ທຫລ ຄຸ້ມຄອງເງິນຕາຕ່າງປະເທດຖືກທິດມີຜົນຄືບໜ້າດີຂຶ້ນ

ທຫລ ຄຸ້ມຄອງເງິນຕາຕ່າງປະເທດຖືກທິດມີຜົນຄືບໜ້າດີຂຶ້ນ
ທ່ານເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ (ກຄງຕ)ທະນາຄານແຫ່ງ ສປປລາວ (ທຫລ) ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສປປ ລາວ ມີນະໂຍບາຍຄຸ້ມຄອງເງິນຕາຕ່າງປະເທດທີ່ເປີດກວ້າງຫຼາຍດ້ານທຽບໃສ່ຫຼາຍປະເທດ ແລະປະຕິບັດຕາມຫຼັກການສາກົນສະແດງອອກຄື:ສັງຄົມຊິນເຄີຍໃຊ້ເງິນຕາຕ່າງປະເທດຫຼາຍສະກຸນ, ບຸກຄົນ, ນິຕິບຸກຄົນ ສາມາດຖືຄອງເງິນຕາຕ່າງປະເທດໃນຮູບແບບເງິນສົດ ແລະ ອະນຸຍາດໃຫ້ມີບັນຊີເງິນຝາກເງິນຕາຫຼາຍສະກຸນ, ບໍ່ມີການຫັກອາກອນລາຍໄດ້ຈາກບັນຊີເງິນຝາກ ແລະ ສາມາດໂອນເປັນເງິນຕາຜ່ານບັນຊີເງິນຝາກເພື່ອຊໍາລະພາຍໃນ, ໃນຂະນະທີ່ຫຼາຍປະເທດນໍາໃຊ້ສະກຸນດຽວເທົ່ານັ້ນ;ການໂອນເງິນເຂົ້າ-ອອກຂອງບຸກຄົນແລະນິຕິບຸກຄົນໄປຕ່າງປະເທດ ແລະລາຍຮັບຂອງນັກລົງທຶນຕ່າງປະເທດກັບປະເທດໄດ້ສະດວກ.
ເຖິງຢ່າງໃດກໍຕາມເຫັນວ່າລະບົບການຄຸ້ມຄອງແຫຼ່ງລາຍຮັບເງິນຕາຜ່ານມາຍັງບໍ່ທັນຮັດກຸມແລະ ຄົບຖ້ວນເປັນຕົ້ນການລົງທະບຽນ, ການເປີດບັນຊີສະເພາະຜູ້ນຳເຂົ້າ-ສົ່ງອອກ, ບັນຊີສະເພາະການລົງທຶນຕ່າງປະເທດ,ກຳນົດສັດສ່ວນການແລກປ່ຽນກັບລະບົບທະນາຄານ,ຂອບເຂດເພດານການກູ້ຢືມຕ່າງປະເທດຂອງພາກລັດແລະເອກະຊົນ, ການຄຸ້ມຄອງລາຍຮັບເງິນຕາຈາກແຮງງານ,ຈາກການທ່ອງທ່ຽວ, ການຄຸ້ມຄອງລາຍຈ່າຍຊຳລະກັບຕ່າງປະເທດຍັງບໍ່ທັນໄດ້ດີເທົ່າທີີ່ຄວນ. ຍ້ອນວ່າຍັງບໍ່ທັນໄດ້ດັດສົມຫົວໜ່ວຍນໍາເຂົ້າເຮັດໃຫ້ຕ້ອງນຳເຂົ້າສິນຄ້າເປັນສ່ວນໃຫຍ່ ແລະ ອາໄສແຫຼ່ງເງິນຕາເພື່ອຊຳລະກັບຕ່າງປະເທດ. ການຄຸ້ມຄອງກະແສເງິນຕາຈາກໂຄງການລົງທຶນໄຟຟ້າຂະໜາດໃຫຍ່ແບບການສະໜອງທຶນແກ່ໂຄງການ(Project Finance) ຫຼືການປ່ອຍກູ້ຮ່ວມຈາກຕ່າງປະເທດຈຶ່ງຖືກກຳນົດເງື່ອນໄຂໃນສັນຍາກູ້ຢືມແລະສັນຍາ CAເຮັດໃຫ້ຍົກເວັ້ນເກີນຄວາມຈຳເປັນ. ສະນັ້ນ, ລາຍຮັບຈາກການສົ່ງອອກແມ່ນຮັກສາໄວ້ຢູ່ບັນຊີເງິນຝາກຢູ່ຕ່າງປະເທດກ່ອນ, ເມື່ອຊຳລະໜີ້ສິນແລ້ວຢ່າງໜ້ອຍ 15-20 ປີລາຍຮັບດັ່ງກ່າວຈຶ່ງເຂົ້າມາ ສປປ ລາວເປັນສ່ວນໃຫຍ່.  
