ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ
ໃນວັນທີ 20 ສິງຫານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ, ອອກພັກການ ຮັບອຸດໜູນບໍານານ ແລະ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີພະນັກງານການນໍາແຂວງ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.
ໄຊຍະບລ ປະກາດການປບປງກງຈກການຈດຕງ - image 1
 

ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກເລກທີ 1534 ຂອງທ່ານເຈົ້າແຂວງໄຊຍະບູລີ ລົງວັນທີ 19 ສິງຫາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານນໍາພາຄຸ້ມຄອງອອກພັກການ ຮັບອຸດໜູນບໍານານ, ເຈົ້າແຂວງໄຊຍະບູລີ ຕົກລົງໃຫ້ ທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ເສີດ ແສງສຸລິນ ກໍາມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ອອກພັກການລໍຖ້າຮັບອຸດໜູນບໍານານ, ທ່ານ ຄໍາຜຸຍ ອິນທະບັນດິນ ປະທານສະຫະພັນກໍາມະບານແຂວງ, ທ່ານ ໂພທອງ ບຸດສະບາ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ສຸລິສັກ ຄໍາອ່ອນ ຮອງປະທານສະຫະພັນກໍາມະບານແຂວງ, ທ່ານ ສີສຸກ ສີພານິດ ຮອງຫົວໜ້າພະແນກໂຍທາ ແລະ ຂົນສົ່ງແຂວງ, ທ່ານ ອາລຸນສັກ ລິນທະວົງ ຮອງຫົວໜ້າພະແນກພາຍໃນແຂວງ, ທ່ານ ນາງ ສົມໝາຍ ລັກຊີວີ ຫົວໜ້າຂະແໜງພົນລະເມືອງຊົນເຜົ່າ ແລະ ສາສະໜາພະແນກພາຍໃນແຂວງ, ທ່ານ ສາຍສະໝອນ ພົມມະຂັນ ຮອງຫົວໜ້າຂະແໜງປົກຄອງ ແລະ ແຜນທີພະແນກພາຍໃນແຂວງ ອອກພັກການລໍຖ້າຮັບອຸດໜູນບໍານານ, ຜ່ານຂໍ້ຕົກລົງເລກທີ 1507 ຂອງເຈົ້າແຂວງໄຊຍະບູລີ ລົງວັນທີ 15 ສິງຫາ 2025 ວ່າດ້ວຍຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເຈົ້າແຂວງໄຊຍະບູລີຕົກລົງຍົກຍ້ານທ່ານ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄປຮັບໜ້າທີ່ໃໝ່ເປັນຮອງຄະນະຈັດຕັ້ງແຂວງ ເປັນເລຂາໜ່ວຍພັກຮາກຖານຄະນະຈັດຕັ້ງແຂວງ, ຍົກຍ້າຍ ທ່ານ ຄໍາໄຊ ເລົາລືເຕຊາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄປປະຈໍາການຢູ່ຫ້ອງວ່າການແຂວງ, ຍົກຍ້າຍທ່ານ ນາງ ວຽງຄໍາ ຈັນທະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນຮັກສາການປະທານສະຫະພັນກໍາມະບານແຂວງ, ຍົກຍ້າຍ ທ່ານ ຈັນທະສອນ ທະນູສິນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄປເປັນຮອງປະທານສະຫະພັນກໍາມະບານແຂວງ, ຍົກຍ້າຍທ່ານ ໃໝ່ ສີບຸນເຮືອງ ຫົວໜ້າສູນບໍລິການເຕັກນິກພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄປປະຈໍາການຢູ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງທົ່ງມີໄຊ, ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງເລກທີ 1403 ຂອງເຈົ້າແຂວງໄຊຍະບູລີ ລົງວັນທີ 30 ກໍລະກົດ 2025 ວ່າດ້ວຍການຍົກຍ້າຍຂອງພະນັກງານ-ລັດຖະກອນໄປຮັບໜ້າທີ່ ໃໝ່. ຜ່ານຂໍ້ຕົກລົງເລກທີ 1537 ຂອງເຈົ້າແຂວງໄຊຍະບູລີ ລົງວັນທີ 13 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ເຈົ້າແຂວງໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ສອນສະຫວັນ ຈັນທະວົງ ເປັນຮັກສາການພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ, ແຕ່ງຕັ້ງ ທ່ານ ນາງ ໄມພອນ ເຮີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເປັນຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ແຕ່ງຕັ້ງ ທ່ານ ໂອເລ້ ສອນພັນ ຫົວໜ້າຂະແໜງຄົ້ນຄວ້າສັງລວມ ຫ້ອງວ່າການແຂວງໄຊຍະບູລີ ແລະ ທ່ານ ອຸ່ນ ຄໍາມະວົງ ຂຶ້ນເປັນຮອງຫົວໜ້າຫ້ອງວ່າການແຂວງ, ແຕ່ງຕັ້ງ ທ່ານ ຈິລະມິດ ຄໍາພູວົງ ເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ແຕ່ງຕັ້ງ ທ່ານ ໄຊພອນ ບຸນຊູ ເປັນຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ແຕ່ງຕັ້ງ ທ່ານ ສົມພັນ ແພງສີດາ ເປັນຮັກສາການຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ. ຜ່ານຂໍ້ຕົກລົງຂອງເຈົ້າແຂວງໄຊຍະບູລີ ວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ໄປຂຶ້ນກັບຄະນະໂຄສະນາອົບຮົບແຂວງ ຈໍານວນ 26 ທ່ານ ຍິງ 11 ທ່ານ. ຈາກນັ້ນ ຜ່ານຄໍາສັ່ງວ່າດ້ວຍຍຸບເລີກບັນດາຄະນະພັກຮາກຖານພະແນກການ ແລະ ມະຕິຕົກລົງ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນກການ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບຮາກຖານພະແນກຕື່ມອີກ. ພ້ອມນີ້ ທ່ານ ພົງສະຫວັນ ສິດທະວົງ ໄດ້ຂຶ້ນມອບຂໍ້ຕົກລົງໃຫ້ບັນດາຄະນະພັກທີ່ໄດ້ຮັບແຕ່ງຕັ້ງ ແລະ ຍົກຍ້າຍໃໝ່ຕື່ມອີກ.

ໄຊຍະບລ ປະກາດການປບປງກງຈກການຈດຕງ - image 2
 

(ຂ່າວ-ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