ໄຊຍະບູລີ ສົ່ງເສີມການລົງທຶນ ສ້າງສີ່ງອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ

ໄຊຍະບູລີ ສົ່ງເສີມການລົງທຶນ ສ້າງສີ່ງອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ
ໂດຍ: ວັນໄຊ ຕະວິນຍານ
ການຍົກສູງຄວາມຮັບຜິດຊອບວຽກງານສົ່ງເສີມການລົງທຶນເພື່ອສ້າງສີ່ງອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ, ຊຸກຍູ້ສາຂາລັດວິສາຫະກິດຫັນໄປສູ່ການດໍາເນີນທຸລະກິດຢ່າງມີຄຸນນະພາບ, ມີຜົນກໍາໄລແມ່ນແຜນງານໜຶ່ງໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ແຂວງໄຊຍະບູລີຈຶ່ງໄດ້ສຸມໃສ່ປັບປຸງສະພາບແວດລ້ອມ ແລະ ການແກ້ໄຂຄວາມຫຍຸ້ງຍາກຂອງການດໍາເນີນທຸລະກິດຕາມ ຄໍາສັ່ງເລກທີ 02/ນຍ ແລະ ຄໍາສັ່ງເລກທີ 03/ນຍ ຊຶ່ງເຮັດໃຫ້ກົນໄກ ແລະ ຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດມີຄວາມສະດວກຂຶ້ນ, ສາມາດຫຼຸດຂັ້ນຕອນ ແລະ ໄລຍະເວລາສັ້ນເຂົ້າ, ລົບລ້າງຄະນະຄຸ້ມຄອງການລົງທຶນຂັ້ນແຂວງ ແລະ ປັບປຸງຄະນະປະສານງານປະຕູດຽວ ແລະ ຜູ້ປະສານງານທີ່ປະຈຳຢູ່ພະແນກການຕ່າງໆ ເພ່ືອຮັບປະກັນການປະສານງານໃຫ້ຄ່ອງຕົວກວ່າເກົ່າ. ໃນນີ້,ແຂວງໄດ້ແຕ່ງຕັ້ງຄະນະຄຸ້ມຄອງບັນຊີຮຽກການລົງທຶນ ແລະ ສ້າງບັນຊີຮຽກການລົງທຶນໄດ້ທັງໝົດ 123 ໂຄງການ, ມູນຄ່າ 99,86 ລ້ານໂດລາສະຫະລັດ ກວມເອົາ 8 ຂະແໜງການ. ເຜີຍແຜ່ບັນຊີຮຽກການລົງທຶນໃຫ້ບັນດາພະແນກການ, ຜູ້ປະກອບການ ແລະ ບັນດາເມືອງ ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ. 
      ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກ່າວວ່າ: ມາຮອດປັດຈຸບັນ ແຂວງໄດ້ຈັດຕັ້ງປະຕິບັດ
ຈາກບັນຊີຮຽກການລົງທຶນຈໍານວນ 18 ໂຄງການ ມູນຄ່າ 13,8 ລ້ານໂດລາ, ຕິດຕາມຊຸກຍູ້ ບັນດາໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດທີ່ປະຕິບັດຢູ່ໃນແຂວງ ຈໍານວນ 160 ໂຄງການເພື່ອໃຫ້ດໍາເນີນກິດຈະການຕາມລະບຽບກົດໝາຍ. ຜ່ານການລົງຕິດຕາມ ນັບແຕ່ປີ 2021-2023 ເຫັນວ່າໂຄງການຈໍານວນໜຶ່ງ ການຈັດຕັ້ງປະຕິບັດ ບໍ່ໄປຕາມສັນຍາ, ແກ່ຍາວການພັດທະນາໂດຍບໍ່ສົມເຫດສົມຜົນ ແລະ ໄດ້ອອກຂໍ້ຕົກລົງຂອງແຂວງ ລົບລ້າງໂຄງການດັ່ງກ່າວ ໃນຈໍານວນ 55 ໂຄງການ ອອກຈາກບັນຊີການລົງທືນ.
ໃນໄລຍະດັງກ່າວ ແຂວງສາມາດດຶງດູດການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດມີມູນຄ່າ ເຖິງ 165 ລ້ານ ໂດລາ. ໃນນີ້: ກິດຈະການສໍາປະທານ ແລະ ຄວບຄຸມ 52 ລ້ານ ໂດລາ, ກິດຈະການທົ່ວໄປມີທຶນຈົດທະບຽນທັງໝົດ 1.938 ຕື້ກີບ. ນອກນີ້, ຍັງໄດ້ສົ່ງເສີມນັກລົງທຶນຈາກຕ່າງປະເທດລົງທຶນ ປູກພືດ
ກະສິກໍາເປັນສີນຄ້າໃນເຂດທີ່ມີເງື່ອນໄຂ ເຊັ່ນ: ຖົ່ວເຫຼືອງ, ໝາກໂມ, ເຂົ້າ, ມັນຕົ້ນ, ສາລີ ແລະ ພືດຕ່າງໆ ທີ່ສາມາດສົ່ງອອກ ຕາມບັນຊີ ທີ່ໄດ້ເຊັນສັນຍາກັບຕ່າງປະເທດຄູ່ຄ້າເພື່ອດືງດູດເງິນຕາຕ່າງປະເທດ ແລະ ການດຸ່ນດ່ຽງສິນຄ້ານໍາເຂົ້າ.ປັບປຸງຂອດການບໍລິການດ້ານການລົງທຶນ ຊຶ່ງໄດ້ສ້າງຫ້ອງການບໍລິການປະຕູດຽວ ແລະ ປະກອບພະນັກງານ ເພື່ອໃຫ້ບໍລິການແກ່ນັກລົງທຶນ ໄດ້ມີີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ.
