ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ພິທີມອບປ້າຍກາໝາຍ ສິນຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 16 ພະຈິກຜ່ານມາທີ່ ເມືອງວຽງຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ສະຫາຍ.
ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນວັນທີ 16 ພະຈິກນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງສາລະວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