ວາລະສານ The Lancet ໄດ້ຕີພິມຜົນການສຶກສາຫຼ້າສຸດຂອງໂຄງການ GX Foundation

ວາລະສານ The Lancet ໄດ້ຕີພິມຜົນການສຶກສາຫຼ້າສຸດຂອງໂຄງການ GX Foundation

ວາລະສານ The Lancet ໄດ້ຕີພິມຜົນການສຶກສາຫຼ້າສຸດຂອງໂຄງການ GX Foundation
ວາລະສານ The Lancet ໄດ້​ຕີ​ພິມ​ຜົນ​ການ​ສຶກສາ​ຫຼ້າສຸດຂອງໂຄງ ການ GX Foundation ຢືນຢັນ​ເຖິງ​ປະສິດທິ​ພາບ​ຂອງ “ການແກ້ໄຂຕາມ ແນວທາງຂອງ ສປ ​ຈີນ” ໃນ​ການ​ນຳ​ໃຊ້​ມາດ​ຕະການ​ຄວບ​ຄຸມ​ພາຫະ​ນຳ​ພະຍາດ​ທາງ​ກາ​ຍຍະ​ພາບ ເພື່ອ​ປ້ອງ​ກັນ​ພະຍາດ​ໄຂ້ເລືອດອອກ​ທີ່​ກຳລັງ​ເປັນ​ໄພ​ຄຸກ​ຄາມ​ທົ່ວ​ໂລກ.

ວາລະສານທາງການແພດທີ່ມີຊື່ສຽງໂດ່ງດັງລະດັບສາກົນ The Lancet ໄດ້ຕີພິມບົດຄວາມທັດ ສະນະທີ່ສຳຄັນຈາກມູນນິທິ ( GX Foundation) ຊຶ່ງໄດ້ນຳສະເໜີວິທີການແບບໃໝ່ໃນການຕໍ່ສູ້ກັບວິກິດການພະຍາດໄຂ້ເລືອດອອກທົ່ວໂລກ. ບົດຄວາມດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ໃນຍຸກທີ່ມີການປ່ຽນແປງຂອງສະພາບດິນຟ້າອາກາດ, ການຂະຫຍາຍຕົວຂອງຕົວເມືອງຢ່າງໄວ ວາ ແລະ ມີການເຄື່ອນຍ້າຍຂອງປະຊາກອນທີ່ເພີ່ມຂຶ້ນ; ມາດຕະການປ້ອງກັນທາງກາຍຍະພາບທີ່ນຳພາໂດຍຊຸມຊົນ, ໃຊ້ເຕັກໂນໂລຊີແບບພື້ນຖານ ແລະ ມີຕົ້ນທຶນຕໍ່າແມ່ນທາງອອກທີ່ເປັນໄປໄດ້ .ວິທີການນີ້ຈະຊ່ວຍແກ້ໄຂຈຸດອ່ອນຂອງຍຸດທະສາດການປ້ອງກັນແບບເກົ່າທີ່ເນັ້ນໜັກການສັ່ງການຈາກພາກລັດລົງສູ່ທ້ອງຖິ່ນພຽງຢ່າງດຽວ. ບົດຄວາມດັ່ງກ່າວ ນຳພາໂດຍທ່ານສາດສະດາຈານ ນາງ CHAN Ying-yang Emily (CEO) ແລະ ຂຽນຮ່ວມໂດຍທ່ານ LEUNG Chun-ying ປະທານມູນນິທິ, ທ່ານ ນາງ Caroline DUBOIS ຜູ້ອຳນວຍການເຂດອາຟຣິກກາ ແລະ ເຍົາວະຊົນ), ທ່ານ ດຣ HUANG Zhe ຜູ້ຈັດການໂຄງການອາວຸໂສ ແລະ ທ່ານນາງ YUNG Louise ເຈົ້າໜ້າທີ່ໂຄງການອາວຸໂສ ຊຶ່ງເນື້ອໃນບົດຄວາມຂຽນວ່າ: ໃນປີ 2024 ທີ່ຜ່ານມາ, ໂຕເລກຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທົ່ວໂລກໄດ້ເພີ່ມຂຶ້ນສູງເກີນ 14.4 ລ້ານຄົນ ຊຶ່ງເປັນສະຖິຕິສູງສຸດໃນປະ