ໃນການອະນຸມັດໂຄງການສໍາເລັດຕາມກໍານົດເວລາທີ່ກໍານົດໄວ້ໃນກົດໝາຍ (ສໍາປະທານ 65 ວັນ ແລະ ກິດຈະການຄວບຄຸມ 25 ວັນ ທາງລັດຖະການ). ພ້ອມກັນນີ້, ແຂວງກໍໄດ້ຄົ້ນຄວ້າການໃຫ້ນະໂຍບາຍສົ່ງເສີມການລົງທຶນແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ນອນຢູ່ໃນກິດຈະການສົ່ງເສີມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.ໄດ້ອໍານວຍຄວາມສະດວກທາງການຄ້າ, ການຂົນສົ່ງ ໃຫ້ສະດວກວອງໄວ, ລົບລ້າງຈຸດກວດກາ ຈາກ 14 ຈຸດທົ່ວແຂວງ ຍັງເຫຼືອ 3 ຈຸດ, ທີ່ເປັນຈຸດຜ່ານຂອງແຂວງໄປສູ່ແຂວງອ້ອມຂ້າງ. ເຄື່ອນໄຫວດໍາເນີນທຸລະກິດ, ຕາມນະໂຍບາຍ, ບົດບາດຂອງຕົນຢ່າງມີປະສິດທິຜົນ, ສະກັດກັ້ນການບໍລິຫານເກື້ອກູນ, ຕ້ານການຟຸມເຟືອຍຊັບສົມບັດຂອງລັດ ແລະ ລວມໝູ່, ຈໍາກັດບໍ່ໃຫ້ສ້າງກົນໄກ, ລະບອບ, ລະບຽບ, ນະໂຍບາຍຕ່າງໆ ທີ່ບໍ່ສອດຄ່ອງ, ໂດຍສະເພາະຂົງເຂດໄຟຟ້າ, ນໍ້າປະປາ ແລະ ທະນາຄານ ສະຖາບັນການເງີນຕ່າງໆ. ປັບປຸງກົນໄກບໍລິຫານ, ເຕັກນິກວິຊາການ, ບຸກຄະລະກອນ ແລະ ນະໂຍບາຍຕ່າງໆ ເຊັ່ນ: ການລະດົມເງິນຝາກທະຄານ ຫຼາຍສະກຸນເງິນ, ປັບປຸງກົນໄກການປ່ອຍສິນເຊື່ອ, ການຕິດຕາມສົ່ງເສີມ ການນໍາໃຊ້ທືນຮອນຖຶກຕາມເປົ້າໝາຍຢ່າງມີປະສິດທິຜົນ, ປີຜ່ານມາກໍຍັງເຫັນວ່າ ການລະດົມເງິນຝາກ ກັບການປ່ອຍສີນເຊື່ອຍັງລຸດໂຕນກັນຫຼາຍເຊັ່ນ: ປັດຈຸບັນເງິນຝາກໃນ 7 ທະນາຄານ ມີເຖີງ 4.167 ຕື້ກີບ ປະຕິບັດໄດ້ 84,46%, ການປ່ອຍສີນເຊື່ອພຽງແຕ່ 1.030 ຕື້ກີບ ປະຕິບັດໄດ້ 106,04%, ການປ່ອຍສິນເຊື່ອສ່ວນຫຼາຍ ຍັງແມ່ນຂົງເຂດຂະແໜງການອຸດສະຫະກໍາກວມອັດຕາສ່ວນສູງ.
