ຂ່າວລະບຸວ່າ: ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນກອງປະຊຸມສະຫຼຸບການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດໄລຍະ 6 ເດືອນຕົ້ນປີ 2025 ຈັດໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນວັນທີ 14 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ. 6 ເດືອນທ້າຍປີ 2025, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີກຳນົດວ່ານີ້ແມ່ນຈຸດເວລາສຳຄັນ, ມີຄວາມໝາຍຕັດສິນຕໍ່ການປະຕິບັດສຳເລັດແຜນການ 5 ປີ 2021 – 2025 ຢ່າງມີໄຊ.
ທ່ານ ຫງວຽນແມັ້ງຮຸ່ງ ເນັ້ນໜັກວ່າ: ວິທະຍາສາດເຕັກໂນໂລຊີຕ້ອງກ້າວໄປເຖິງໝາກຜົນສຸດທ້າຍນັ້ນແມ່ນຍົກສູງຄວາມສາມາດໃນການແກ້ງແຍ້ງ, ການເຕີບໂຕເສດຖະກິດ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ນະວັດຕະກຳແມ່ນເສັ້ນທາງເພື່ອໃຫ້ ຫວຽດນາມ ນຳວິທະຍາສາດ ເຕັກໂນໂລຊີໝູນໃຊ້ເຂົ້າໃນຊີວິດ, ການໝູນໃຊ້ເຕັກໂນໂລຊີ, ນະວັດຕະກຳ, ການຖ່າຍທອດເຕັກໂນໂລຊີ, ຍົກສູງປະສິດທິຜົນຂອງການນຳໃຊ້ເຕັກໂນໂລຊີ, ປັບປຸງເຕັກໂນໂລຊີ ແລະ ມຸ່ງໄປເຖິງການປະດິດຄິດສ້າງເຕັກໂນໂລຊີ ນັ້ນແມ່ນເສັ້ນທາງນຳໃຊ້ເຕັກໂນໂລຊີເພື່ອເພີ່ມສະມັດຖະພາບໃນການອອກແຮງງານ.
ຄໍາເຫັນ