ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຝຣັ່ງ

ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຝຣັ່ງ
ຂ່າວສານຊີອາໄອລາຍງານ, ໃນຕອນບ່າຍວັນທີ 6 ພຶດສະພາ ຜ່ານມານີ້, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານເອັມມານູເອວມາຄຣົງປະທານາທິບໍດີຝຣັ່ງຢູ່ວັງເອລີເຊທີ່ນະຄອນຫຼວງປາຣີປະເທດຝຣັ່ງ.
ໃນໂອກາດດັ່ງກ່າວ, ຜູ້ນຳສອງປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບຈີນ-ຝຣັ່ງສ້າງຕັ້ງສາຍພົວພັນທາງການທູດຄົບຮອບ60ປີ, ສາຍພົວພັນມິດຕະພາບຈີນ-ຝຣັ່ງ, ການຮ່ວມມືດ້ານການຄ້າແລະການແລກປ່ຽນດ້ານວັດທະນະທຳສອງຝ່າຍລວມທັງເຕັກໂນໂລຊີທີ່ທັນສະໄໝຊັ້ນຍອດກໍຄືບັນຫາທົ່ວໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຄວາມຫຼາກຫຼາຍດ້ານຊີວະນານາພັນຂອງທະເລແລະອື່ນໆ. ນອກນີ້ສອງຝ່າຍຍັງໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາໃນສາກົນແລະພາກພື້ນ.
ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈີນແລະຝຣັ່ງເປັນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຄວນອອກສຽງເພື່ອແກ້ໄຂບັນຫາ ເຄັ່ງຮ້ອນດ້ວຍສັນຕິວິທີ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນແລະມີຄວາມໝັ້ນຄົງຢ່າງທົ່ວເຖິງ. 
ສອງຝ່າຍໄດ້ອອກຖະແຫຼງການຮ່ວມ4ສະບັບກ່ຽວກັບສະຖານະການຢູ່ເຂດຕາເວັນອອກກາງ, ປັນຍາປະດິດກັບການບໍລິຫານໂລກ, ຊີວະນານາພັນກັບທະເລກໍຄືການແລກປ່ຽນການຮ່ວມມືດ້ານກະສິກຳ, ນອກນີ້ຍັງໄດ້ລົງນາມໃນເອກະສານຮ່ວມມືສອງຝ່າຍເກືອບ20ກວ່າສະບັບທີ່ພົວພັນເຖິງຂົງເຂດຕ່າງໆເຊັ່ນ: ການພັດທະນາສີຂຽວ, ການບິນ, ອາຫານທີ່ເປັນຜະລິດຕະພັນກະສິກຳ, ການຄ້າ, ວັດທະນະທຳແລະອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນ​ໂດ​ເນ​ເຊຍ ​​ຂະຫຍາຍ​ການ​ປູກ​ພືດ​ອາຫານ​ສັດທີ່​ທົນ​​ຕໍ່​ໄພ​ແຫ້ງ​ແລ້ງ

ອິນ​ໂດ​ເນ​ເຊຍ ​​ຂະຫຍາຍ​ການ​ປູກ​ພືດ​ອາຫານ​ສັດທີ່​ທົນ​​ຕໍ່​ໄພ​ແຫ້ງ​ແລ້ງ

ສຳນັກຂ່າວສານຊິນຮວາ ລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງກະສິກຳອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງຂະຫຍາຍການປູກພືດອາຫານສັດທີ່ທົນທານຕໍ່ຄວາມແຫ້ງແລ້ງ ແລະ ມີໂປຣຕີນສູງ ເພື່ອຮັບປະກັນຄວາມໝັ້ນຄົງຂອງການສະໜອງພືດອາຫານສັດ ທ່າມກາງການຂາດແຄນທົ່ງຫຍ້າລ້ຽງສັດທີ່ເກີດຈາກປະກົດການແອວນີໂຢ.
ຣັດເຊຍ ພັດທະນາລະບົບລະບຸຕົວຕົນໂດຣນ ແລະ ບັງຄັບໃຫ້ລົງຈອດທັນທີ

