ທ່ານສີຈິ້ນຜິງພົບປະກັບທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ

ທ່ານສີຈິ້ນຜິງພົບປະກັບທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ

ທ່ານສີຈິ້ນຜິງພົບປະກັບທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ
ຂ່າວສານຊີອາໄອລາຍງານວ່າ: ໃນຕອນຄ່ຳວັນທີ 17 ເມສາ ຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ພົບປະກັນຢູ່ຕຶກສັນຕິພາບທີ່ນະຄອນຫຼວງພະນົມເປັນ. ຜູ້ນຳສອງປະເທດໄດ້ເຫັນດີເປັນເອກະພາບທີ່ຈະຮ່ວມມືກັນ

 

ເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນທຸກສະພາບການໃນຍຸກໃໝ່ ແລະ ປະກາດປີ 2025 ເປັນ “ປີທ່ອງທ່ຽວຈີນ-ກຳປູເຈຍ”.

ທ່ານສີຈິ້ນຜິງກ່າວວ່າ: ປັດຈຸບັນ, ການປ່ຽນແປງໃນຮອບຮ້ອຍປີຂອງໂລກພວມເລັ່ງຜັນແປ, ການລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍແມ່ນສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງສົມບູນ. ຈີນຈະເຮັດຄືດັ່ງທີ່ເຄີຍໄດ້ປະຕິບັດໃນໄລຍະຜ່ານມາ, ສະໜັບສະໜູນກຳປູເຈຍເດີນໄປຕາມເສັ້ນທາງແຫ່ງການພັດທະນາທີ່ສອດຄ່ອງກັບສະພາບການຂອງປະເທດຕົນ, ສະໜັບສະໜູນລັດຖະບານກຳປູເຈຍທີ່ປົກຄອງປະເທດຢ່າງສະດວກ, ສະໜັບສະໜູນກຳປູເຈຍເສີມຂະຫຍາຍບົດບາດສຳຄັນກວ່າເກົ່າໃນວຽກງານສາກົນ ແລະ ພາກພື້ນ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນຍິນດີຊົມໃຊ້ໂອກາດຮ່ວມກັບກຳປູເຈຍ, ສະແຫວງຫາການພັດທະນາຮ່ວມກັນ. ສອງຝ່າຍຄວນສຸມກຳລັງເຂົ້າໃນການຊຸກຍູ້ການຮ່ວມມືດ້ານຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ເພີ່ມຕື່ມເນື້ອໃນເຂົ້າໃນໂຄງສ້າງການຮ່ວມມືໃນ 6 ຂົງເຂດ ຄື: ການເມືອງ, ກຳລັງການຜະລິດ, ກະສິກຳ, ພະລັງງານ, ຄວາມໝັ້ນຄົງ ແລະ ວັດທະນະທຳ ຫຼື ການຮ່ວມມື “ເພັດພອຍ 6 ລ່ຽມ” ໃຫ້ອຸດົມສົມບູນຂຶ້ນເລື້ອຍໆ ເພື່ອເພີ່ມພະລັງຂັບເຄື່ອນໃໝ່ເຂົ້າໃນການສ້າງສາຄວາມທັນສະໄໝຂອງປະເທດຕົນ.

ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ກຳປູເຈຍເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ສະໜັບສະໜູນຈີນໃນການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ພາຍໃຕ້ສະຖານະການທີ່ລັດທິຝ່າຍດຽວໄດ້ເຮັດໃຫ້ໂລກເກີດຄວາມປັ່ນປ່ວນ ແລະ ລະບົບການຄ້າຫຼາຍຝ່າຍໄດ້ຮັບຜົນກະທົບ, ກຳປູເຈຍຍິນດີເພີ່ມທະວີການປະສານງານ ແລະ ການປະສານສົມທົບກັບຈີນ ເພື່ອປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງສອງຝ່າຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຂອງຈີນຈະເປັນບົດຮຽນທີ່ເປັນປະໂຫຍດໃຫ້ແກ່ປະເທດກຳລັງພັດທະນາ

ຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຂອງຈີນຈະເປັນບົດຮຽນທີ່ເປັນປະໂຫຍດໃຫ້ແກ່ປະເທດກຳລັງພັດທະນາ

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ຈີນໄດ້ຍົກສູງວຽກງານ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ຂຶ້ນສູ່ລະດັບສູງດ້ວຍຍຸດທະສາດແບບບໍ່ເຄີຍມີມາກ່ອນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສະເໜີວ່າ “ຈີນຢາກມີຄວາມເຂັ້ມແຂງ, ກະສິກຳຕ້ອງເຂັ້ມແຂງ; ຈີນຢາກມີຄວາມສວຍງາມ, ຊົນນະບົດຕ້ອງມີຄວາມສວຍງາມ; ຈີນຢາກມີຄວາມຮັ່ງມີ, ຊາວກະສິກອນຕ້ອງມີຄວາມຮັ່ງມີ” ຊຶ່ງກາຍເປັນຫຼັກການພື້ນຖານຂອງຈີນໃນການປະຕິບັດວຽກງານກ່ຽວກັບ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”.
ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສຳນັກຂ່າວ RIA Novosti ໄດ້ລາຍງານວ່າ, ດາວທຽມຂອງຣັດເຊຍໄດ້ກວດພົບການລະເບີດຂອງລັງສີແກມມາທີ່ມີພະລັງ ຊຶ່ງເກີດຂຶ້ນປະມານ 11.3 ຕື້ປີກ່ອນ.
AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ຜ່ານມາວ່າ: ສຳນັກຂ່າວ Nikkei ຂອງຍີ່ປຸ່ນລາຍງານວ່າ, Model ປັນຍາປະດິດ (AI) ສ້າງຜົນງານໄດ້ຢ່າງໜ້າປະທັບໃຈໃນການສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ ປະຈຳປີ 2026. ໂດຍ Chat GPT 5.2 Thinkingຂອງ OpenAI ໄດ້ອັນດັບໜຶ່ງ ດ້ວຍຄະແນນເຕັມໃນ 9 ວິຊາ.
ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ຂ່າວສານຊີອາໄອລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວຂອງລັດຖະບານຈີນທີ່ຈັດຂຶ້ນວັນທີ 21 ມັງກອນ ຜ່ານມານີ້, ເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນກ່າວວ່າ: ເສດຖະກິດອຸດສາຫະກຳຂອງຈີນໄດ້ບັນລຸເປົ້າໝາຍຕົ້ນຕໍໝົດປີ 2025 ຢ່າງສະດວກ, ພະລັງຂັບເຄື່ອນໄດ້ປະກົດຕົວຂຶ້ນເລື້ອຍໆ, ຂົງເຂດອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຫຼາຍກວ່າ 40%. ໃນນັ້ນ, ກຳລັງການພັດທະນາໃນຄຸນນະພາບໃໝ່ໄດ້ກາຍເປັນພະລັງທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດອຸດສາຫະກຳ, ການປະດິດສ້າງໃໝ່ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳພວມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.
ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 22 ມັງກອນ ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ມັງກອນ ຜ່ານມາ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ຈຳນວນກຳມະການສູນກາງພັກໄດ້ຮັກສາໄວ້ຄືເກົ່າເມື່ອທຽບໃສ່ກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກ.
ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ບັນຍາກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທີ່ພວມດໍາເນີນໄປລະຫວ່າງ ວັນທີ 19 - 25 ມັງກອນ 2026, ໄດ້ດຶງດູດຄວາມສົນໃຈ ຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນເຫດການທາງການເມືອງທີ່ສໍາຄັນເປັນພິເສດ, ເປັນການທົບທວນຄືນເສັ້ນທາງປ່ຽນແປງໃໝ່ເກືອບ 40 ປີ ທີ່ມີຜົນສໍາເລັດອັນຍິ່ງໃຫຍ່ຫຼາຍປະການ. ໃນຂະນະດຽວກັນ, ກໍກໍາລັງຢືນຢູ່ຕໍ່ໜ້າຄວາມທ້າທາຍ ແລະ ຄວາມຕ້ອງການໃໝ່ ໄລຍະການພັດທະນາຂັ້ນຕໍ່ໄປ ໃນສະພາບແວດລ້ອມສາກົນ ທີ່ກໍາລັງປ່ຽນແປງຢ່າງໄວວາ, ສັບຊ້ອນ ແລະ ຄາດຄະເນໄດ້ຍາກ.
ຟີລິບປິນ ກຳລັງກະກຽມຍົກເລີກຄຳສັ່ງຫ້າມປະຊາຊົນເຂົ້າເຖິງ Grok

