UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ;ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານສະບັບລ້າສຸດລະບຸວ່າ: ຄວາມກ້າວໜ້າຂອງການພັດທະນາມະນຸດທົ່ວໂລກກຳລັງຊ້າລົງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. ​ໂດຍເພີ່ມ​ຂຶ້ນ​ໜ້ອຍ​ທີ່​ສຸດ​ນັບ​ແຕ່​ປີ 1990.

 

ທ່ານ ຟາຣຮານ ຮັດ ຮອງໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ແທນທີ່ໂລກຈະສືບຕໍ່ຟື້ນຟູຢ່າງຕໍ່ເນື່ອງຫຼັງຈາກວິກິດການຕ່າງໆທີ່ເກີດຂຶ້ນໃນໄລຍະປີ 2020-2021, ແຕ່ພົບວ່າຄວາມຄືບໜ້າດ້ານການພັດທະນາຍັງອ່ອນແອກວ່າທີ່ຄາດໄວ້. ໂດຍອີງຕາມບົດລາຍງານການພັດທະນາມະນຸດ ຂອງອົງການພັດທະນາແຫ່ງສະຫະລັດປະຊາຊົນ (UNDP).

ທ່ານ ອາຄິມ ສະໄຕເນີ ຜູ້ອຳນວຍການໃຫຍ່ອົງການUNDP ກ່າວວ່າ: ການຄາດຄະເນສຳລັບປີ 2024 ເປີດເຜີຍໃຫ້ເຫັນວ່າຄວາມກ້າວໜ້າດ້ານດັດຊະນີການພັດທະນາມະນຸດ (HDI) ໄດ້ຢຸດສະງັກໃນທຸກຂົງເຂດທົ່ວໂລກ. ຖ້າຫາກທ່າອ່ຽງການເຕີບໂຕທີ່ຊ້າລົງນີ້ກາຍເປັນເລື່ອງປົກກະຕິໃໝ່ໂລກຈະປະເຊີນກັບຄວາມອ່ອນແອຫຼາຍຂຶ້ນ. ທັງໃນດ້ານຄວາມໝັ້ນຄົງ, ວິກິດການເສດຖະກິດແລະສິ່ງແວດລ້ອມ

ບົດລາຍງານສະບັບນີ້ວິເຄາະຄວາມກ້າວໜ້າຂອງການພັດທະນາຜ່ານຕົວຊີ້ວັດຕ່າງໆເຊັ່ນ: ສຸຂະພາບ, ການສຶກສາແລະລະດັບລາຍຮັບ.

ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນວ່າ: ຄວາມບໍ່ສະເໝີພາບລະຫວ່າງປະເທດທີ່ມີຄ່າHDI ຕ່ຳ ກັບປະເທດທີ່ມີ HDI ສູງຫຼາຍໄດ້ສືບຕໍ່ຂະຫຍາຍຕົວເປັນປີທີ 4 ຕິດຕໍ່ກັນ. ໂດຍສິ່ງທ້າທາຍສໍາລັບປະເທດທີ່ມີ HDI ຕ່ໍາສຸດນັ້ນທະວີຄວາມຮຸ່ນແຮງຂຶ້ນຈາກຄວາມເຄັ່ງຕຶງດ້ານການຄ້າ, ວິກິດການໜີ້ສິນທີ່ເພີ່ມຂຶ້ນແລະທ່າອ່ຽງການພັດທະນາອຸດສາຫະກຳທີ່ບໍ່ມີການຈ້າງງານ.

ບົດລາຍງານຍັງໄດ້ເປີດເຜີຍຜົນການສຳຫຼວດໃໝ່ທີ່ສະແດງໃຫ້ເຫັນວ່າ: ຜູ້ຄົນເບິ່ງໂລກຕາມຄວາມເປັນຈິງ. ແຕ່ໃນຂະນະດຽວກັນກໍຍັງມີຄວາມຫວັງຕໍ່ການປ່ຽນແປງທີ່ເກີດຈາກAI, ໂດຍຫົກໃນສິບຄົນຄາດວ່າ AI ຈະສົ່ງຜົນດີຕໍ່ການຈ້າງງານແລະອາດຈະສ້າງໂອກາດໃນອາຊີບທີ່ຍັງບໍ່ມີຢູ່ໃນປັດຈຸບັນ.

ທັງນີ້, ບົດລາຍງານດັ່ງກ່າວສະໜັບສະໜູນວິທີການໃຊ້AI ທີ່ຖືມະນຸດເປັນສູນກາງ. ພ້ອມທັງສະເໜີ 3 ດ້ານທີ່ສຳຄັນທີ່ຕ້ອງໄດ້ດຳເນີນການແກ້ໄຂຄື: ສ້າງເສດຖະກິດທີ່ມະນຸດຮ່ວມມືກັບ AI ແທນທີ່ຈະແຂ່ງຂັນກັນ,ການເສີມຂະຫຍາຍບົດຂອງມະນຸດຕະຫຼອດວົງຈອນຊີວິດຂອງAI, ຕັ້ງແຕ່ການອອກແບບໄປຈົນເຖິງການໃຊ້ງານ ແລະການປັບປຸງລະບົບການສຶກສາ ແລະສຸຂະພາບ ໃຫ້ທັນສະໄໝເພື່ອຕອບສະໜອງຄວາມຕ້ອງການຂອງສະຕະວັດທີ 21.

