ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024

ໂດຍ:ວັນໄຊ
ປີ 2024 ນີ້,ກະຊວງ ອຄ ໄດ້ກໍານົດທິດທາງ ພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໂດຍວາງບັນດາໂຕເລກຄາດໝາຍສູ້ຊົນຕົ້ນຕໍຄື: ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ໃຫ້ບັນລຸ 17.990,10ຕື້ກີບ;ດ້ານການຄ້າພາຍໃນ: ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ຄາດຄະເນ ໃຫ້ບັນລຸ  91.375,00ຕື້ກີບ,ດ້ານການຄ້າຕ່າງປະເທດ: ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ  16.010,09ລ້ານໂດລາ, ໃນນັ້ນ, ມູນຄ່າການສົ່ງອອກ  8.724,33ລ້ານໂດລາແລະ ມູນຄ່າການນໍາເຂົ້າ  7.285,76ລ້ານໂດລາ.
ສໍາລັບ ແຜນງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ ກະຊວງ ອຄ ຈະຈັດກອງປະຊຸມປິ່ນອ້ອມ ການເປັນປະທານອາຊຽນ ປີ2024 ຂອງ ສປປ ລາວ ໃນເສົາຄໍ້າ ເສດຖະກິດຮ່ວມກັບປະເທດອາຊຽນສ້າງແຜນຈັັດຕັ້ງປະຕິບັດການຮ່ວມມືວຽກງານຊັບສິນທາງປັນຍາອາຊຽນສິບປີ 2026-2035 ໃຫ້ສໍາເລັດ 50% ແລະ ປັບປຸງ ກອບສັນຍາການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ (ASEAN Framework Agreement on IP Cooperation); ເຈລະຈາເຂົ້າເຖິງຕະຫຼາດສິນຄ້າໃໝ່ຂອງ ສປປ ລາວ ໃນຂອບສອງຝ່າຍ, ພາກພື້ນ, ອະນຸພາກພື້ນ ແລະ ຫຼາຍຝ່າຍ ໂດຍສະເພາະ ຕະຫຼາດ ສປ ຈີນ, ຫວຽດນາມ ແລະ ອາຊຽນ ກັບ ຄູ່ຮ່ວມເຈລະຈາ,ຫຼຸດຜ່ອນ ຫຼື ລົບລ້າງສິ່ງກີດກັ້ນການຄ້າດ້ານລະບຽບການທີ່ບໍ່ຈໍາເປັນຢູ່ດ່ານຊາຍແດນ ເພື່ອເຮັດໃຫ້ການເຄື່ອນຍ້າຍສິນຄ້ານັບມື້ມີຄວາມສະດວກຂຶ້ນ, ຫຼຸດຜ່ອນຕົ້ນທຶນ ແລະ ເວລາ ຂອງການຄ້າຂ້າມແດນ. ໃນນີ້, ຈະສືບຕໍ່ທົບທວນຄືນສັນຍາການຄ້າສອງຝ່າຍລະຫວ່າງ ສປປ ລາວ-ສສ ຫວຽດນາມ ແລະ ລາວ-ໄທ ແລະ ອື່ນໆ,ຮ່ວມມື ແລະ ເຊື່ອມໂຍງກັບເຄືອຂ່າຍ ການຜະລິດອຸດສາຫະກໍາ ຂົງເຂດພາກພື້ນ ແລະສາກົນ ເພື່ອຊ່ວຍໃຫ້ອຸດສາຫະກຳພາຍໃນປະເທດສາມາດເຊື່ອມໂຍງ ຫຼື ມີສ່ວນຮ່ວມໃນຕ່ອງໂສ້ການສ້າງມູນຄ່າເພີ່ມຂອງພາກພື້ນ ເປັນຕົ້ນອຸດສາຫະກຳຕັດຫຍິບ, ອຸດສາຫະກຳປະກອບໄຟຟ້າ ແລະ ເອເລັກໂຕຣນິກ, ອຸດສາຫະກຳເຄື່ອງມືການແພດ ແລະ ອື່ນໆ.ສ້າງແຜນຍຸດທະສາດທີ່ຕິດພັນກັບການຄ້າ ເພື່ອຍາດແຍ່ງທຶນຮອນ ແລະ ໂຄງການ ຈາກພາກພື້ນ, ສາກົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອມາພັດທະນາຂະແໜງ ອຄ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ;ສ້າງແຜນຍຸດທະສາດ ແລະ ແຜນວຽກການຄ້າທາງເອເລັກໂຕຣນິກ ຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດສັນຍາການຄ້າທາງເອເລັກໂຕຣນິກ ແລະ ເປັນບ່ອນອີງໃນການເຈລະຈາໃນທຸກຂອບສັນຍາແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໃນຂົງເຂດຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຢ່າງມີປະສິດທິຜົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ວັນທີ 