ຣັດເຊຍ ພັດທະນາລະບົບລະບຸຕົວຕົນໂດຣນ ແລະ ບັງຄັບໃຫ້ລົງຈອດທັນທີ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຣັດເຊຍລາຍງານເມື່ອບໍ່ດົນມານີ້ວ່າ, ບໍລິສັດພາຍໃນປະເທດໄດ້ພັດທະນາລະບົບການລະບຸຕົວຕົນເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ມີຊື່ວ່າ: ປຸ່ມແດງ "Red Button" ຊຶ່ງສາມາດບັງຄັບໃຫ້ໂດຣນພົນລະເຮືອນລົງຈອດໄດ້ທັນທີໃນສະຖານະການສຸກເສີນ.
ຍີ່ປຸ່ນ ພິຈາລະນາຂຶ້ນຄ່າທຳນຽມທີ່ຢູ່ອາໄສສຳລັບຄົນຕ່າງປະເທດ

ຍີ່ປຸ່ນ ພິຈາລະນາຂຶ້ນຄ່າທຳນຽມທີ່ຢູ່ອາໄສສຳລັບຄົນຕ່າງປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສຳນັກງານກວດຄົນເຂົ້າເມືອງຍີ່ປຸ່ນໄດ້ປະກາດຮ່າງຄຳສັ່ງຄະນະລັດຖະມົນຕີເພື່ອເພີ່ມຄ່າທຳນຽມສຳລັບຄົນຕ່າງປະເທດທີ່ຕ້ອງການປ່ຽນ ຫຼື ຕໍ່ອາຍຸສະຖານະພາບການຢູ່ອາໄສຈາກ 6,000 ເຢນ ໃນປັດຈຸບັນ ເປັນ 75,000 ເຢນ. ໂດຍຄ່າທຳນຽມ ໃໝ່ສຳລັບການປ່ຽນແປງສະຖານະພາບການຢູ່ອາໄສຊົ່ວຄາວ ແລະ ການຕໍ່ອາຍຸການຢູ່ອາໄສຈະຢູ່ລະຫວ່າງ 10,000 ຫາ 75,000 ເຢນ ຂຶ້ນກັບໄລຍະເວລາພັກເຊົາ.
ຈີນ ສົ່ງອອກຫຸ່ນຍົນມະນຸດໄປຍັງ 150 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ

ຈີນ ສົ່ງອອກຫຸ່ນຍົນມະນຸດໄປຍັງ 150 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 5 ກໍລະກົດ ຜ່ານມາວ່າ: ນັບແຕ່ຕົ້ນປີເປັນຕົ້ນມາ, ການສົ່ງອອກຫຸ່ນຍົນມະນຸດຂອງຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ປັບປຸງອົງປະກອບປະເພດໃຫ້ສົມບູນຂຶ້ນເລື້ອຍໆ ຊຶ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການສົ່ງອອກຜະລິດຕະພັນລະດັບສູງ.
6 ເດືອນຕົ້ນປີ ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວ 9 ຕື້ໂດລາ

6 ເດືອນຕົ້ນປີ ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວ 9 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 5 ກໍລະກົດ ຜ່ານມາວ່າ: ຕາ​ມໂຕ​ເລກ​ຂອງ​ກົມ​ສະ​ຖິຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ທີ່​ຫາກໍປະ​ກາດ​ແລ້ວ, ໃນ​ເດືອນມິ​ຖຸ​ນາ 2026 ຫວຽດ​ນາມ ໄດ້​ຕ້​ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 1,7 ລ້ານ​ເທື່ອ​ຄົນ. ໄລ່​ລວມ 6 ເດືອນ​ຂອງ​ປີ 2026, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ບັນ​ລຸ​ເກືອບ 12.3 ລ້ານ​ເທື່ອ​ຄົນ, ມີລາຍຮັບ 9 ຕື້​ກວ່າໂດລາ. ດ້ວຍ​ໝາກ​ຜົນ​ດັ່ງ​ກ່າວ, ຂ​ະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເກືອບ 50% ເປົ້າ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 25 ລ້ານ​ເທື່ອ​ຄົນ​ໃນ​ປີນີ້.
ບົດ​ຮຽນ​ຈາກ​ການ​ພັດ​ທະ​ນາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ໃນ​ເວ​ລາ 105 ປີ​ຜ່ານ​ມາ