ຫວັດສາດ. ເນື່ອງຈາກໃນປັດຈຸບັນຍັງບໍ່ມີຢາຕ້ານໄວຣັດທີ່ໃຊ້ປິ່ນປົວໂດຍກົງເຮັດໃຫ້ວິທີການປ້ອງກັນແບບເກົ່າເລີ່ມມີຂໍ້ຈຳກັດຫຼາຍຂຶ້ນເຊັ່ນ: ການສີດພົ່ນສານເຄມີທີ່ສົ່ງຜົນກະ ທົບຕໍ່ສິ່ງແວດລ້ອມ ແລະ ການທີ່ຍຸງເລີ່ມຕ້ານກັບຢາ, ບໍ່ສາມາດໃຊ້ຢາ ກັບຍຸງໄດ້ ລວມໄປເຖິງການຄວບຄຸມທາງຊີວະພາບທີ່ມີຕົ້ນທຶນສູງ ແລະ ອາດສົ່ງຜົນກະທົບຕໍ່ລະບົບນິເວດ. ດ້ວຍເຫດນີ້, ມູນນິທິ GX ຈຶ່ງໄດ້ລິເລີ່ມຍຸດທະສາດການປ້ອງກັນແບບຄົບວົງຈອນທີ່ເນັ້ນ “ການຄວບຄຸມທາງກາຍຍະພາບ” ໂດຍການນຳສະເໜີ “5 ມາດຕະການປ້ອງກັນຍຸງ” ຄື: ໂຄມໄຟດັກຍຸງ, ຊຸດກວດພະຍາດໄຂ້ເລືອດອອກແບບໄວ (Rapid Test Kits), ມຸ້ງ, ແຜ່ນກາວດັກຈັບແມງໄມ້, ສື່ການຮຽນ-ການສອນໃຫ້ຄວາມຮູ້. ຮູບແບບການເຮັດວຽກທີ່ເປັນ “ເຕັກໂນໂລຊີພື້ນຖານ, ຕົ້ນທຶນຕາໍ່ ແລະ ນຳພາໂດຍຊຸມຊົນ” ນີ້ໄດ້ພິສູດໃຫ້ເຫັນແລ້ວວ່າ: ມີປະສິດທິພາບສູງ, ມີຄວາມປອດໄພ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກຊຸມຊົນໃນບັນດາປະເທດຄູ່ຮ່ວມງານຂອງມູນນິທິ GX. ນີ້ແມ່ນຜົນສຳເລັດທີ່ສຳຄັນຂອງໂຄງການມູນນິທິ GX:

- ປະເທດຕີມໍແລັດສະເຕ: ພາຍຫຼັງການຈັດຕັ້ງປະຕິບັດມາດຕະການຂອງມູນນິທິ GX ໃນປີ 2023 ແລະ 2024, ອັດຕາການເກີດພະຍາດໄຂ້

ເລືອດອອກໄດ້ຫຼຸດລົງປະມານ 10% ແລະ ຍັງຄົງຮັກສາທ່າອ່ຽງການຫຼຸດລົງຢ່າງຕໍ່ເນື່ອງຈົນເຖິງປີ 2025 ຊຶ່ງຜົນສຳເລັດນີ້ແມ່ນມີຄວາມແຕກຕ່າງຢ່າງຊັດເຈນ ເມື່ອທຽບກັບບັນດາປະເທດໃກ້ຄຽງທີ່ພົບກັບການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອຢ່າງຮຸນແຮງ ໃນໄລຍະເວລາດຽວກັນ.

