ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສາທາລະນະລັດ ສິງກະໂປ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສາທາລະນະລັດ ສິງກະໂປ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສາທາລະນະລັດ ສິງກະໂປ
ເມື່ອທ້າຍເດືອນເມສາຜ່ານມານີ້ ທີ່ ທໍານຽມປະທານາທິບໍດີ ອິສຕານາ (Istana), ທ່ານ ວິລັດສອນ ວິສອນນະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານທາມານ ຊານມູກາຣັນນາມ (Tharman Shanmugaratnam) ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ສິງກະໂປ.

 

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ລັດຖະບານ ແລະ ປະຊາຊົນສິງກະໂປ ທຸກຖ້ວນໜ້າ.

ພະນະທ່ານ ທາມານ ຊານມູກາຣັນນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ວິລັດສອນ ວິສອນນະວົງ ທີ່ໄດ້ຮັບການແຕ່ງຕັ້ງຈາກປະທານປະເທດແຫ່ງ ສປປ ລາວ ໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ ລວມທັງຈະເປັນການເສີມສ້າງຄວາມສາມັກຄີພາຍໃນອາຊຽນດ້ວຍກັນ ແລະ ອວຍພອນໃຫ້ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ຈົ່ງປະສົບຜົນສໍາເລັດທຸກປະການໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ໄດ້ຖືໂອກາດນີ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງລັດຖະບານ ແລະ ປະຊາຊົນ ສິງກະໂປ ແກ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການຊ່ວຍເຫຼືອໃນການກໍ່ສ້າງຊັບພະຍາກອນມະນຸດ ກໍຄື ການຊ່ວຍເຫຼືອດ້ານອຸປະກອນການເພດ, ການຜ່າຕັດໃຫ້ແກ່ເດັກນ້ອຍສົບແວ່ງ ຢູ່ ສປປ ລາວ, ການຊ່ວຍເຫຼືອດ້ານວຽກງານພັດທະນາຊຸມຊົນຢູ່ບັນດາແຂວງຂອງລາວ ແລະ ອື່ນໆ; ພ້ອມນີ້, ທ່ານຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບເກີດດອກອອກຜົນ ເປັນຕົ້ນແມ່ນ ໃນຂົງເຂດການເມືອງ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ລວມທັງການຊື້-ຂາຍ ພະລັງງານສະອາດ, ການຊື້-ຂາຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ, ການຮ່ວມມືດ້ານພະລັງງານທົດແທນ, ດ້ານການສຶກສາ, ສາທາລະນະສຸກ, ການຮ່ວມມືດ້ານຊັບພະຍາກອນທໍາມະຊາດ ກໍຄື ການຊື້-ຂາຍ ສິນເຊື່ອກາກບອນ (Carbon Credit), ການສົ່ງເສີມການທ່ອງທ່ຽວ, ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ສິງກະໂປ.

ສປປ ລາວ ແລະ ສິງກະໂປ ເປັນປະເທດ ສະມາຊິກອາຊຽນດ້ວຍກັນ ແລະ ໄດ້ສ້າງສາຍພົວພັນການທູດດ້ວຍກັນໃນປີ 1974ແລະ ໄດ້ເປີດສໍານັກງານການທູດຢູ່ ນະຄອນຫຼວງຂອງກັນ ແລະ ກັນ ໃນປີ1997ເປັນຕົ້ນມາ.

(ຂ່າວ: ຕປທ, ພາບ: ກະຊວງພັດທະນາດີຈີຕອນ ແລະ ຂໍ້ມູນຂ່າວສານ ສິງກະໂປ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