     ທ່ານ ພົງສະຫວັນ ສິດທະວົງ ກ່າວຕື່ມອີກວ່າ: ສໍາລັບການແກ້ໄຂໜີ້ສິນການລົງທຶນຂອງລັດແມ່ນໄດ້ສຸມ
ໃສ່ຄຸ້ມຄອງການລົງທຶນຂອງລັດໃຫ້ສອດຄ່ອງກັບກົດໝາຍການລົງທຶນ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ ສະແດງອອກຄື: ໂຄງການຈັດຕັ້ງປະຕິບັດຮອດປັດຈຸບັນ ມີທັງໝົດ 350 ໂຄງການ ມູນຄ່າໃນສັນຍາ 2.105,26 ຕື້ກີບ, ມູນຄ່າປະຕິບັດວຽກ 1.530,39 ຕື້ກີບ, ຊໍາລະຮອດປັດຈຸບັນ 767,23 ຕື້ກີບ, ຍັງຄ້າງຊໍາລະຕາມສັນຍາ 1.338,02 ຕື້ກີບ, ມູນຄ່າຄ້າງຕາມໜ້າວຽກສໍາເລັດ 763,49 ຕື້ກີບ. ໃນນີ້: ໂຄງການໜີ້ສີນ 253 ໂຄງການມູນຄ່າສັນຍາ 723,65 ຕື້ກີບ, ມູນຄ່າປະຕິບັດ 723,65 ຕື້ກີບ ມູນຄ່າຊໍາລະຮອດປັດຈຸບັນ 434,05 ຕື້້ກີບ, ຍັງຄ້າງຊໍາລະຕາມສັນຍາ 298,62 ຕື້ກີບ, ມູນຄ່າຄ້າງຕາມໜ້າວຽກສໍາເລັດ 298,62 ຕື້ກີບ.ໂຄງການສຶບຕໍ່ 187 ໂຄງການ ມູນຄ່າໃນສັນຍາ 1.199,48 ຕື້ກີບ, ມູນຄ່າປະຕິບັດວຽກ 783,23 ຕື້ກີບ, ມູນຄ່າຊໍາລະຮອດປັດຈຸບັນ 325,43 ຕື້ກີບ, ຍັງຄ້າງຊໍາລະຕາມສັນຍາ 874,05 ຕື້ກີບ, ມູນຄ່າຄ້າງຕາມໜ້າວຽກສໍາເລັດ 457,80 ຕື້ກີບ. ໂຄງການສະ  ເໜີໃໝ່ 10 ໂຄງການ ມູນຄ່າສັນຍາ 180,13 ຕື້ກີບ, ມູນຄ່າປະຕິບັດ 23,51 ຕື້ກີບ, ມູນຄ່າຊໍາລະຮອດປັດຈຸບັນ 7,76 ຕື້ກີບ, ຍັງຄ້າງຊໍາລະຕາມສັນຍາ 174,38 ຕື້ກີບ, ມູນຄ່າຄ້າງຕາມໜ້າວຽກສໍາເລັດ 15,75 ຕື້ກີບ.ໂຄງການຊໍາລະໝົດ ແລະ ປົດອອກຈາກການລົງທຶນຈໍານວນ 34 ໂຄງການໃນໄລຍະປະຕິບັດວາລະແຫ່ງຊາດ.ການຈັດສັນງົບປະມານການລົງທຶນສ່ວນໃຫຍ່ ແມ່ນຊຳລະໂຄງການໜີ້ສິນທີ່ປະຕິບັດສຳເລັດ 100% ທີ່ໄດ້ເປີດນໍາໃຊ້ແລ້ວ; ພ້ອມນັ້ນກໍຈໍາກັດໂຄງການໃໝ່ ເພື່ອບໍ່ໃຫ້ມີໜີ້ສິນເພີ່ມຂຶ້ນ. ໄລຍະປີ 2021-2023 ໄດ້ຮັບງົບປະມານການລົງທຶນທັງໝົດ 464,09 ຕື້ກີບ ນັບທັງທຶນພັດທະນາທ້ອງຖິ່ນຂອງໂຄງການທີ່ຕັ້ງຢູ່ແຂວງໄຊຍະບູລີ. ໃນນັ້ນ, ຈັດສັນຊໍາລະໜີ້ ເປັນສ່ວນໃຫຍ່ເທົ່ກັບ 50-60% ຂອງງົບປະມານທັງໝົດ. ໄດ້ປະຕິບັດຜົນຂອງການກວດສອບຫັກລົບມູນຄ່າ ໂຄງການທີ່ຄິດໄລ່ມູນຄ່າບໍ່ສອດຄ່ອງ ຈໍານວນ 49 ໂຄງການ, ມູນຄ່າຫັກລົບ 36,41 ຕື້ກີບ. ໄດ້ພະຍາຍາມຊໍາລະໜີ້ການລົງທຶນຂອງລັດ ແຕ່ປີ 2015 ຄືນຫຼັງທັງໝົດ 110 ໂຄງການ, ມູນຄ່າໜີ້ 289 ຕື້ກີບ, ໃນໄລຍະ 3 ປີ ຕ້ອງສູ້ຊົນແກ້ໄຂໜີ້ສິນໃຫ້ໄດ້ 30% ຫລື ເທົ່າກັບ 86,7 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດ 3 ປີ ໄດ້ຈັດສັນທຶນຊໍາລະແລ້ວຈໍານວນ 165,96 ຕື້ກວ່າກີບ ປະຕິບັດເກີນແຜນ 90%.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