ຂ່າວລະບຸວ່າ: ອີງຕາມການລາຍງານຂອງສາຍການບິນດັ່ງກ່າວ, ການບໍລິການ Wi-Fi ຈະຖືກນໍາໃຊ້ໂດຍບໍ່ເສຍຄ່າກັບລູກຄ້າປະຈຳ, ແທນທີ່ຈະເປັນຜູ້ໂດຍສານທັງໝົດຕາມແຜນການເດີມ. ຖ້ຽວບິນທຳອິດທີ່ໃຫ້ບໍລິການຈະຢູ່ໃນເຮືອບິນEmbraer SA E175, ຂະນະທີ່ການເປີດໃຫ້ບໍລິການໃນເຮືອບິນໂດຍສານຈະເລີ່ມກ່ອນທ້າຍປີ 2025.
ໃນອາເມຣິກາ, ບໍລິສັດໃຫ້ບໍລິການຂົນສົ່ງທາງອາກາດ Hawaiian Holdings Inc ແລະ ສາຍການບິນ JSX ທັງສອງສາຍການບິນນີ້ກໍໄດ້ນຳໃຊ້ດາວທຽມ Starlink.
ນອກຈາກອາເມຣິກາ, ສາຍການບິນ Qatar Airways QCSC ກໍໄດ້ນຳໃຊ້ດາວທຽມນີ້, ໃນຂະນະທີ່ສາຍການບິນອື່ນໆເຊັ່ນ: Air Baltic Corp. (ລິທົວເນຍ), Air New Zealand Ltd. ແລະ ZIPAIR Tokyo Inc. (ຍີ່ປຸ່ນ) ກໍໄດ້ປະກາດຂໍ້ຕົກລົງກັບ SpaceX ກ່ຽວກັບການນຳໃຊ້ດາວທຽມດັ່ງກ່າວ.
ຄໍາເຫັນ