ສະນັ້ນ, ຈຶ່ງເຫັນວ່າໂຕເລກການສົ່ງອອກມີສູງແຕ່ເມັດເງິນຕົວຈິງເປັນເງິນຕາເຂົ້າຜ່ານທະນາຄານແມ່ນຕ່ຳ. ການຄຸ້ມຄອງກະແສເງິນຕາເຂົ້າ-ອອກເພື່ອຊຳລະກັບຕ່າງປະເທດບໍ່ສົມດຸນ (ລາຍຈ່າຍສູງກວ່າລາຍຮັບ)ຍ້ອນຄວາມຕ້ອງການເພື່ອຊໍາລະຕ່າງປະເທດຂອງສັງຄົມມີຫຼາຍເປັນຕົ້ນພັນທະຊຳລະໜີ້ສິນ,ການນຳເຂົ້າສິນຄ້າ ແລະ ການບໍລິການມີສູງ(ນ້ຳມັນເຊື້ອໄຟປະມານ 100 ລ້ານກວ່າໂດລາຕໍ່ເດືອນ, ສິນຄ້າອຸປະໂພກ-ບໍລິໂພກ, ອຸປະກອນກົນຈັກແລະອື່ນໆ).
ຈາກສະພາບຕົວຈິງທີ່ເກີດຂຶ້ນຜ່ານມາ, ທຫລຈຶ່ງໄດ້ດຳເນີນການປັບປຸງຄືນວຽກງານການຄຸ້ມຄອງເງິນຕາຕ່າງປະເທດຢ່າງຮອບດ້ານ ສາມາດສະຫຼຸບຜົນການຈັດຕັ້ງປະຕິບັດໄດ້ດັ່ງນີ້: 
1. ໄດ້ສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍໃນການຄຸ້ມຄອງເງິນຕາຕ່າງປະເທດສຳເລັດຈຳນວນ 9 ສະບັບແລະເຜີຍແຜ່ນິຕິກຳດັ່ງກ່າວຢ່າງກວ້າງຂວາງແຕ່ສູນກາງຮອດທ້ອງຖິ່ນ ລວມທັງຊຸກຍູ້ການສົ່ງເສີມການນຳໃຊ້ເງິນກີບແລະຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດທັງໝົດ 51 ຄັ້ງ2. ລົງຕິດຕາມກວດກາຕິດປະກາດ, ການໂຄສະນາຊຳລະ-ຮັບຊຳລະສິນຄ້າແລະການບໍລິການເປັນເງິນຕາ

ຕ່າງປະເທດ, ຊຸກຍູ້ການພັດທະນາອອກຜະລິດຕະພັນ EZY KIP Application  ເພື່ອຮັບໃຊ້ໃນການຊຳລະ, ການແລກປ່ຽນເງິນຕາເພື່ອຮອງຮັບປີທ່ອງທ່ຽວລາວ 2024;
3. ຄຸ້ມຄອງລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ໂດຍມີການລົງທະບຽນບໍລິສັດນຳເຂົ້າ-ສົ່ງອອກ ແລະການເປີດຫຼືຫັນບັນຊີເງິນຝາກສະເພາະ; ຮອດວັນທີ 26 ມັງກອນ2024 ທຫລ ໄດ້ຢັ້ງຢືນໄປເປີດ/ຫັນບັນຊີເງິນດັ່ງກ່າວກັບທະນາຄານທຸລະກິດຈໍານວນ 1.415 ບໍລິສັດ(ບ/ສ) (ໃນນັ້ນມີ 335 ບ/ສ ນຳເຂົ້າ;242  ບ/ສ ສົ່ງອອກ ແລະ 838 ບ/ສ ນຳເຂົ້າ-ສົ່ງອອກ). ໃນນີ້, ມີຈໍານວນ 96 ບໍລິສັດທີ່ນອນໃນຫົວໜ່ວຍວິສາຫະກິດລາຍໃຫຍ່ 100 ບໍລິສັດ (ມູນຄ່າສົ່ງອອກສະເລ່ຍ 10 ລ້ານໂດລາ/ປີຂຶ້ນໄປ). ລາຍຮັບເງິນຕາຈາກການສົ່ງອອກຜ່ານລະບົບທະນາຄານ (ITRS)ມີທ່າອ່ຽງດີຂຶ້ນປີ 2021 ກວມເອົາ 32,46%, ປີ2022ແມ່ນ36,26% ແລະໃນປີ2023ກວມເອົາ 55,47% ຂອງມູນຄ່າສົ່ງອອກທັງໝົດໃນປີ 2024 (ຄາດໝາຍສະພາແຫ່ງຊາດຮັບຮອງ≥50% ຂອງມູນຄ່າສົ່ງອອກ);