14 ມັງກອນຜ່ານມຮານີ້, ຢູ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ-ນະຄອນ ຫຼວງພະບາງ, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນເງົາຂອງເວລາ ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ຂຽນໂດຍ ແກ້ວຈ່ອຍ ບົວ ໄດ້ລາງວັນທີ 1; ເລື່ອງສັ້ນ ຂອງຂວັນ ຂຽນໂດຍ ອຸດົມຮອບຄອບ, ບົດບັນທຶກປະລິນຍາມະຫາຊົນ ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ ບໍ່ໄດ້ຈັບປືນຮ່ວມສູ້ ແຕ່ຂໍຈັບປາກກາຮ່ວມສ້າງຂຽນໂດຍ ສະຫງວນສັກ ວັນໄຊຍະເດດ ແລະ ບົດກະວີ ພັກນີ້ ຂຽນໂດຍ ບຸນມາ ຫອມສົມບັດ ໄດ້ລາງວັນທີ 2 ແລະ ເລື່ອງສັ້ນ ສ່ຽວຮັກ ສ່ຽວສັດຕູ ຂຽນໂດຍ ບົວລະພາ ກຸມພົນ, ເລື່ອງສັ້ນ ຮອຍລະນຶກ ຂຽນໂດຍ ບຸນເກີດ ຈັນທະວົງ, ບົດບັນທຶກ ອິນຊີຄືນຖິ່ນ ຂຽນໂດຍ ປະສົງ ວົງຄຳຈັນ, ບົດກະວີ ຮອຍຍີ້ມລູກ ຄວາມສຸກຂອງແມ່ ຂຽນໂດຍ ສະດັນຢູ ເພັດຊະລາດ ແລະ ບົດກະວີ ສານສັ່ງຈາກປະທານໄກສອນ ພົມວິຫານ ຂຽນໂດຍ ໄພວອນ ນັນທະວົງ ໄດ້ລາງວັນທີ 3.
ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ພິທີເຊັນສັນຍາຮ່ວມມືດ້ານວິຊາການ ວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການ ນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ກົມແຜນການ ແລະ ການຮ່ວມມື ກັບ ບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ.
ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ໃນວັນທີ 16 ມັງກອນຜ່ານມາທີ່ ສູນວາງສະແດງ ເຂດເສດຖະກິດພິເສດ ເມືອງບໍ່ເຕ່ນ ແຂວງຫຼວງນໍ້າທາ,ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນປີ 2024 ແລະ 2025 ໃຫ້ແກ່ຈຸດປະສານງານອາຊຽນ ຂອງບັນດາແຂວງພາກກາງ ແລະ ພາກເໜືອ. ໃນກອງປະຊຸມຄັ້ງນີ້ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນທອນ ສີສະຫວັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ ອົງການກວດກາລັດ ແຂວງຫຼວງນ້ຳທາ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີເປີດກອງປະຊຸມ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຈຸດປະສານງານອາຊຽນ ແລະ ພະແນກການກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກເໜືອ ເຂົ້າຮ່ວມ.
ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ໃນທ້າຍອາທິດຜ່າຮມານີ້, ທີ່ໂຮງໝໍເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ໂຮງເຢັນ, ອຸປະກອນການແພດຈໍານວນໜຶ່ງ ແລະ ຫໍພະບູຊາ ມີມູນຄ່າການຊ່ວຍເຫຼືອ 370 ລ້ານກີບ ຫຼື ເງິນບາດໄທ 90.000 ບາດ ແລະ ເງິນໂດລາ 2,300 ໂດລາສະຫະລັດ.
ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ເພີ່ມເຕີມ