ໄຊຈໍາພອນ ຄຸ້ມຄອງວຽກງານອຸດສາຫະກໍາ ແລະ ການຄ້າ

ໄຊຈໍາພອນ ຄຸ້ມຄອງວຽກງານອຸດສາຫະກໍາ ແລະ ການຄ້າ
ໂດຍ: ຕະວິນຍານ
ເພື່ອເຮັດໃຫ້ວຽກງານອຸດສະຫະກໍາ-ການຄ້າ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ດໍາເນີນຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ໂຮງຈັກ,ໂຮງງານ,ຫົວໜ່ວຍທຸລະກິດດໍາເນີນກິດຈະການສະດວກດີຂຶ້ນ.
ໃນປີ 2023 ຜ່ານມາ,ເມືອງໄຊຈໍາພອນ  ໄດ້ຕັ້ງໜ້າລົງເຄື່ອນໄຫວ ໂຄສະນາເຜີຍແຜ່ນິຕິກໍາຕ່າງໆໃຫ້ກັບຜູ້ປະກອບການ,ຫົວໜ່ວຍທຸລະກິດເປັນແຕ່ລະໄລຍະ,ໄປຄຽງຄູ່ກັບການຊຸກຍູ້ສົ່ງເສີມ ອໍານວຍຄວາມສະດວກແລະ ຕັດບາງຂັ້ນຕອນທີ່ເປັນສິ່ງອຸດຕັນ ບໍ່ສອດຄ່ອງກັບການດໍາເນີນທຸລະກິດໃນຍຸກປັດຈຸບັນ ຈຶ່ງເຮັດໃຫ້ວຽກງານອຸດສາຫະກໍາ-ການຄ້າພາຍໃນເມືອງຂະຫຍາຍຕົວດີຂຶ້ນກວ່າແຕ່ກ່ອນ. 
ໃນປີຜ່ນມາ,ເມືອງໄຊຈໍາພອນໄດ້ເອົາໃຈໃສ່ ລົງກວດສະຖານທີ່ສ້າງຕັ້ງໂຮງງານຂອງບໍລິສັດແກ້ວມັງກອນ ແລະ ໄດ້ລົງກວດສະຖານທີ່ສ້າງຕັ້ງໂຮງງານ 15 ພຶດສະພາໃຫ້ໄປຕາມແຜນທີ່ກໍານົດໄວ້, ປັບປຸງກຸ່ມຂ້າສັດ-ຂາຍຊີ້ນ ບ້ານນໍ້າອ້ອນ ໃຫ້ໄດ້ຕາມມາດຕະຖານ.ຄຸ້ມຄອງລາຄາສິນຄ້າ ຕາມລໍາດັບ 474/ນຍ. ໃນການຄຸ້ມຄອງສິນຄ້າ 4 ປະເພດ 14 ໝວດ ແລະ 106 ລາຍການສາມາດປະຕິບັດໄດ້ 36 ຄັ້ງ, ລົງດັດປັບລາຄາຂຶ້ນ-ລົງ ຂາຍຍ່ອຍນໍ້າມັນເຊື້ອໄຟ 38 ຄັ້ງ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາສິນຄ້າໝົດອາຍຸ, ເສື່ອມຄຸນ-ເສຍຄຸນ ຢູ່ກຸ່ມນໍ້າອ້ອນ ໄດ້ 1 ຄັ້ງ ຈໍານວນ 20 ຮ້ານ ໃນນັ້ນກວດພົບສິນຄ້າໝົດອາຍຸ 9 ຮ້ານ, ມີ 12 ລາຍການ ລວມມູນຄ່າ 2,28 ລ້ານກີບ, ຊຸກຍູ້ຫົວໜ່ວຍທຸລະກິດທີ່ເຫັນວ່າມີເງື່ອນໄຂສາມາດຂຶ້ນທະບຽນວິສາຫະກິດໄດ້ໃຫ້ຂຶ້ນທະບຽນວິສາຫະກິດທີ່ຖືກຕ້ອງຕາມລະບຽບກົດໝາຍໄດ້ 5 ຫົວໜ່ວຍ, ມີທຶນຈົດທະບຽນ 445 ລ້ານກີບ. ທຶນຄົງທີ່ 175 ລ້ານກີບ, ທຶນໝູນວຽນ 270 ລ້ານກີບ. ລົງເຄື່ອນໄຫວຕິດຕາມ ກວດກາ ການມີຕົວຕົນຂອງຫົວໜ່ວຍທຸລະກິດ ທົ່ວເມືອງປະຕິບັດໄດ້ 17 ບ້ານມີ 101 ຫົວໜ່ວຍ, ໃນນັ້ນ ອອກອະນຸຍາດດໍາເນີນທຸລະກິດຊົ່ວຄາວ 76 ຫົວໜ່ວຍ. ສໍາເລັດການຈັດຝຶກໂຄງການຍົກລະດັບຄຸນນະພາບສິນຄ້າເພື່ອສ້າງມູນຄ່າເພີ່ມໃຫ້ເຄື່ອງຫັດຖະກໍາຕໍ່າຫູກທໍໄໝ ບ້ານໂພນງາມ ຮ່ວມກັບພະແນກ ອຄ ແຂວງ ແລະກວດກາວັດແທກ ແລະ ຕິດສະຕິກເກີ ປະເພດຊິງຊັ່ງ ຈໍານວນ 32 ຫົວໜ່ວຍ ແລະ ປໍ້າອິ້ວນໍ້າມັນ ຈໍານວນ 24 ປໍ້າ ແລະ ປໍ້າໄຟຟ້າ 1 ປໍ້າ ໃຫ້ໄດ້ມາດຕະຖານ.
ໃນປີຜ່ານມາ,ເມືອງສາມາດສົ່ງສິນຄ້າກະສິກໍາອອກນອກປະເທດໄດ້ຫຼາຍຊະນິດ ເຊັ່ນ: ຂີງດຳ 35.000 ກິໂລມູນຄ່າ 105 ລ້ານກີບ,ຂີງສໍາລັບແຕ່ງກິນ 40.200 ກິໂລມູນຄ່າ 201 ລ້ານກີບ, ມັນຕົ້ນແຫ້ງ 95.100 ກິໂລມູນຄ່າ 255,5ລ້ານກີບ, ຫົວຄຸກຄັກ+ຮາກ 30 ຈໍານວນ 2.830 ກິໂລ ມູນຄ່າ 4.945 ລ້ານກີບ, ດອກແຂມແຫ້ງຈໍານວນ 13.038 ກິໂລ, ມູນຄ່າ 39,1ລ້ານກີບ, ຝຸ່ນແຮ່ມ ຈໍານວນ 131.100 ກິໂລມູນຄ່າ 4,56 ຕື້ກີບ. ສິນຄ້າປະເພດສັດລ້ຽງ (ງົວ, ຄວາຍ) ຈໍານວນ 258 ໂຕ, ລວມມູນຄ່າທັງໝົດ 3,03 ຕື້ກີບ, ປະເພດສັດນໍ້າ ຈໍານວນ 2.100 ກິໂລ, ມູນຄ່າ 2.100.000 ກີບ ແລະ ອື່ນໆອີກ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