ອາເມຣິກາ ຖະແຫຼງໃນວັນທີ 20 ມັງກອນຜ່ານມາ ວ່າ: ອາເມຣິກາ ຈະຖອນຕົວອອກຈາກອົງການນີ້. ທ່ານ ເຕໂດຣສ ອາດານອມ ເກເບຣເຢຊູສຜູ້ອຳນວຍການ WHO ໃຫ້ຮູ້ວ່າ: ການຕັດສິນດັ່ງກ່າວຂອງທ່ານປະທານາທິບໍດີ ອາເມຣິກາ ໄດ້ສົ່ງກະທົບຕໍ່ງົບປະມານ ແລະ ການໃຊ້ຈ່າຍຂອງ WHO.
ພາຍຫຼັງການປະກາດຂອງທ່ານ ໂດນັລ ທຣຳ, ສະຫະປະຊາຊາດ ຢືນຢັນວ່າ ອາເມຣິກາ ຈະຖອນຕົວອອກຈາກ WHO ໃນວັນທີ 22 ມັງກອນປີ 2026. ອາເມຣິກາ ແມ່ນຜູ້ອຸປະຖຳໃຫຍ່ສຸດຂອງ WHO ຊຶ່ງກວມເອົາປະມານ 18% ຂອງຍອດງົບປະມານຂອງWHO. ໂດຍງົບປະມານຂອງ WHOໃນໄລຍະ ປີ 2024-2025 ແມ່ນ 6,8 ຕື້ ໂດລາ.
ຄໍາເຫັນ