- ປະເທດຮອນດູຣັດ (Honduras):

ພາຍຫຼັງການເຂົ້າໄປຊ່ວຍເຫຼືອຂອງມູນນິທິ GX ໃນປີ 2024, ອັດຕາການຫຼຸດລົງຂອງຜູ້ຕິດເຊື້ອໄຂ້ເລືອດອອກໃນແຕ່ລະອາທິດແມ່ນສູງເຖິງ

18.11% ຊຶ່ງສູງກວ່າໄລຍະຄວບຄຸມທີ່ສັງເກດ ໄດ້ 7.09% ເມື່ອທຽບໃສ່ປະເທດເພື່ອນບ້ານໃນພາກພື້ນຕົວຢ່າງ: ເອລ ຊານວາດໍ, ປານາມາ ແລະ ເມັກຊິໂກ ແມ່ນເຫັນວ່າ ການລະບາດໄດ້ສະ ຫງົບລົງຢ່າງໄວວາກວ່າ. ສິ່ງນີ້ໄດ້ຢືນຢັນໃຫ້ເຫັນເຖິງຜົນກະທົບອັນສຳຄັນຂອງຍຸດທະສາດນີ້ຕໍ່ກັບການລະບາດໃນພາກພື້ນໃນປີ 2024.

- ປະເທດລາວ: ການຕິດຕັ້ງໂຄມໄຟດັກຍຸງໃນ 24 ຈຸດ ຕາມແລວທາງ

ທາງລົດໄຟ ລາວ-ຈີນ ໄດ້ພິສູດໃຫ້ເຫັນເຖິງປະສິດທິພາບສູງ ໂດຍມີຜູ້ໃຊ້ງານເຖິງ 68.62% ຢືນຢັນເຖິງຜົນປະໂຫຍດໃນການຄວບຄຸມຍຸງ. ທີ່ສຳ

ຄັນທີ່ສຸດແມ່ນບໍ່ມີລາຍງານການຕິດເຊື້ອໃນກຸ່ມພະນັກງານເລີຍ ໃນໄລຍະ 12 ເດືອນຜ່ານມາ. ຫຼັງຈາກການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ.

- ປະເທດກຳປູເຈຍ: ມາດຕະການປ້ອງກັນ ແລະ ການລິເລີ່ມໃຫ້ຄວາມຮູ້ດ້ານສຸຂະພາບຕາມແລວທາງ ທາງດ່ວນພະນົມເປັນ-ສີຫານຸວິນ ໄດ້ຊ່ວຍສ້າງຈິດສຳນຶກໃຫ້ປະຊາຊົນໃນເຂດນັ້ນຢ່າງຫຼວງຫຼາຍ. ໃນຂະນະນີ້, ວຽກງານດັ່ງກ່າວແມ່ນພວມດຳເນີນໄປຢ່າງຕໍ່ເນື່ອງຢູ່ສະໜາມບິນສາກົນເຕໂຊ ແລະ ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບຄົບວົງຈອນ ຟູນັນ ເຕໂຊ.

- ວານູອາຕູ: ໂຄງການຕ່າງໆກຳລັງຖືກຈັດຕັ້ງປະຕິບັດໃນຫຼາຍໂຮງ ໝໍ, ສະຖານທີ່ສາທາລະນະສຸກ ແລະ ສະໜາມບິນທົ່ວປະເທດ.

