ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີສະຫະພັນມິໂກຣເນຊີ

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີສະຫະພັນມິໂກຣເນຊີ
ຂ່າວສານຊີອາໄອລາຍງານໃນວັນທີ 9 ເມສາ ຜ່ານມາ:ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ເວສລີ ຊິມີນາ ປະທານາທິບໍດີສະຫະພັນມິໂກຣເນຊີໃນໂອກາດເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.
ໃນໂອກາດດັ່ງກ່າວ, ຜູ້ນໍາສອງປະເທດໄດ້ປຶກສາຫາລືກ່ຽວກັບຫຼາຍຂົງເຂດ ເຊັ່ນ: ການເລັ່ງລັດຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການຮ່ວມມືດ້ານໂຄງການພື້ນຖານໂຄງລ່າງ, ຮັດແໜ້ນການແລກປ່ຽນດ້ານວັດທະນະທໍາ, ສາທາລະນະສຸກ, ການສຶກສາ ແລະ ທ້ອງຖິ່ນ, ເພີ່ມທະວີການປະສານສົມທົບກັນພາຍໃຕ້ຂອບຫຼາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດ, ເວທີປຶກສາຫາລືປະເທດເກາະດອນນ້ອຍມະຫາສະໝຸດປາຊິຟິກ ແລະອື່ນໆ, ຮ່ວມກັນຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ ກໍຄືດໍາເນີນການຮ່ວມມືສາມຝ່າຍ ຫຼື ຫຼາຍຝ່າຍ ແລະຂົງເຂດອື່ນໆ.
ພາຍຫຼັງການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການລົງນາມໃນເອກະສານຮ່ວມມືສອງຝ່າຍຫຼາຍສະບັບ ເຊັ່ນ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການພັດທະນາແບບສີຂຽວ, ກະສິກໍາ, ສາທາລະນະສຸກ ແລະ ການບໍລິການປິ່ນປົວ, ພື້ນຖານໂຄງລ່າງ, ການຮ່ວມມືດ້ານການພັດທະນາ ແລະອື່ນໆ.
ນອກຈາກນີ້, ສອງຝ່າຍຍັງຈະອອກ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ກັບ ສະຫະພັນມິໂກຣເນຊີ”.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່ານ ລູລີ້ຊິ່ນ ຮອງຜູ້ອຳນວຍການໃຫຍ່ບໍລິສັດພັດທະນາ ແລະ ການລົງທຶນທ່າກຳປັ່ນໜານໜິງ ຈຳກັດ ໄດ້ລາຍງານກ່ຽວກັບທ່າກຳປັ່ນໜານໜິງ, ເນື່ອງໃນໂອກາດເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນ ອາຊຽນປະຈຳປີ 2026 ວ່າ: ທ່າກຳປັ່ນໜານໜິງ ຖືເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດສອງແກນເສດຖະກິດປະກອບມີເຂດເສດຖະກິດແມ່ນ້ຳຈູຈຽງ ແລະ ເຂດເສດຖະກິດອ່າວເປີຍປູ້ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່າກຳປັ່ນໜານໜິງຕັ້ງຢູ່ພາກໃຕ້ຂອງກວາງຊີບໍລິເວນແມ່ນ້ຳຢູ້ຈຽງ ຊຶ່ງເປັນສ່ວນໜຶ່ງຂອງລະບົບແມ່ນ້ຳຈູຈຽງ. ທ່າກຳປັ່ນແຫ່ງນີ້ແມ່ນມີຄວາມສຳຄັນໃນເຄືອຂ່າຍການຂົນສົ່ງທາງນ້ຳຊີຈຽງ ແລະ ເປັນສູນກາງເຊື່ອມຕໍ່ເສັ້ນທາງຂົນສົ່ງທາງນ້ຳຈາກພາກຕາເວັນຕົກສ່ຽງໃຕ້ອອກສູ່ທະເລຕາມແຜນການພັດທະນາ ແລະ ໄດ້ແບ່ງເຂດປະຕິບັດງານອອກເປັນຫຼາຍເຂດປະກອບມີ: ເຂດທ່າກຳປັ່ນລົງອານ, ເຂດທ່າກຳປັ່ນໃຈກາງເມືອງ, ເຂດທ່າກຳປັ່ນລິວຈິງ, ເຂດທ່າກຳປັ່ນນິວວານ, ເຂດທ່າກຳປັ່ນເຮ່ໂຈ່ວ ແລະ ຈຸດທ່າກຳປັ່ນມາຊານ. ໃນນັ້ນ, ເຂດທ່າກຳປັ່ນນິວວານ ແລະ ລິວຈິງເປັນເຂດສຳຄັນສຳລັບການຂົນສົ່ງສິນຄ້າໂດຍມີທ່າກຳປັ່ນນ້ຳເລິກ, ເສັ້ນທາງນ້ຳທີ່ຮອງຮັບເຮືອຂະໜາດ 3,000 ໂຕນ ແລະ ອຸປະກອນຍົກສິນຄ້າທີ່ມີກຳລັງຍົກເຖິງ 50 ໂຕນ.
ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 8 ພະຈິກ ຜ່ານມາ, ທ່ານ ຄາເຊມ ຈາລາລີ ເອກອັກຄະລັດຖະທູດ ອີຣານ ປະຈຳ ມົສກູ ​ໃຫ້​ຮູ້​ວ່າ: ອີຣານ ມີແຜນການໄລຍະຍາວທີ່ຈະສ້າງທໍ່ສົ່ງ​ນ້ຳ​ມັນອາຍແກ໊ສຮ່ວມກັບ ຣັດເຊຍ, ດ້ວຍຄາດ​ໝາຍສະມັດຖະພາບ 110 ຕື້ແມັດກ້ອນ.
ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ອົງການການບິນພົນລະເຮືອນສິງກະໂປ ໄດ້ເປີດເຜີຍຂໍ້ກຳນົດຂັ້ນຕ່ຳສຳລັບນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF) ທີ່ຈັດຊື້ດ້ວຍລາຍຮັບຈາກຄ່າບໍລິການນໍ້າມັນເຊື້ອໄຟເພີ່ມເຕີມ ແລະ ຕ້ອງສາມາດຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕະຫຼອດວົງຈອນຊີວິດການນຳໃຊ້ ຢ່າງໜ້ອຍ 40%.
Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ອັນວາ ອິບຣາຮີມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, Daiso ບໍລິສັດຂາຍຍ່ອຍຂອງຍີ່ປຸ່ນ ໄດ້ເປີດສູນການແຈກຢາຍສິນຄ້າລະດັບໂລກໃນລັດສະລັງງໍ ປະເທດມາເລເຊຍ. ນີ້ແມ່ນສາງສິນຄ້າທີ່ໃຫຍ່ທີ່ສຸດໃນໂລກຂອງບໍລິສັດດັ່ງກ່າວ ຊຶ່ງການລົງທຶນຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງມາເລເຊຍໃນການນໍາໃຊ້ທີ່ຕັ້ງຍຸດທະສາດ, ພື້ນຖານໂຄງລ່າງທ່າເຮືອທີ່ເຂັ້ມແຂງ ແລະ ກໍາລັງແຮງງານທີ່ມີທັກສະ ເພື່ອດຶງດູດບໍລິສັດທີ່ຕ້ອງການເສີມສ້າງລະບົບຕ່ອງໂສ້ການສະໜອງລະດັບໂລກ ແລະ ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງ Daiso ທີ່ມີຕໍ່ມາເລເຊຍໃນຖານະເປັນສູນກາງການຂົນສົ່ງລະດັບໂລກ.
ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 7 ພະ​ຈິກ ຜ່ານມາ, ໜ່ວຍສຳຫຼວດ​ຂົ້ວ​ໂລກ​ໃຕ້ ​​ຄັ້ງ​ທີ 43 ຂອງ​ຈີນ​ທີ່​ຈັດ​ຕັ້ງ​ໂດຍ​ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຈີນ ໄດ້​ອອກ​ເດີນ​ທາງ​ຈາກ ນະ​ຄອນ​​ສ່ານ​ຢ້າ​ແຂວງ​ໄຫຫຼຳ ໄປ​​ຂົ້ວ​ໂລກ​ໃຕ້
ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ຕາມການລາຍງານຂອງກະຊວງການເງິນ ຫວຽດ​ນາມ, ຍອດລາຍຮັບງົບປະມານ​ແຫ່ງລັດ​ໃນ​ໄລ​ຍະ 10 ເດືອນຂອງປີ 2026 ບັນລຸ 96.4% ແຜນຄາດ ໝາຍ. ຫຼາຍ​ທ້ອງ​ຖິ່ນ​ໄດ້ປະ​ຕິ​ບັດສຳເລັດຄາດໝາຍລາຍຮັບງົບປະມານຂອ​ງ​ທັງປີ​ເມື່ອ​ຫາກໍໝົດ​ເດືອນຕຸລາ. ລາຍຮັບຈາກເຮືອນ - ທີ່ດິນ, ໂດຍສະເພາະແມ່ນຄ່າທຳນຽມນຳໃຊ້ທີ່ດິນ ໄດ້ປະ​ກອບສ່ວນຫຼາຍ​ພໍ​ສົ​ມ​ຄວນ, ມີບາງບ່ອນກວມເອົາກວ່າ 37% ຍອດ​ລາຍ​ຮັບ​ງົບ​ປະ​ມານ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້​ຢູ່ເຂດ​ໃຊ້​ສະ​ກຸນ​ເງິນເອີ​ໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງ​ທົບ​ສອງເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍຂອງທະນາຄານກາງເອີຣົບ (ECB). ​ສາເຫດ​ຕົ້ນ​ຕໍຍ້ອນລາ​ຄາ​ພະ​ລັງ​ງານເພີ່ມຂຶ້ນຢ່າງແຮງ ໃນ​ສະ​ພາບ​ທີ່ການ​ປະ​ທະ​ກັນ​ຢູ່​ເຂດຕາເວັນອອກກາງຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ກໍ່​ຄວາມ​ກົດ​ດັນ​ຕໍ່ ECB ​ໃນ​ການ​ສືບ​ຕໍ່​ຮັດ​ກຸມ​ນະ​ໂຍ​ບາຍ​ເງິນ​ຕາ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພະຈິກ ຜ່ານມາ, ສະຫະພາບ ເອີຣົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງ​ໜ້າອູແກຣນ, ສະຫະລັດ ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດເອີຣົບ ຈຳ​ນວນ​ໜຶ່ງ ເພື່ອປຶກສາຫາລືກ່ຽວກັບ​ທ່າອ່ຽງການພັດ​ທະ​ນາເສດຖະກິດ ແລະ ມາດຕະການ​ຊ່ວຍເຫຼືອການກໍ່ສ້າງ ອູແກຣນ ຄືນໃໝ່ພາຍ​ຫຼັງເກີດ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ພະຈິກ ຜ່ານມາ, ກະຊວງການຄ້າຈີນເປີດເຜີຍວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 5,768 ຕື້ 770 ລ້ານຢວນ, ເພີ່ມຂຶ້ນ 8.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ເພີ່ມເຕີມ