ກາຍເປັນແອັບພລິເຄຊັນທີ່ບໍ່ແມ່ນເກມແອັບທຳອິດທີ່ມີລາຍຮັບຈາກການຊື້ພາຍໃນແອັບສູງກວ່າ 6 ຕື້ໂດລາຕໍ່ປີ.
ລາຍງານກ່າວວ່າ, ນັບສະເພາະໄຕມາດທີ 4 (ຕຸລາ - ທັນວາ) ຂອງປີ 2024, TikTok ສ້າງລາຍຮັບໄດ້ທັງໝົດຈາກການຊື້ພາຍໃນແອັບ ສູງເຖິງ 1.9 ຕື້ໂດລາ.
ລາຍຮັບກຈາກການຊື້ພາຍໃນແອັບ ມູນຄ່າ 6 ຕື້ໂດລາໃນປີ 2024, ເຮັດໃຫ້ TikTok ມີລາຍຮັບແຊງໜ້າແອັບ ຫຼື ເກມອື່ນ ຫຼາຍກວ່າສອງເທົ່າ, ໃນຂະນະທີ່ເກມມືຖືຍອດນິຍົມເຊັ່ນ:Monopoly GO ຊຶ່ງຢູ່ໃນອັນດັບສອງ, ມີລາຍຮັບສະສົມເຖິງ 2.6 ຕື້ໂດລາໃນໄລຍະດຽວກັນ.
ນອກຈາກນັ້ນ, ລາຍຮັບປະຈໍາປີຂອງ TikTok ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບປີກ່ອນ. ໂດຍເພີ່ມຂຶ້ນຈາກ 4.4 ຕື້ໂດລາ ໃນປີ 2023.
ລາຍງານຈາກ TechCrunchເປີດເຜີຍວ່າ: TikTok ຍັງຄົງເປີດໃຫ້ດາວໂຫຼດໃນຮ້ານຄ້າແອັບພລິເຄຊັນ ໃນສະຫະລັດ ອາເມຣິກາ. ຫຼັງຈາກ ທ່ານ ໂດນັລ ທຣໍາ ໄດ້ຕັດສິນໃຈເລື່ອນການຫ້າມໃຊ້ TikTok ຍ້ອນຄວາມກັງວົນດ້ານຄວາມປອດໄພອອກໄປເປັນເວລາ 75 ວັນຜ່ານຄໍາສັ່ງບໍລິຫານ ຊຶ່ງມີຄວາມເປັນໄປໄດ້ວ່າຈະຂະຫຍາຍເວລາອອກໄປຕື່ມອີກ.
ຄໍາເຫັນ