ທ່ານປະທານມູນນິທິ GX LEUNG ChunYing ໄດ້ເນັ້ນໜັກເຖິງລັກສະນະສອງຢ່າງຂອງພາລະ ກິດຂອງມູນນິທິ GX ບໍ່ພຽງແຕ່ເປັນອົງການ “ມຸ່ງເນັ້ນການປະຕິບັດ” ໄດ້ອຸທິດຕົນ ເພື່ອວຽກງານແນວໜ້າໄລຍະ ຍາວ ແລະ ການບັນເທົາທຸກດ້ານມະນຸດສະທຳສາກົນເທົ່ານັ້ນ, ແຕ່ຍັງເປັນສະຖາບັນທີ່ມີຄວາມສາມາດດ້ານການຄົ້ນຄວ້າ ແລະ ອີງໃສ່ຄວາມຮູ້ໂດຍອີງໃສ່ການຈັດຕັ້ງປະຕິບັດຕົວຈິງຂອງ “ການແກ້ໄຂຕາມແນວທາງຂອງ ສປ ຈີນ”, ມູນນິທິ GX ຈະສືບຕໍ່ສຸມໃສ່ບັນຫາສາທາລະນະສຸກທີ່ຫຼາກຫຼາຍ, ລວບລວມປະສົບການແນວໜ້າຢ່າງເປັນລະບົບ, ສົ່ງເສີມການແລກປ່ຽນຂ້າມຂະແໜງການ, ສະສົມປະສົບການປະຕິບັດຕົວຈິງ ແລະ ປະກອບ ສ່ວນເຂົ້າໃນການພັດທະນາທຶນການສຶກສາດ້ານສາທາລະນະສຸກທົ່ວ ໂລກ. ທ່ານສາດສະດາຈານ ນາງ CHAN YingYang Emily ຜູ້ອຳນວຍການໃຫຍ່ຂອງມູນນິທິ GX ໄດ້ເນັ້ນໜັກເຖິງຄວາມສຳຄັນທີ່ກວ້າງຂວາງຂອງການຄົ້ນພົບດັ່ງກ່າວ. ໃນໄລຍະເວລາທີ່ມາດຕະການສາທາລະນະສຸກທົ່ວໂລກປະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ມູນນິທິ GX ໄດ້ຢືນຢັນຄວາມເປັນໄປໄດ້ໃນທາງປະຕິບັດຂອງ “ການແກ້ໄຂຕາມແນວທາງຂອງ ສປ ຈີນ” ໃນບັນດາປະເທດທີ່ມຸ່ງໄປສູ່

ເສັ້ນທາງ ໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງສຳເລັດຜົນ. ວິທີການນີ້ສະເໜີຂໍ້ໄດ້ປຽບສອງຢ່າງຄື: ການຄວບຄຸມຄ່າໃຊ້ຈ່າຍ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມແຕ່ສິ່ງທີ່ສຳຄັນກວ່ານັ້ນແມ່ນມັນກະຕຸ້ນຄວາມຮັບຮູ້ກ່ຽວກັບການປ້ອງກັນຢ່າງມີປະສິດທິພາບໃນລະດັບຮາກຖານ, ຫຼຸດຜ່ອນຊ່ອງຫວ່າງລະຫວ່າງຮູບແບບທີ່ນຳພາໂດຍລັດຖະບານ ແລະ ການປົກປ້ອງສາທາລະນະສຸກປະຈຳວັນ. ການພິມເຜີຍແຜ່ການຄົ້ນພົບເຫຼົ່ານີ້ອີກເທື່ອໜຶ່ງໃນ The Lancet ສະແດງໃຫ້ເຫັນວ່າ: ການປະຕິບັດດ້ານສາທາລະນະສຸກຂອງຈີນທີ່ “ເນັ້ນໃສ່ປະຊາຊົນ, ສະພາບການສະເພາະ” ໄດ້ຮັບຄວາມສົນໃຈ ແລະ ການຮັບຮູ້ທີ່ໜ້າເຊື່ອຖືຢ່າງຫຼວງຫຼາຍພາຍໃນຊຸມຊົນວິຊາການສາກົນ, ພ້ອມທັງເພີ່ມຄວາມໝັ້ນໃຈ ແລະ ແຮງກະຕຸ້ນທີ່ສຳຄັນເຂົ້າໃນວຽກງານແຖວໜ້າ. ໃນອະນາຄົດ, ມູນນິທິ GX ຈະສືບຕໍ່ຮ່ວມມືກັບພະແນກສາທາລະນະສຸກ ແລະ ສະຖາບັນການສຶກສາໃນບັນດາປະເທດຄູ່ຮ່ວມງານ ເພື່ອສ້າງລະບົບຕິດຕາມ, ກວດກາທີ່ເຂັ້ມແຂງກວ່າເກົ່າ. ເປົ້າໝາຍແມ່ນເພື່ອຫັນປ່ຽນການສະໜອງການປ້ອງກັນໃຫ້ກາຍເປັນຊັບພະຍາກອນສຸຂະ ພາບທີ່ຍືນຍົງທີ່ຊຸມຊົນສາມາດຄຸ້ມຄອງໄດ້ຢ່າງເປັນອິດສະຫຼະ, ເສີມຂະຫຍາຍຄວາມສາມາດຂອງຮາກຖານໃນການຕ້ານການລະບາດ. ມູນນິທິ GX ຍັງຈະສົ່ງເສີມການແລກປ່ຽນຂ້າມຊາຍແດນ, ເຮັດໃຫ້ບັນດາປະເທດກຳລັງ ພັດທະນາສາມາດເຂົ້າໃຈ ແລະ ຮັບຮອງເອົາ “ການແກ້ໄຂຕາມແນວທາງຂອງ ສປ ຈີນ” ນີ້ເປັນການຕອບສະໜອງຮ່ວມກັນຕໍ່ກັບສິ່ງທ້າທາຍຂອງພະ ຍາດທີ່ຕິດຕໍ່ທີ່ເປັນພາຫະນຳເຊື້ອທີ່ ຮຸນແຮງຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ການຂະຫຍາຍຕົວຂອງຕົວເມືອງ.

