​ປັ່ນ​ທ່ອງ​ທ່ຽວ​ທີ່ເກີດ​ພະ​ຍາດດັ່ງກ່າວ​ພວມ​ເດີນ​ທາງ​ມາ​ໃກ້​ກັບໂຮນ​ລັງ. ຖະ​ແຫຼງ​ການ​ຂອງ WHO ລະບຸວ່າ: ຄວາມ​ສ່ຽງ​ຕໍ່​ສຸ​ຂະ​ພາບ​ຂອງປ​ະ​ຊາ​ ຊົ​ນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຄືນ​ໃໝ່ ໂດຍ​ອີງ​ໃສ່ຂໍ້​ມູນ​ທີ່​ໄດ້​ອັບ​ເດດ​ຫຼ້າ​ສຸດ​ໃນ​ປັດຈຸບັນ ແລະ ຄວາມ​ສ່ຽງ​ທົ່​ວ​ໂລກ​ຍັງ​ຢູ່​ລະ​ດັບ​ຕ່ຳ​.
ເພີ່ມເຕີມ