ບົດ​ຮຽນ​ຈາກ​ການ​ພັດ​ທະ​ນາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ໃນ​ເວ​ລາ 105 ປີ​ຜ່ານ​ມາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວລາຫຼາຍກວ່າໜຶ່ງສະຕະວັດຜ່ານມາ, ພັກກອມມູນິດຈີນໄດ້ຮັກສາຄວາມເຂັ້ມແຂງ ແລະ ຄວາມມີຊີວິດຊີວາຕະຫຼອດໄປ, ໄດ້ນຳພາປະຊາຊົນຈີນສ້າງຜົນສຳເລັດດ້ານການພັດທະນາທີ່ປະຈັກຕາຊາວໂລກ. ຜົນສຳເລັດເຫຼົ່ານີ້ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ຈີນເທົ່ານັ້ນ ແຕ່ຍັງເປັນບົດຮຽນທີ່ສຳຄັນສຳລັບຫຼາຍປະເທດກຳລັງພັດທະນາ.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດຈາກ​ແ​ຜ່ນ​ດິນ​ໃນເວ​ເນ​ຊູ​ເອ​ລາາ ​ເພີ່ມ​ຂຶ້ນ​ເປັນ 2,295 ຄົນ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດຈາກ​ແ​ຜ່ນ​ດິນ​ໃນເວ​ເນ​ຊູ​ເອ​ລາາ ​ເພີ່ມ​ຂຶ້ນ​ເປັນ 2,295 ຄົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ກໍ​ລະ​ກົດ ຜ່ານມາ, ທ່ານ ຈອດ​ ໂຣດ​ຣິ​ເກ​ຊ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເວ​ເນ​ຊູ​ເອ​ລາ​ກ່າວ​ວ່າ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​​ຍ້ອນ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເວ​ເນ​ຊູ​ເອ​ລາ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ ຜ່ານມາ ​ໄດ້ເພີ່ມ​ຂຶ້ນ​​ເປັນ 2,295 ຄົນ, ​ສ່ວນຜູ້​ບາດ​ເຈັບ​ເພີ່ມ​ຂຶ້ນ​ເປັນ 11,267 ຄົນ ແລະ ​ມີ​ແຮງ​ສັ່ນ​ສະ​ເ​ທືອນ​ຕາມ​ມາ 782 ຄັ້ງ.
ອີ​ຣານ ​ຈະ​ຈັດ​ການເຈ​ລະ​ຈາ​ຮອບ​ສຸດ​ທ້າຍ​ກັບ ອາ​ເມ​ຣິ​ກາ​ ໃນ​​ເວ​ລາທີ່​ເໝາະ​ສົບ