ຜົນການສຶກສາສະບັບເຕັມໄດ້ຖືກຕີພິມໃນໜັງສືພິມ The Lancet ແລະ ມີຢູ່ໃນອອນລາຍທີ່ https://www.thelancet.com/journals/lancet/article/PIIS0140-6736(26)00323-5/fulltext

ຄໍາເຫັນ

ຂ່າວຕ່າງປະເທດ

ຫຸ່ນ​ຍົນ​ມະ​ນຸດ​ທຳ​ລາຍ​​ສະ​ຖິ​ຕິໂລກ​​ ການ​ແລ່ນ 100 ແມັດຂອງ​ມະ​ນຸດ

ຫຸ່ນ​ຍົນ​ມະ​ນຸດ​ທຳ​ລາຍ​​ສະ​ຖິ​ຕິໂລກ​​ ການ​ແລ່ນ 100 ແມັດຂອງ​ມະ​ນຸດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ໃນ​ງານ​ແຂ່ງ​ຂັນ​ຫຸ່ນ​ຍົນ​ມະ​ນຸດ​ໂລກ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​​ສະ​ເກັດຄວາມ​ໄວແຫ່ງ​ຊາດ​ຈີນ ໃນວັນ​ທີ 22 ສິງ​ຫາ ຜ່ານມາ,
ອັດຕາເງິນເຟີ້ຂອງສິງກະໂປໃນເດືອນກໍລະກົດ ເພີ່ມຂຶ້ນສູງສຸດ

ອັດຕາເງິນເຟີ້ຂອງສິງກະໂປໃນເດືອນກໍລະກົດ ເພີ່ມຂຶ້ນສູງສຸດ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ,ອັດຕາເງິນເຟີ້ພື້ນຖານ ຊຶ່ງບໍ່ລວມຄ່າໃຊ້ຈ່າຍທີ່ຢູ່ອາໄສ ແລະ ການຂົນສົ່ງສ່ວນບຸກຄົນ ໄດ້ເພີ່ມຂຶ້ນເປັນ 2% ໃນເດືອນກໍລະກົດ ຜ່ານມາ ເມື່ອທຽບກັບປີກ່ອນ ຊຶ່ງເປັນການເຕີບໂຕໄວທີ່ສຸດໃນຮອບເກືອບ 2 ປີ ຫຼື ນັບຕັ້ງແຕ່ເດືອນຕຸລາ ປີ 2024. ໂດຍມີສາເຫດຍ້ອນຄ່າໃຊ້ຈ່າຍດ້ານສາທາລະນູປະໂພກທີ່ເພີ່ມຂຶ້ນ ຫຼັງຈາກລາຄາພະລັງງານໃນຕະຫຼາດໂລກສູງຂຶ້ນຢ່າງຕໍ່ເນື່ອງ ເລີ່ມສົ່ງຜົນກະທົບຕໍ່ຄົວເຮືອນສິງກະໂປ.
ອີຣານ ຄົ້ນພົບບໍ່ອາຍແກ໊ສແຫ່ງໃໝ່ທີ່ມີປະລິມານຫຼາຍກວ່າ 212 ຕື້ແມັດກ້ອນ

