ເຖິງເວລາທີ່ຕ້ອງໄດ້ປ່ຽນແລ້ວ! ກັບ Appຫວຍອິນຊີ Insee Hub

ເຖິງເວລາທີ່ຕ້ອງໄດ້ປ່ຽນແລ້ວ! ກັບ Appຫວຍອິນຊີ Insee Hub
ໃນວັນທີ 20 ພຶດສະພາ ຜ່ານມາ ທີ່ພັດຕະຄານເຊັນພິລາ ໄດ້ຈັດງານແນະນຳການປັບປຸງແບຣນຂອງບໍລິສັດໃຫ້ມີຄວາມທັນສະໄໝຂຶ້ນກວ່າເກົ່າ ຫັນປ່ຽນເຂົ້າສູ່ຍຸກສະໄໝໃໝ່ ພ້ອມທັງແນະນຳໂລໂກ້ໃໝ່, ພີເຊັນເຕີໃໝ່ຂອງແຕ່ລະຜະລິດຕະພັນ ແລະ ໂຄງການດີດີທີ່ຈະເປັນອີກແຮງສະໜັບສະໜູນໃນການພັດທະນາສັງຄົມ ໂດຍງານໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ຄຳເຜັ່ນ ບຸບຜາວົງ ອຳນວຍການ ຫວຍພັດທະນາລາວ ພ້ອມດ້ວຍຄະນະ.
ປັດຈຸບັນ, ບໍລິສັດ ອິນຊີ ກຣຸບ ມີຫຼາກຫຼາຍຜະລິດຕະພັນປະກອບມີ: ຫວຍ 6 ໂຕ, ຫວຍ 12 ລາສີ, INSEE SHOPPING 1414, ອິນຊີ ເງິນຕິດປີກບິນ ແລະ ອິນຊີ ປະກັນຊີວິດ, ຜະລິດຕະພັນ ແລະ ບໍລິການອື່ນໆອີກຫຼາກຫຼາຍໃນອະນາຄົດ. ໂດຍພາຍໃນງານຄັ້ງນີ້ ກໍໄດ້ມີການພັດທະນາແອັບພິເຄຊັນ INSEE HUB ພ້ອມທັງ Option ຫຼັກທີ່ໜ້າສົນໃຈ ເຊັ່ນ: ຫວຍ 6 ໂຕ, ຫວຍ 12 ລາສີ ການຊຳລະການຊື້ເລກໄດ້ຫຼາຍທະນາຄານ.
ໂລໂກ້ໃໝ່ຂອງຫວຍອິນຊີ ຈາກມາດຕະຖານເກົ່າ ສູ່ໂສມໜ້າໃໝ່ທີ່ດີຂຶ້ນກ່ວາເດີມ ການປັບໂລໂກ້ໃນຄັ້ງນີ້ ຍັງມາພ້ອມກັນກັບສະໂລແກນທີ່ວ່າ “ສິ່ງດີດີເກີດຂຶ້ນໄດ້ສະເໝີ” ຊຶ່ງສະໂລແກນນີ້ໄດ້ຮັບແຮງບັນດານໃຈຈາກລູກຄ້າຂອງຫວຍອິນຊີທີ່ຖືກລາງວັນ 12 ລາສີ ແລະ ກໍຍັງໄດ້ປັບປະສານລາຍແຕ້ມໂຫລາສາດທີ່ງົດງາມແບບລາວໆພາຍໃນແອັບອີກດ້ວຍ ແລະ ພິເສດໄປກວ່ານັ້ນຍັງໄດ້ແນະນຳ ວິດີໂອໂຄສະນາ ທີ່ສ້າງຂຶ້ນແບບພິເສດ ຊຶ່ງມີເນື້ອຫາໃນການສົ່ງເສີມໃຫ້ສ່ຽງໂຊກແບບມີສະໄຕລ, ໃຊ້ຈ່າຍຢ່າງມີເຫດຜົນ, ລົງທຶນເພື່ອອະນາຄົດ ຊຶ່ງພີເຊັນເຕີທັງ 4 ທ່ານ ໄດ້ແກ່:
* ນາງ ອາໂນມາ ລັດທິດາພີທີກອນ ແລະ ຜູ້ປະກາດຂ່າວຊື່ດັງ ຈາກໂທລະພາບແຫ່ງຊາດ ພີເຊັນເຕີ ອິນຊີປະກັນຊີວິດ ຈຳກັດ ຜູ້ດຽວ.
* ທ່ານ ສຸລິຍັນ ຍັງນຸວົງ (ກິນ້ອຍ ລາວສະຕາ)ພີທີກອນອາລົມດີທີ່ມີເອກະລັກເປັນຂອງຕົວເອງ ພີເຊັນເຕີ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈຳກັດ.
* ທ່ານ ສຸດທະວີ ອຸບົນພາສຸດ (ລັກກີ້)ນາຍແບບ ແລະ ລີວິວສິນຄ້າ ພີເຊັນເຕີ ແອັບພິເຄຊັນ INSEE HUB.
* ທ່ານ ນາງ ວຽງສະຫວັນ ສຸທັນນຸວົງ (ຈູລີ້)ຮອງອັນດັບສອງ Miss Laos 2022 ພີເຊັນເຕີ ອິນຊີ INSEE SHOPPING 1414.
ນອກນັ້ນ, ບໍລິສັດ ອິນຊີ ກຣຸບ ຍັງໄດ້ລິເລີ່ມໂຄງການທີ່ຈະຊ່ວຍສ້າງອາຊີບໃຫ້ກັບຄົນຍຸກໃໝ່ເຊັ່ນ: ໂຄງການສຸດຍອດນັກຂາຍຍອດນິຍົມ ແລະ ໂຄງການສຸດຍອດນັກຂາຍແຫ່ງຍຸກສະໄໝ, ໂຄງການເຫຼົ່ານີ້ ເປັນໂຄງການທີ່ຈະຊ່ວຍສ້າງອາຊີບ ສ້າງລາຍໄດ້ ໃຫ້ແກ່ບຸກຄົນທົ່ວໄປທີ່ຕ້ອງການມີລາຍໄດ້ ຈາກການເປັນຕົວແທນຂາຍກັບທາງບໍລິສັດ.
ຕະຫຼອດໄລຍະເວລາທີ່ຜ່ານມາ ບໍລິສັດ ອິນຊີ ກຣຸບ ໄດ້ໃຫ້ຄວາມສຳຄັນຕໍ່ກັບສັງຄົມເປັນຢ່າງສູງ ໄດ້ຊ່ວຍເຫຼືອລັດຖະບານເອົາເງິນສົດທີ່ຈໍລະຈອນຢູ່ທ້ອງຕະຫຼາດກັບເຂົ້າສູ່ລະບົບການເງິນ, ທະນາຄານຂອງລັດ ແລະ ເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ເພື່ອຮັບໃຊ້ເຂົ້າໃນສາທາລະນະປະໂຫຍດລວມຂອງຊາດ ແລະ ຊ່ວຍປະກອບສ່ວນເປັນກຳລັງແຮງໜຶ່ງໃນການສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນລາວບັນດາເຜົ່າຈຳນວນໜຶ່ງໃນຂອບເຂດທົ່ວປະເທດ.
ສາມາດດາວໂຫຼດແອັບ INSEE HUB ໄດ້ແລ້ວຕອນນີ້, ດາວໂຫຼດເລີຍ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