ຕໍ່ພິທີເປີດກອງປະຊຸມສຸດຍອດອູ່ເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກ 2024.
ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ,ການປະຕິວັດດ້ານວິທະຍາສາດເຕັກໂນໂລຊີແລະການປ່ຽນແປງດ້ານອຸດສາຫະກຳຮອບໃໝ່ໄດ້ພັດທະນາໄປຢ່າງວ່ອງໄວ,ພວກເຮົາຄວນເລັ່ງລັດຊຸກຍູ້ໃຫ້ອິນເຕີເນັດພັດທະນາໄປດ້ວຍການປະດິດສ້າງໃໝ່,ປອດໄພແລະໃຫ້ຜົນປະໂຫຍດຢ່າງທົ່ວເຖິງ,ຈັບມີືກັນກ້າວໄປສູ່ “ອະນາຄົດທາງດ້ານດີຈີຕອນ” ອັນດີງາມກວ່າເກົ່າ. ປະເທດຈີນຍິນດີຮ່ວມກັບບັນດາປະເທດຢູ່ໃນໂລກ,ຮ່ວມມືສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ,ເຮັດໃຫ້ອິນເຕີເນັດສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນແລະທົ່ວໂລກໄດ້ດີກວ່າເກົ່າ.
ກອງປະຊຸມສຸດຍອດອູ່ເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກ 2024 ຄັ້ງນີ້ໄດ້ຈັດຂຶ້ນຢູ່ຕາແສງອູ່ເຈິ້ນເມືອງທົງຊຽງແຂວງເຈີ້ຈ່ຽງຈີນໂດຍເນັ້ນໃສ່ຫົວຂໍ້ “ໂອບກອດອະນາຄົດທາງດ້ານດີຈີຕອນທີ່ຖືຄົນເປັນກົກ ແລະນຳໃຊ້ປັນຍາປະດິດໄປໃນທາງທີ່ດີ-ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ.” ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໂດຍແມ່ນກອງປະຊຸມໃຫຍ່ອິນເຕີເນັດໂລກເປັນເຈົ້າພາບ ແລະ ອົງການປົກຄອງແຂວງເຈີ້ຈ່ຽງເປັນຝ່າຍຈັດຕັ້ງປະຕິບັດ.
ຄໍາເຫັນ