ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”
ໃນວັນທີ 10 ຕຸລາ 2025 ນີ້,ໄດ້ບັນລຸການເຊັນສັນຍາ ບັນທຶກຕົກລົງ (MOA) ຮ່ວມມືຍຸດທະສາດ 3 ຝ່າຍ ທີ່ສໍານັກງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ-LNCCI) ລະຫວ່າງ “ສຄອຊ - ສະມາຄົມທຸລະກິດກະສິກໍາລາວ (ສຄກລ-LABA) - ທະນາຄານນະໂຍບາຍ (ທນບ-NBB)” ພາຍໃຕ້ໂຄງການຮ່ວມມື “ພັດທະນາທຸລະກິດກະສິກໍາລາວໃຫ້ເຂັ້ມແຂງ” ບົນເນື້ອໃນຈິດໃຈ ເປັນຄູ່ຮ່ວມຍຸດທະສາດຍາວນານ ຕ່າງຝ່າຍ ຕ່າງສະໝັກໃຈຮ່ວມ, ສະເໝີ ພາບ ແລະ ມີຜົນປະໂຫຍດຮ່ວມກັນ. ສ້າງກົນໄກໃນການສະໜັບສະໜູນບັນດາລາຍການສິນຄ້າ ທີ່ເປັນທ່າແຮງນອນຢູ່ໃນ ບູລິມະສິດຂອງລັດຖະບານ, ສົ່ງເສີມຕ່ອງໂສ້ຜະລິດ ແລະ ປຸງແຕ່ງສິນຄ້າກະສິກໍາ ໃຫ້ຕອບສະໜອງຄວາມຕ້ອງການຕະຫຼາດ ທົດແທນການນໍາເຂົ້າ ແລະ ຮ່ວມມືກຽມຄວາມພ້ອມປະຕິບັດເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ຕົ້ນທຶນທາງການເງິນທີ່ເໝາະສົມຈາກແຫຼ່ງພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍ ຂອງລັດຖະບານໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ແລະ ຍືນຍົງ.
ທນບ ຮວມມ “ພດທະນາທລະກດກະສກາລາວ ໃຫເຂມແຂງ” - image 1
 

ສໍາລັບ ບັນທຶກຕົກລົງ ສະບັບນີ້ ນໍາໃຊ້ສະເພາະການຮ່ວມມື 03 ຝ່າຍ ທີ່ໄດ້ຕົກລົງເປັນເອກະພາບກັນ ຕາມຂອບເຂດການຮ່ວມມື ໂດຍຮ່ວມກັນຈັດຕັ້ງປະຕິບັດໂຄງການຈຸດສຸມຂອງລັດຖະບານ ໃນການທົດແທນການນໍາເຂົ້າ ແລະ ຜະ ລິດເປັນສິນຄ້າ; ຮ່ວມມືພັດທະນາໂມເດວ ທຸລະກິດກະສິກໍາ ແບບຕ່ອງໂສ້ ແບບສະເພາະ: ເຂັ້ມແຂງດ້ານຕະຫຼາດ, ພັດທະ ນາເຕັກນິກການຜະລິດ, ພັດທະນາສີມືແຮງງານ-ການຄຸ້ມຄອງບໍລິຫານ, ພັດທະນາປັບປຸງເງື່ອນໄຂໃຫ້ສອດຄ່ອງເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ຕົ້ນທຶນເໝາະສົມ; ຮ່ວມມືພັດທະນາ/ຄັດຈ້ອນເປົ້າໝາຍ ຜູ້ສະໜອງຫຼັກ ແລະ ຂະຫຍາຍສະມາຊິກຜູ້ຜະລິດ, ຫົວໜ່ວຍຜູ້ຜະລິດ, ກຸ່ມຜະລິດ ແລະ ສະຫະກອນ ທີ່ມີເງື່ອນໄຂຄົບຖ້ວນ ເຂົ້າຮ່ວມໂຄງການ.

