ທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X ຮອບທີ3

ທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X ຮອບທີ3

ທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X ຮອບທີ3
ໃນວັນທີ 23 ສິງຫາຜ່ານມາ ທີ່ຫໍວັດທະນະທຳໄກສອນພົມວິຫານ ໄດ້ສຳເລັດການທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X (ຮອບທີ3), ໂດຍໃຫ້ກຽດເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ-ນະຄອນ, ກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ.
ທາບທາມຄະນະບລຫານງານພກແຂວງສະຫວນນະເຂດ ສະໄໝທ X ຮອບທ3 - image 1
 

ໃນພິທີ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄຳເຫັນໃສ່ເນື້ອໃນເອກະສານກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ X (ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX) ເປັນຄັ້ງສຸດທ້າຍ. ຈາກນັ້ນ, ສະຫາຍ ເລຂາຄະນະບໍລິຫານງານພັກແຂວງ ກໍໄດ້ລາຍງານຜົນສຳເລັດການດຳເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານພັກແຂວງສະໄໝທີ IX ໂດຍສັງເຂບ ພ້ອມທັງຊີ້ແຈງ, ການຕຳນິສົ່ງຂ່າວຕໍ່ການນຳພາລວມຂອງຄະນະບໍລິຫານງານພັກແຂວງ. ຈາກນັ້ນ, ສະຫາຍ ວິໄລວົງ ບຸດດາຄຳ ກໍໄດ້ຜ່ານມາດຖານເງື່ອນໄຂ ຂອງຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາຄະນະພັກ.

ໃນກອງປະຊຸມ, ສະຫາຍ ບຸນທອງ ຈິດມະນີ ກໍຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ແນະນຳບາງບັນຫາສຳຄັນກ່ອນຈະດຳເນີນການທາບທາມ ພ້ອມທັງໄດ້ມີການແນະນຳວຽກງານໃນການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດ ສະໄໝທີ X ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ເພື່ອໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

ທາບທາມຄະນະບລຫານງານພກແຂວງສະຫວນນະເຂດ ສະໄໝທ X ຮອບທ3 - image 2
 

ໃນກອງປະຊຸມດັ່ງກ່າວ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກກໍໄດ້ແນະນຳລະບຽບການທາບທາມ. ຈາກນັ້ນ, ກໍໄດ້ດຳເນີນການປ່ອນບັດທາບທາມຄະນະບໍລິຫານງານພັກແຂວງຮອບທີ 3 ແລະ ທາບທາມຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ, ປະທານ-ຮອງປະທານກວດກາຄະນະພັກຮອບທີ 2 ຢ່າງເປັນທາງການ.

(ຂ່າວ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ໃນວັນທີ 29 ຕຸລາຜ່ານມາຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທະນົງສັກ ພົມມະທັດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ.
ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 29 ຕຸລາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໆເງິນເມືອງສີງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ຢູ່ພາຍໃນເມືອງສີງ ເພື່ອກະກຽມໃສ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີV2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍໍາກ້ຽງ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ.
ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພື່ອເປັນການເສີມຂະຫຍາຍ ວຽກງານຄວາມປອດໄພທາງຫຼວງ ແລະ ຫຼຸດຜ່ອນອັດຕາການເກີດອຸບັດເຫດ, ທີມງານໂຄງການຄວາມປອດໄພທາງຫຼວງ, ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ພະແນກຈະລາຈອນແຂວງອຸດົມໄຊ ໄດ້ສືບຕໍ່ລົງໂຄສະນາ ປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຢູ່ໂຮງຮຽນ ມສ ຫົວນ້ຳງາ (ບ້ານຫຼັກ 32) ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 30 ຕຸລາ ນີ້, ນຳພາທີມງານໂດຍ ທ່ານ ຄຳເພົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ.
ເພີ່ມເຕີມ