ໃນວັນທີ 26 ພຶດສະພາ ຜ່ານມານີ້, ໂດຍມີຜູ້ຕາງໜ້າຈາກອົງການສົ່ງເສີມການຄ້າ ແລະ ການລົງທຶນ, ສະພາການຄ້າ ແລະ ວິສາຫະກິດຂອງຈີນ ແລະ ປະເທດສະມາຊິກອາຊຽນເກືອບ 200 ຄົນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ເຣີນຫົງປິ່ນ ຫົວໜ້າສະມາຄົມສົ່ງເສີມການຄ້າຈີນ ຢືນຢັນວ່າ: ສະມາຄົມສົ່ງເສີມການຄ້າຈີນຍິນດີສຸມທຸກຄວາມພະຍາຍາມຮ່ວມກັບວົງການອຸດສາຫະກໍາການຄ້າຂອງປະເທດສະມາຊິກອາຊຽນ, ປະກອບສ່ວນເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຢ່າງຕັ້ງໜ້າພາຍໃຕ້ການນໍາພາທາງຍຸດທະສາດຂອງຜູ້ນໍາສອງຝ່າຍ, ນໍາໃຊ້ສັນຍາການຄ້າເສລີຕ່າງໆຢ່າງເຕັມສ່ວນ ເຊັ່ນ: ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ເປັນຕົ້ນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍໃຫ້ໄດ້ຮັບການຍົກລະດັບສູງຂຶ້ນ, ເພີ່ມທະວີການພັດທະນາຄຽງຄູ່ກັນລະຫວ່າງຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຫຼາຍຝ່າຍ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງອາຊຽນ-ຈີນ-ຄະນະກໍາມະການຮ່ວມມືປະເທດອາຣັບອ່າວເປີເຊຍ ຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການເຊື່ອມໂຍງເຂົ້າກັນຂອງພາກພື້ນ.
ຄໍາເຫັນ