ຄໍາເຫັນ

ຂ່າວຕ່າງປະເທດ

ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ຕຸລາ ຜ່ານມາວ່າ: ບັນ​ດາ​ປະ​ເທດອາ​ຊຽນ ພວມ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນເຕີ​ເນັດ, ການ​ສໍ້​ໂກງ​ອອນ​ລາຍ ແລະ ການ​ຄ້າ​ມະ​ນຸດ, ໃນ​ສະ​ພາບ​ການ​ບັນ​ດາ​ເຄືອ​ຂ່າຍ​ອາຊະ​ຍາ​ກຳ​ທີ່​ນັບ​ມື້​ນັບ​ສວຍ​ໃຊ້​ເຕັກ​ໂນ​ໂລ​ຊີເພື່ອ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຂ້າມ​ຊາ​ຍ​ແດນ.
ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸລາ ຜ່ານ, ກະຊວງການຕ່າງປະເທດ ສະຫະລັດອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ອໍາ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ ໂດໂນ ທຣໍາ ໄດ້ເກັບວີຊາ​ຄືນ 300.000 ກວ່າວີຊາ ນັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນມັງກອນ 2025, ໃນ​ຂອບ​ເຂດ​ບັນ​ດາມາດຕະການຄວບຄຸມ​ຜູ້ເຂົ້າເມືອງ ແລະ ແກ້ໄຂກໍລະນີທີ່ຊາວຕ່າງ​ປະ​ເທດ​ລະ​ເມີດ​ກົດໝາຍ ສະຫະລັດ ອາ​ເມ​ຣິ​ກາ.
ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອົງການ Enterprise Singapore ຊຶ່ງເປັນອົງການຂອງລັດຖະບານສິງກະໂປ ໄດ້ເປີດເຜີຍການຈັດສັນງົບປະມານຫຼາຍກວ່າ 45 ລ້ານໂດລາສິງກະໂປ (ປະມານ 35 ລ້ານໂດລາ) ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນຂະແໜງການຜະລິດຂັ້ນສູງໄດ້ມີການໝູນໃຊ້ເຕັກໂນໂລຊີປັນຍາປະດິດ (AI) ຕະຫຼອດໄລຍະ 3 ປີຂ້າງໜ້າ.
ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ແລະ ​ທ່ານ​ ອິ​ຄາ​ອີວ ວະ​ລາ​ດີ​ມິ​ໂຣ​ວິກ ມິ​ຊຸ​ສຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ຣັດ​ເຊຍ​ ທີ່​ນະ​ຄອນ​ຊານ​ປີເຕີ​ສະ​ເບີກ​ ປະເທດ​ຣັດ​ເຊຍ.
ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບເອີ​ຣົບ (ອີ​ຢູ) ແລະ ຣາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ, ໃນ​ວັນ​ທີ 22 ຕຸ​ລາ ຜ່ານມາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ​ກັບ​ການ​ນຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ເອີ​ຣົບ ແລະ ແບນ​ຊິກ.
ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ບໍລິສັດ Aolani, ຜູ້ໃຫ້ບໍລິການ Neocloud ຫຼື ລະບົບໂຄງສ້າງພື້ນຖານຄລາວ ໃນສິງກະໂປ, ໄດ້ລົງນາມໃນໜັງສືສະແດງເຈດຈຳນົງເພື່ອສ້າງສະມັດຖະພາບດ້ານສູນຂໍ້ມູນປັນຍາປະດິດ (AI) ຂະໜາດ 500 ເມກາວັດໃນປະເທດມາເລເຊຍ, ໂດຍການດໍາເນີນງານຈະເລີ່ມຕົ້ນໃນເຄິ່ງທີ່ສອງຂອງປີ 2027.
ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າທາງການແພດ QIMR Berghoffer ໃນອົສຕຣາລີ ໄດ້ລາຍງານກ່ຽວກັບການສຶກສາລະດັບສາກົນທີ່ພົບວ່າ, ການບໍລິໂພກອາຫານທີ່ຜ່ານການແປຮູບຂັ້ນສູງ (ultra-processed foods)ໂດຍລວມບໍ່ມີຄວາມກ່ຽວຂ້ອງກັບການເປັນມະເຮັງລຳໄສ້ໃຫຍ່. ເຖິງຢ່າງໃດກໍຕາມ, ເມື່ອກວດສອບອາຫານແຍກແຕ່ລະປະເພດພົບວ່າ: ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງຂອງການເປັນມະເຮັງລຳໄສ້ໃຫຍ່ທີ່ສູງຂຶ້ນ, ໃນຂະນະທີ່ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງທີ່ຫຼຸດລົງ.
ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ສືບຕໍ່ປະຕິບັດການເຮັດຝົນທຽມ ໂດຍການໃຊ້ເກືອ ແລະ ນ້ຳກ້ອນແຫ້ງ ບັນເທົາວິກິດການໝອກຄວັນທີ່ເກີດຈາກໄຟໄໝ້ປ່າໃນ 4 ແຂວງຄື: ຊູມາຕຣາໃຕ້, ກາລິມັນຕັນກາງ, ກາລິມັນຕັນໃຕ້ ແລະ ກາລິມັນຕັນຕາເວັນຕົກ ຊຶ່ງຫຼ້າສຸດຝົນໄດ້ເລີ່ມຕົກໃນຫຼາຍພື້ນທີ່ແລ້ວ.
ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເວ​ລາ 11 ໂມງ 39 ນາ​ທີ​ ຂອງວັນ​ທີ 21 ຕຸ​ລາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ທ້າຍຢວນ​ຂອງ​ຈີນ,
ເພີ່ມເຕີມ