ອີຣານ ຄົ້ນພົບບໍ່ອາຍແກ໊ສແຫ່ງໃໝ່ທີ່ມີປະລິມານຫຼາຍກວ່າ 212 ຕື້ແມັດກ້ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ທ່ານ ໂມເຊນ ປາກເນຈາດ ລັດຖະມົນຕີກະຊວງນ້ຳມັນຂອງອີຣານ ໄດ້ລາຍງານການຄົ້ນພົບບໍ່ອາຍແກ໊ສທຳມະຊາດໃນແຂວງຟາຣສ ທາງພາກໃຕ້ຂອງອີຣານ ໂດຍຄາດຄະເນວ່າມີປະລິມານອາຍແກ໊ສຫຼາຍກວ່າ 212 ຕື້ແມັດກ້ອນ.
ຈາກາຕາ ຕັ້ງເປົ້າໝາຍຈະມີລົດເມໄຟຟ້າຫຼາຍກວ່າ 10,000 ຄັນ ໃນປີ 2030

ຈາກາຕາ ຕັ້ງເປົ້າໝາຍຈະມີລົດເມໄຟຟ້າຫຼາຍກວ່າ 10,000 ຄັນ ໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອຳນາດການປົກຄອງ ນະຄອນຈາກາຕາ ປະເທດອິນໂດເນເຊຍ ວາງເປົ້າໝາຍທີ່ຈະມີລົດເມໄຟຟ້າຢ່າງໜ້ອຍ 10,047 ຄັນ ໃຫ້ບໍລິການທົ່ວເມືອງພາຍໃນປີ 2030 ຊຶ່ງເປັນສ່ວນໜຶ່ງຂອງແຜນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ມົນລະພິດທາງອາກາດ. ປັດຈຸບັນ, ຈາກາຕາມີລົດເມໄຟຟ້າປະມານ 500 ຄັນທີ່ໃຫ້ບໍລິການ ແລະ ລົດເມໄຟຟ້າໃນອະນາຄົດຈະປະກອບມີລົດເມທີ່ໃຊ້ພະລັງງານໄຮໂດຣເຈນ ແລະ ລົດເມໄຮບຣິດ.
ຈີນ​ ​ເກັບ​ຊື້​ເຂົ້າ​​ຫວີດ​​ທັງ​ໝົດຫຼາຍກວ່າ 90 ລ້ານ​ໂຕນ

ຈີນ​ ​ເກັບ​ຊື້​ເຂົ້າ​​ຫວີດ​​ທັງ​ໝົດຫຼາຍກວ່າ 90 ລ້ານ​ໂຕນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດ​ຈຸ​ບັນ,​​ ກຳ​ລັງ​ເຂົ້າ​ສູ່ໄລ​ຍະ​ການ​ເກັບ​ກ່ຽວທັນ​ຍາ​ຫານ​ລະ​ດູ​ຮ້ອນ​ໃນ​​ປະ​ລິ​ມານຫຼາຍ​ທີ່​ສຸດ​ຂອງ​ຈີນ.
ປິດກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ປິດກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ປິດລົງຢ່າງເປັນທາງການ ພາຍຫຼັງ ດຳເນີນດຳເນີນເປັນເວລາ 17 ວັນ.
​ ກາ​ນາ​ດາ ຢຸດ​ຕິ​ຊົ່ວ​ຄາວ​ໃນການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ

​ ກາ​ນາ​ດາ ຢຸດ​ຕິ​ຊົ່ວ​ຄາວ​ໃນການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ສິງຫາ ຜ່ານມາວ່າ: ໃນ​ວັນ​ທີ 21 ສິງ​ຫາ ຜ່ານມາ, ທ່ານ ມາກ ຄາ​ນີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ​ຢືນຢັນ​ວ່າ: ການາດາ​ໄດ້​ຕົກ​ລົງ​ຢຸດ​ຕິ​ຊົ່ວ​ຄາວໃນ​ການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ ພ້ອມ​ທັງ​ໄດ້​ຮຽກ​ຄະ​ນະ​ເຈ​ລະ​ຈາ​ກັບຄືນ.
ກຳປູເຈຍ ເຕືອນ ລະວັງພວກຫຼອກລວງອ້າງປົກປ້ອງບັນຊີ ແລະ ເພຈສື່ສັງຄົມອອນລາຍ

ກຳປູເຈຍ ເຕືອນ ລະວັງພວກຫຼອກລວງອ້າງປົກປ້ອງບັນຊີ ແລະ ເພຈສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການຄຸ້ມຄອງໂທລະຄົມມະນາຄົມກຳປູເຈຍ ກຳລັງຮຽກຮ້ອງໃຫ້ຜູ້ໃຊ້ສື່ສັງຄົມອອນລາຍເພີ່ມຄວາມລະມັດລະວັງການໂຄສະນາຫຼອກລວງ ແລະ ການສະເໜີການບໍລິການແບບມີຄ່າທຳນຽມ ຊຶ່ງອ້າງວ່າຈະປົກປ້ອງບັນຊີຜູ້ໃຊ້ງານ ແລະ ໜ້າເພຈບໍ່ໃຫ້ຖືກປິດ, ໂຈະ, ລຶບ ຫຼື ການສູນເສຍ.
UOB ເປີດເຜີຍ ອາຊຽນ-5 ເກີນດຸນການຄ້າຢ່າງຕໍ່ເນື່ອງ

UOB ເປີດເຜີຍ ອາຊຽນ-5 ເກີນດຸນການຄ້າຢ່າງຕໍ່ເນື່ອງ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຖາບັນຄົ້ນຄວ້າເສດຖະກິດ ແລະ ຕະຫຼາດໂລກ ຂອງທະນາຄານ UOB ປະເທດສິງກະໂປ ລາຍງານວ່າ, ກຸ່ມປະເທດອາຊຽນ-5 (ASEAN-5) ຄື: ອິນໂດເນເຊຍ, ສິງກະໂປ, ມາເລເຊຍ, ໄທ ແລະ ຫວຽດນາມ ມີຍອດເກີນດຸນການຄ້າໂດຍລວມ 156 ຕື້ໂດລາ ໃນປີ 2025 ຊຶ່ງເຕີບໂຕເປັນປີທີ 11 ຕິດຕໍ່ກັນນັບຕັ້ງແຕ່ປີ 2014 ແລະ ອັດຕາການເຕີບໂຕປະຈໍາປີ (CAGR) 8.3%.
ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາ​ດ​ຮອບ​ດ້ານ​ຈີນ - ອິນ​ໂດ​ເນ​ເຊຍ ​ຄັ້ງ​ທຳ​ອິດ

ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາ​ດ​ຮອບ​ດ້ານ​ຈີນ - ອິນ​ໂດ​ເນ​ເຊຍ ​ຄັ້ງ​ທຳ​ອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 22 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້ ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະເທດ​ອິນ​ໂດ​ເນ​ເຊຍ, ທ່ານ ວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຮ່ວມ​ກັບທ່ານ ຊູ​ຈິ​ໂອ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ທານ​​ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທຳ​ອິດ. ສອງ​ຝ່າຍ​ໄດ້​​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອິນ​ໂດ​ເນ​ເຊຍ ​ແລະ​ ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ.
ເພີ່ມເຕີມ