ພ້ອມນັ້ນ; ຍັງຮ່ວມມືພັດທະນາຜະລິດຕະພັນສິນເຊື່ອ, ກົນໄກການຮ່ວມມື, ຖານຂໍ້ມູນຂ່າວສານ ທີ່ຕອບສະໜອງເງື່ອນໄຂການເຂົ້າເຖິງແຫຼ່ງທຶນຄູ່ຮ່ວມພັດທະນາທັງພາຍໃນ ແລະສາກົນ; ຮ່ວມມືພັດທະນາເຄື່ອງມື, ຄູ່ມືການຜະລິດ, ການ ຝຶກອົບຮົມ ແລະ ບໍາລຸງສ້າງ ພາກສ່ວນສະມາຊິກທຸລະກິດກະສິກໍາລາວ ຢ່າງຕໍ່ເນື່ອງ ຮັບປະກັນ ແລະ ຮັບມືຄວາມສ່ຽງດ້ານຕ່າງໆ; ຮ່ວມມື ສ້າງນິຕິກໍາ ແລະ ສະເໜີກົນໄກປົກປ້ອງ, ສະຫງວນອາຊີບ, ການຜະລິດສິນຄ້າ ທີ່ຄົນລາວ ສາມາດຜະລິດ ກຸ້ມຕົນເອງ ເປັນການທົດແທນການນໍາເຂົ້າ; ຮ່ວມມືຍົກສູງບົດບາດການຜະລິດສິນຄ້າ ທີ່ມີຄຸນນະພາບ ໃຫ້ຮອງຮັບການແຂ່ງຂັນພາຍໃນ ແລະ ເຊື່ອມໂຍງພາຍນອກ (ສາກົນ); ສະໜັບສະໜູນກິດຈະກໍາທາງການຕະຫຼາດຂອງແຕ່ລະຝ່າຍ ເຊັ່ນ: ການປະຊາສຳພັນ, ການວາງສະແດງ ແລະ ອື່ນໆ ຜ່ານຊ່ອງທາງຂອງຕົນ ທີ່ມີຢູ່; ສ້າງທີມເຮັດວຽກຮ່ວມກັນເພື່ອຄົ້ນຄ້ວາກົນໄກ, ເງື່ອນໄຂການອອກສິນເຊື່ອ ໃຫ້ສອດຄ່ອງກັບເງື່ອນໄຂຂອງ ຜູ້ສະໜອງທຶນ ແລະ ຮ່ວມມື ດ້ານອື່ນໆ ຕາມການຕົກລົງກັນ ຕາມແຕ່ລະໄລຍະ.

ທນບ ຮວມມ “ພດທະນາທລະກດກະສກາລາວ ໃຫເຂມແຂງ” - image 2
 

ການເຊັນສັນຍາ ບັນທຶກຕົກລົງ ຍຸດທະສາດ 03 ຝ່າຍ ຄັ້ງນີ້; ຝ່າຍ ສຄອຊ ຕາງໜ້າລົງນາມເຊັນ ໂດຍທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ; ຝ່າຍ ສຄກລ ຕາງໜ້າເຊັນແມ່ນ ທ່ານ ຄໍາອ້ວນ ຄໍາພູແກ້ວ ຮອງປະທານ ສຄກລ ແລະ ຝ່າຍ ທນບ ຕາງໜ້າລົງນາມເຊັນ ໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການ ທນບ; ມີການເຂົ້າຮ່ວມເປັນສັກຂີພະຍານ ຂອງທັງ 03 ຝ່າຍ ຊຶ່ງຂອບເຂດ MOA ມີໄລຍະເວລາ 05 ປີ (10/2025 -10/2030 ) ນັບເເຕ່ວັນລົງນາມເຊັນເປັນຕົ້ນໄປ ແລະ ຈະຈັດກອງປະຊຸມໃຫຍ່ສະຫຼູບຜົນດໍາເນີນໂຄງການ 1 ປີ/ຄັ້ງ ເພື່ອຮັບຮອງແຜນເຄື່ອນໄຫວ ແລະ ກິດຈະກໍາຮອບດ້ານ ແລະ ກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດ 06 ເດືອນຕົ້ນປີທຸກໆປີ; ມີການແຕ່ງຕັ້ງຄະນະ ບໍລິຫານງານ ແລະ ນໍາພາດໍາເນີນກອງປະຊຸມ ຈາກ 03 ຝ່າຍ ແລະ ໝູນວຽນກັນເປັນປະທານໃນທຸກໆປີ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເພີ່ມເຕີມ