ອີ​ຣານ ​ຈະ​ຈັດ​ການເຈ​ລະ​ຈາ​ຮອບ​ສຸດ​ທ້າຍ​ກັບ ອາ​ເມ​ຣິ​ກາ​ ໃນ​​ເວ​ລາທີ່​ເໝາະ​ສົບ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ກໍ​ລະ​ກົດ ຜ່ານມານີ້ ອີ​ຣານເປີດ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ ຄາ​​ເຊມ ​ກາ​ຣີ​ບາ​ບາ​ດີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ນຳພາ​ຄະ​ນະ​ຜູ້​ແທນ​ທີ່ປະ​ກອບ​ດ້ວຍ​ພາກ​ສ່ວນ​ຕ່າງໆ ເຊັ່ນ: ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ, ທະ​ນາ​ຄານ​ກາງ​ອີ​ຣານ ແລະ​ ອື່ນໆ ເດີນ​ທາງ​ໄປ​ຢ້​ຽມ​ຢາມ​ກາ​ຕາ ແລະ​ ພົບ​ປະ​ກັບ​ທ່ານ ໂມ​ຮຳ​ເມັດ ບິນ ອັບ​ດູນ​ຣາ​ມານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ ປ​ະ​ເທດ​ກາ​ຕາ ຢູ່​ນະ​ຄອນຫຼວງ​ໂດ​ຮາ​ຂອງ​ກາ​ຕາ​ ໃນ​​ວັນ​ທີ 1 ກໍ​ລະ​ກົດ ຜ່ານມາ ເພື່ອ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃ​ຈ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ອີ​ຣານ ແລະ ​ຫົວ​ຂໍ້ອື່ນໆ, ​ລວມ​ທັງ “ການ​ກຳ​ຈັດ​ອຸ​ປະ​ສັກທີ່​ມີ​ຢູ່” ໃນ​ບັນ​ຫາ​ການ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ຢູ່​ລີ​ບັງ.
ESA ຊີ້ໃຫ້ເຫັນວ່າຄື້ນຄວາມຮ້ອນກຳລັງຮຸນແຮງຂຶ້ນທຸກໆປີ

ESA ຊີ້ໃຫ້ເຫັນວ່າຄື້ນຄວາມຮ້ອນກຳລັງຮຸນແຮງຂຶ້ນທຸກໆປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ທ່ານ ຣູເນີ ໂຟລເບິຣກຮາເກນ ຫົວໜ້າຝ່າຍປະຕິບັດງານດ້ານສະພາບອາກາດ, ຄວາມຍືນຍົງ ແລະ ວິທະຍາສາດ ຂອງອົງການອາວະກາດເອີຣົບ (ESA) ໄດ້ໃຫ້ສຳພາດກັບສຳນັກຂ່າວຊິນຫົວ ທີ່ເມືອງດັບລິນ ປະເທດອຽກລັງ ວ່າ: ຄື້ນຄວາມຮ້ອນທີ່ຮຸນແຮງຂຶ້ນ ແລະ ກຳລັງເກີດຂຶ້ນຢ່າງຕໍ່ເນື່ອງທຸກໆປີ ບໍ່ສາມາດເປັນພຽງປະກົດການສະພາບອາກາດສະເພາະໃນທ້ອງຖິ່ນໄດ້ອີກຕໍ່ໄປ. ໂດຍນັກສ້າງແບບຈຳລອງ ແລະ ຜູ້ຊ່ຽວຊານດ້ານສະພາບອາກາດເຫັນດີວ່າໂລກກຳລັງປະເຊີນກັບອຸນຫະພູມສະເລ່ຍທີ່ສູງຂຶ້ນຢ່າງຕໍ່ເນື່ອງ.
ສາຍການບິນອາຊີ ມີຜູ້ໂດຍສານໜ້ອຍລົງໃນເສັ້ນທາງເອີຣົບ

ສາຍການບິນອາຊີ ມີຜູ້ໂດຍສານໜ້ອຍລົງໃນເສັ້ນທາງເອີຣົບ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ຂໍ້ມູນຈາກບໍລິສັດວິເຄາະຂໍ້ມູນການບິນ "Cirium" ລະບຸວ່າ: ກ່ອນເກີດຂໍ້ຂັດແຍ່ງ ສາຍການບິນ Emirates, Qatar Airways ແລະ Etihad Airways ໄດ້ຂົນສົ່ງຜູ້ໂດຍສານເກືອບໜຶ່ງສ່ວນສາມຈາກອາຊີໄປເອີຣົບ ລວມທັງຜູ້ໂດຍສານຫຼາຍກວ່າເຄິ່ງໜຶ່ງຈາກອົສຕຣາລີ ແລະ ນູແວນເຊລັງ.
ເພີ່ມເຕີມ