ຟີລິບປິນ ກຳລັງກະກຽມຍົກເລີກຄຳສັ່ງຫ້າມປະຊາຊົນເຂົ້າເຖິງ Grok

ຂ່າວຕ່າງປະເທດລາຍງານວ່າ: ອົງການສືບສວນອາຊະຍາກຳທາງໄຊເບີຂອງຟີລິບປິນ ໄດ້ເປີດເຜີຍໃນວັນທີ 21 ມັງກອນ ຜ່ານມາວ່າ: ຟີລິບປິນກຳລັງກະກຽມທີ່ຈະເປີດໃຫ້ປະຊາຊົນເຂົ້າເຖິງ Grok, chatbot ປັນຍາປະດິດ (AI) ຂອງ ອີລອນ ມັສ ຄືນໃໝ່, ຫຼັງຈາກນັກພັດທະນາໄດ້ສັນຍາວ່າຈະລຶບເຄື່ອງມືການປັບແຕ່ງຮູບພາບ ທີ່ເຄີຍສ້າງຄວາມກັງວົນດ້ານຄວາມປອດໄພສຳລັບເດັກນ້ອຍ.
ການລົງທຶນຢູ່ຕ່າງປະເທດຂອງຈີນ ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກ

ການລົງທຶນຢູ່ຕ່າງປະເທດຂອງຈີນ ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກ

ຂ່າວສານຊີອາໄອລາຍງານໃນວັນທີ 21 ມັງກອນ ຜ່ານມາວ່າ: ແຫຼ່ງຂ່າວຈາກກະຊວງການຄ້າຈີນໃຫ້ຮູ້ວ່າ, ການລົງທຶນໂດຍກົງທີ່ບໍ່ແມ່ນຂົງເຂດການເງິນຢູ່ຕ່າງປະເທດຂອງຈີນໃນປີ 2025 ໄດ້ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024, ຄອງອັນດັບແຖວໜ້າຂອງໂລກຢ່າງໝັ້ນທ່ຽງ.
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສິ້ນສຸດວາລະປະກອບຄຳເຫັນ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສິ້ນສຸດວາລະປະກອບຄຳເຫັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 21 ມັງກອນ ຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ສິ້ນສຸດການປະກອບຄຳເຫັນກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່. ເນື້ອໃນຄຳເຫັນໄດ້ສຸມໃສ່ບັນດາເນື້ອໃນສຳຄັນ ຊຶ່ງປະຊາຊົນ, ພະນັກງານ, ສະມາຊິກພັກໄດ້ໃຫ້ຄວາມສົນໃຈ. ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.
ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ນັກວິທະຍາສາດໃນອົສຕຣາລີໄດ້ຄົ້ນພົບເປັນຄັ້ງທຳອິດໃນໂລກວ່າ, ຫົວໃຈຂອງມະນຸດສາມາດສ້າງຈຸລັງກ້າມຊີ້ນຂຶ້ນມາໃໝ່ໄດ້ຫຼັງຈາກເປັນໂຣກຫົວໃຈວາຍ ຊຶ່ງເຮັດໃຫ້ເກີດຄວາມຫວັງສຳລັບການປິ່ນປົວຟື້ນຟູໃນອະນາຄົດສຳລັບໂຣກຫົວໃຈວາຍ.
ເພີ່ມເຕີມ