ຍື່ນສານຕາຕັ້ງຕໍ່ພະນະທ່ານໂມຮໍາເມັດຊາຮາບຸດດິນ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດ
ຫວ່າງບໍ່ດົນມານີ້ຢູ່ສໍານັກງານປະທານາທິບໍດີບັງກລາເທດທີ່ນະຄອນຫຼວງດາກາ, ທ່ານບຸນມີວັນມະນີໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານໂມຮໍາເມັດຊາຮາບຸດດິນ / Honorable President Mohammed Shahabuddin

 

ປະທານາທິບໍດີແຫ່ງສາທາລະນະລັດປະຊາຊົນບັງກລາເທດເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົນໃໝ່ປະຈຳສາທາລະນະລັດປະຊາຊົນບັງກລາເທດຊຶ່ງມີສໍານັກງານຕັ້ງຢູ່ນະຄອນຫຼວງນິວແດນລີປະເທດອິນເດຍ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວໄດ້ສະແດງຄວາມຂອບໃຈແລະໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄໍາອວຍພອນໄຊອັນປະເສີດເພື່ອສັນຕິພາບ, ມິດຕະພາບແລະການພົວພັນຮ່ວມມືທີ່ດີຂອງພະນະທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວຝາກເຖິງພະນະທ່ານປະທານາທິບໍດີແຫ່ງສາທາລະນະລັດປະຊາຊົນບັງກລາເທດແລະໂດຍຜ່ານພະນະທ່ານໄປຍັງລັດຖະບານແລະປະຊາຊົນບັງກລາເທດທຸກທົ່ວໜ້າ.

ພະນະທ່ານໂມຮໍາເມັດຊາຮາບຸດດິນໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນແລະຊົມເຊີຍທ່ານເອກອັກຄະລັກຖະທູດລາວຄົນໃໝ່ແລະໄດ້ຝາກຄວາມຢື້ຢາມຖາມຂ່າວແລະຄໍາອວຍພອນໄຊອັນປະເສີດ, ມິດຕະພາບແລະການພົວພັນທີ່ດີມາຍັງພະນະທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວ, ລັດຖະບານແລະປະຊາຊາຊົນລາວທຸກທົ່ວໜ້າເຊັ່ນດຽວກັນ.

ທ່ານປະທານາທິບໍດີແລະທ່ານເອກອັກຄະລັດຖະທູດໄດ້ພ້ອມກັນຕີລາຄາສູງເຖິງການພົວພັນອັນດີງາມລະຫວ່າງສປປລາວແລະບັງກລາເທດ, ເຫັນດີໃຫ້ສອງປະເທດລາວແລະບັງກລາເທດຊຸກຍູ້ໃຫ້ມີການຮ່ວມມືກັນໃຫ້ຫຼາຍໃນອະນາຄົດຊຶ່ງລວມທັງການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆ. ໃນຄະນະດຽວກັນ, ທ່ານເອກອັກຄະລັດທູດໄດ້ອວຍພອນໄຊໃຫ້ພະນະທ່ານປະທານາທິບໍດີໂມຮໍາເມັດຊາຮາບຸດດິນພ້ອມດ້ວຍຄອບຄົວມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.

ຫຼັງຈາກນັ້ນ, ທ່ານທູດລາວໄດ້ຍາດໂອກາດໂອ້ລົມກັບທ່ານຈັດຊິມອູດດິນ/ Md.Jashim Uddin ລັດຖະມົນຕີຕ່າງປະເທດຂອງບັງກລາເທດແລະເຂົ້າພົບຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ກະຊວງການຕ່າງປະເທດເນປານຊຶ່ງທັງສອງທ່ານຕ່າງກໍສະເໜີໃຫ້ສອງປະເທດລາວແລະບັງກລາເທດພ້ອມກັນຊອກຮູ້ທ່າແຮງບົ່ມຊ້ອນເພື່ອຮ່ວມມືກັນໃຫ້ເປັນຮູບປະທຳໃນອະນາຄົດທັງການຮ່ວມມືສອງຝ່າຍແລະຜ່ານກົນໄກຂອງອາຊຽນ. ພ້ອມດຽວກັນທ່ານທູດຍັງໄດ້ຍາດເວລາເຂົ້າຢ້ຽມຢາມຫ້ອງການກົງສູນກິຕິມະສັກລາວທີ່ນະຄອນຫຼວງດາກາ, ປຶກສາຫາລືແລະແນະນຳໃຫ້ທ່ານກົງສູນກິຕິມະສັກລາວພະຍາຍາມຊ່ວຍໃນການໂຄສະນາປະຊາສຳພັນກ່ຽວກັບສປປລາວເພື່ອດຶງດູດນັກທ່ອງທ່ຽວທັງເປັນການສົ່ງເສີມການພົວພັນສອງຝ່າຍແລະຊ່ວຍຊຸກຍູ້ໃນການສ້າງກົນໄກທີ່ຈະສາມາດສົ່ງເສີມການຄ້າ-ການລົງທຶນ ສອງຝ່າຍ.

ຂ່າວ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ເພີ່ມເຕີມ