Vietjetນຳສະເໜີທາງເລືອກທີ່ຫຼາກຫຼາຍໃນການທ່ອງທ່ຽວຫວຽດນາມໃນລະດູຮ້ອນນີ້

Vietjetນຳສະເໜີທາງເລືອກທີ່ຫຼາກຫຼາຍໃນການທ່ອງທ່ຽວຫວຽດນາມໃນລະດູຮ້ອນນີ້

Vietjetນຳສະເໜີທາງເລືອກທີ່ຫຼາກຫຼາຍໃນການທ່ອງທ່ຽວຫວຽດນາມໃນລະດູຮ້ອນນີ້
Vietjetນຳສະເໜີ2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການນຳສະເໜີເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ

 

ແລະ ສະໜອງຄວາມສະດວກໃຫ້ນັກທ່ອງທ່ຽວເຂົ້າເຖິງສະຖານທີ່ສຳຄັນດ້ານປະຫວັດສາດ ແລະ ຈຸດໝາຍປາຍທາງອັນສັກສິດຂອງຫວຽດນາມ.

ເສັ້ນທາງການບິນທີ່ລໍຄອຍມາດົນນານນີ້ຈະດໍາເນີນຖ້ຽວບິນໄປ-ກັບທັງໝົດ 28 ຖ້ຽວຕໍ່ອາທິດ. Vietjetດຳເນີນຖ້ຽວບິນປະຈຳວັນ 2 ຖ້ຽວຈາກນະຄອນຫຼວງຮ່າໂນ້ຍ ໄປຮອດ ໂກນດ່າວ ໃນຕອນເຊົ້າ ໃຊ້ເວລາບິນແມ່ນ 2 ຊົ່ວໂມງ 10 ນາທີ.

ຖ້ຽວບິນຈາກນະຄອນໂຮ່ຈິມິນໄປໂກນດ່າວແມ່ນຈະອອກສອງຖ້ຽວບິນຕອນເຊົ້າ ໂດຍໃຊ້ເວລາບິນ 40 ນາທີຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວຈະໄດ້ຮັບຄວາມສະດວກສະບາຍທີ່ສຸດ.ເກາະໂກນດ່າວຕັ້ງຢູ່ນອກຝັ່ງທະເລພາກໃຕ້ຂອງຫວຽດນາມ ເປັນເກາະທີ່ມີຊື່ສຽງໂດ່ງດັງຍ້ອນຄວາມສວຍສົດງົດງາມທາງທຳມະຊາດ ແລະ ມີຄວາມໝາຍປະຫວັດສາດອັນເລິກເຊິ່ງຂອງຫວຽດນາມ. ນອກຈາກນັ້ນຍັງເປັນສະຖານທີ່ທີ່ສົມບູນແບບສໍາລັບການພັກຜ່ອນ ແລະ ທ່ອງທ່ຽວ. ເກາະທີ່ສວຍງາມແຫ່ງນີ້ ໃນປັດຈຸບັນສາມາດເຂົ້າເຖິງໄດ້ງ່າຍກ່ວາເກົ່າໂດຍຜ່ານເຄືອຂ່າຍການບິນທີ່ປັບປຸງໃໝ່ຂອງ Vietjet.

ປັດຈຸບັນ Vietjetໄດ້ດຳເນີນການບິນໂດຍກົງຈາກນະຄອນຫຼວງວຽງຈັນໄປນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ ຊຶ່ງເຮັດໃຫ້ນັກທ່ອງທ່ຽວສາມາດເດີນທາງເຊື່ອມຕໍ່ໄປທ່ອງທ່ຽວທີ່ເກາະໂກນດ່າວ ຢ່າງສະດວກສະບາຍ ແລະ ຍັງມີຈຸດໝາຍປາຍທາງອື່ນໆທົ່ວປະເທດຫວຽດນາມຂອງສາຍການບິນ VietJet. ສາຍການບິນພ້ອມທີ່ຈະຕ້ອນຮັບຜູ້ໂດຍສານມາສຳຜັດກັບມົນສະເໜ່ ແລະ ຄວາມສວຍງາມຂອງເກາະໂກນດ່າວໃນລະດູຮ້ອນນີ້. ໃນຕອນນີ້ນັກທ່ອງທ່ຽວທຸກທ່ານສາມາດຈອງປີ້ໄດ້ທີ່ www.vietjetair.com ແລະແອັບພລິເຄຊັນມືຖື Vietjet Air.

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ໃນວັນທີ5ທັນວາຜ່ານມາ ຢູ່ທີ່ເຂດງານ ໄດ້ມີພິທີມອບ-ຮັບເສັ້ນທາງເຂົ້າບ້ານຊຳກ້ວາງ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນມີ ຄູນມາລາ ຮອງເລຂາພັກເມືອງ ປະທານກຳມະການປົກຄອງເມືອງ, ທ່ານນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ, ມີອາດີດການນຳເມືອງຄູນ, ພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານຊຳກ້ວາງເຂົ້າຮ່ວມ.
ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ວັນທີ 7 ທັນວາຜ່ານມານີ້,ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງແຂວງຈຳປາສັກພ້ອມທັງມອບເງິນສົມທົບທຶນເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ.
ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025, ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດອັນສົດໃສ”,ຂຶ້ນໃນວັນທີ 8 ທັນວານີ້,ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ICBC, ຕາງໜ້າທູຕານຸທູດ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ວັນທີ 5 ທັນວາຜ່ານມານີ້ທີ່ວັດສຣີດອນແຍງ ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ໄດ້ມີທີປະກາດຮັບຮອງ ວັດ 4 ສໍ ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຮ່ວມ ຂອງພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານ ອພສ ແຂວງໄຊຍະບູລີ, ທ່ານ ຊູລິສິດ ຄໍາພູວົງ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີພະເຖຣານຸເຖຣະ, ຕະຫຼອດຮອດ ຊາວພຸດທະສະນິກະຊົນພາຍໃນເມືອງເຂົ້າຮ່ວມ.
15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

ໃນໂອກາດສະເຫຼີມສະຫຼອງວັນຂົງຈືໂລກ ປີ 2025 ແລະ ການສ້າງຕັ້ງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 15 ປີ. ທ່ານ ເຝິງກວາງຫົວ ຜູ້ອໍານວຍການ ສຂຈ ຝ່າຍຈີນ ໄດ້ກ່າວມີຄໍາເຫັນ ແລະ ສະແດງຄວາມຮູ້ສຶກ ຕໍ່ວັນດັ່ງກ່າວເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະ 15 ປີຜ່ານມາ, ສຂຈ ມຊ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນບ່ອນກໍ່ສ້າງຜູ້ຊ່ຽວຊານດ້ານພາສາຈີນ ມາຮອດປັດຈຸບັນໄດ້ກໍ່ສ້າງບຸກຄະລະກອນເກືອບ 100,000 ກ່ວາຄົນ ແລະ ໄດ້ຮັບຖານະເປັນສູນການສຶກສາພາສາຈີນ ແລະ ເວທີແລກປ່ຽນວັດທະນະທຳທີ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດໃນລາວ.
ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ໃນວັນທີ6ທັນວາຜ່ານມາ ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຊຶ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຄອບຄົວການນຳ, ນັກທຸລະກິດ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມ.
ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເພີ່ມເຕີມ