4. ໄດ້ລົງຕິດຕາມ ແລະ ເຮັດບົດບັນທຶກກັບບໍລິສັດສົ່ງອອກຂະແໜງກະສິກຳສຳເລັດ 49 ບໍລິສັດ ແລະ ເຮັດວຽກກັບບໍລິສັດຜູ້ສົ່ງອອກລາຍໃຫຍ່ຫຼາຍກວ່າ 50ເທື່ອບໍລິສັດ ເພື່ອກໍານົດຄາດໝາຍໃຫ້ບໍລິສັດນຳລາຍຮັບຈາກການສົ່ງອອກເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານໃຫ້ດີຂຶ້ນ;
5. ພັດທະນາລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ(CMS)ເຊື່ອມໂຍງຮ່ວມກັນລະຫວ່າງຂະແໜງການແລະທະນາຄານທຸລະກິດສຳເລັດແລະຈະສາມາດເປີດນຳໃຊ້ທົດລອງໃນເດືອນກຸມພາປີ 2024;
6. ຄຸ້ມຄອງແລະອະນຸຍາດການໂອນເງິນຂອງບຸກຄົນ,ນິຕິບຸກຄົນຜ່ານທະນາຄານທຸລະກິດ ເພື່ອຊຳລະກັບຕ່າງປະເທດ;
7. ຄຸ້ມຄອງກະແສເງິນຕາຈາກການລົງທຶນຕ່າງປະເທດເພື່ອຢັ້ງຢືນທຶນເຂົ້າມານຳທຫລຊຶ່ງໃນປີ 2023 ໄດ້ມີບໍລິສັດມາຢັ້ງຢືນທຶນເຂົ້າມາຜ່ານທະນາຄານທຸລະກິດນໍາ ທຫລຈຳນວນ 268 ເທື່ອ/ບໍລິສັດເປັນຈຳນວນເງິນທຽບເທົ່າທັງໝົດ 2.17 ຕື້ໂດລາ;
8. ເຮັດວຽກກັບໂຄງການໄຟຟ້າຂະໜາດໃຫຍ່ທີ່ມີການຍົກເວັ້ນເງື່ອນໄຂການເງິນຕາມCA ເພື່ອຊຸກຍູ້ປະຕິບັດຕາມລະບຽບການຄຸ້ມຄອງເງິນຕາຢ່າງເຂັ້ມງວດ. ພ້ອມທັງເຮັດວຽກກັບຂະແໜງການບໍ່ແຮ່ໃນການທົບທວນສັນຍາສໍາປະທານ ແລະ ຊຸກຍູ້ນຳເງິນຕາເຂົ້າມາ;
9. ຄົ້ນຄວ້າການຂໍອະນຸຍາດໄປກູ້ຢືມຕ່າງປະເທດຂອງບຸກຄົນແລະນິຕິບຸກຄົນໃນການປະຕິບັດເງື່ອນໄຂທາງການເງິນ (ເປັນຕົ້ນດອກເບ້ຍ, ໄລຍະການກູ້ຢືມແລະໄລຍະຊຳລະຄືນ) ພ້ອມທັງຊຸກຍູ້ໃຫ້ເປົ້າໝາຍດັ່ງກ່າວ ປະກອບສ່ວນແລກເງິນຕາກັບລະບົບທະນາຄານເວລາມີການໃຊ້ຈ່າຍພາຍໃນ;
10. ສຳເລັດການເຊື່ອມລະບົບຊຳລະຍ່ອຍຂ້າມແດນໃນຮູບແບບ QR ລະຫວ່າງລາວ-ກຳປູເຈຍ ແລະ ການເປີດໂຄງການການໂອນເງິນແຮງງານລາວກັບຄືນປະເທດລາວ-ສເກົາຫຼີ;ສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ (ກີບ-ດົງ, ກີບ-ຢວນແລະອື່ນໆ) ເຂົ້າໃນການຊໍາລະທາງດ້ານການຄ້າ ແລະ ການລົງທຶນ;
11. ສຳເລັດປິດຮ້ານແລກປ່ຽນທົ່ວປະເທດແລະຫັນການແລກປ່ຽນເປັນຂອງທະນາຄານເທົ່ານັ້ນ, ສົມທົບກັບເຈົ້າໜ້າທີ່ລົງຕິດຕາມກວດກາ ແລະ ກ່າວເຕືອນຕໍ່ຮ້ານແລກປ່ຽນເງິນຕາທີ່ໄດ້ປິດຜ່ານມາທີ່ໄດ້ເຄື່ອນໄຫວບໍ່ຖືກຕ້ອງ ແລະດຳເນີນມາດຕະການຕໍ່ຜູ້ລະເມີດຈຳນວນໜຶ່ງ.       
ຂ່າວ: ຣັດສະໝີ ດວງສັດຈະ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