ຊຳຊຸງ ເອເລັກໂຕຣນິກ ໃນໄຕມາດທຳອິດມີກຳໄລເພີ່ມຂຶ້ນຫຼາຍກວ່າ 10ເທົ່າ

ຊຳຊຸງ ເອເລັກໂຕຣນິກ ໃນໄຕມາດທຳອິດມີກຳໄລເພີ່ມຂຶ້ນຫຼາຍກວ່າ 10ເທົ່າ
ຊຳຊຸງ ເອເລັກໂຕຣນິກ ບໍລິສັດເຕັກໂນໂລຊີຂະໜາດໃຫຍ່ ຂອງ ສ ເກົາຫຼີ ເປີດເຜີຍວ່າ: ບໍລິສັດມີລາຍໄດ້ ແລະ ກຳໄລເພີ່ມຂຶ້ນໃນໄຕມາດທຳອິດ (ມັງກອນ - ມີນາ) ຂອງປີນີ້.
ຊຳຊຸງ ລະບຸວ່າ: ກຳໄລຈາກການດຳເນີນງານເບື້ອງຕົ້ນໃນໄຕມາດທຳອິດ ຢູ່ທີ່ 6,6 ລ້ານວອນ (ສະກຸນເງິນ ສ ເກົາຫຼີ) ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ ເມື່ອທຽບກັບໄຕມາດດຽວກັນຂອງປີກ່ອນ ຊຶ່ງມີກຳໄລ 6,4 ແສນລ້ານວອນ.ໂຕເລກກຳໄລດັ່ງກ່າວສູງກວ່າການຄາດຄະເນໄວ້ ຊຶ່ງຢູ່ທີ່ 5,5 ລ້ານວອນ ແລະ ສູງກວ່າໄຕມາດກ່ອນໜ້າ (ເດືອນຕຸລາ - ທັນວາ 2023) ຊຶ່ງມີກຳໄລ 2,82 ລ້ານໆວອນ.
ຂະນະທີ່ລາຍໄດ້ຈາກການດຳເນີນງານເບື້ອງຕົ້ນໃນໄຕມາດທຳອິດຂອງປີນີ້ ມີ 71 ລ້ານໆວອນ ເພີ່ມຂຶ້ນ 11,37% ເມື່ອທຽບປີຕໍ່ປີ, ຊຳຊຸງ ຈະເປີດເຜີຍລາຍໄດ້ ແລະ ກຳໄລສຸດທິຂອງແຕ່ຫົວລະໜ່ວຍທຸລະກິດໃນທ້າຍເດືອນເມສານີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ, ໂດຍໄດ້ຮັບຜົນກະທົບຈາກການຫຼຸດລົງຂອງຕະຫຼາດຫຼັກຊັບ ແລະ ຄວາມກັງວົນກ່ຽວກັບຄວາມເຄັ່ງຕຶງໃນຕາເວັນອອກກາງ.
ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ - ອຸດສາຫະກຳ ແລະ ອົງການຄຸ້ມຄອງຕະຫຼາດພະລັງງານ (EMA) ສິງກະໂປ ໄດ້ປະກາດໂຄງການພັດທະນາຊັບພະຍາກອນມະນຸດ 3 ໂຄງການ ເພື່ອພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ, ໃນຂະນະທີ່ລັດຖະບານກໍາລັງປະເມີນຄວາມເປັນໄປໄດ້ຂອງການນຳໃຊ້ເຕັກໂນໂລຊີນິວເຄລຍທີ່ກ້າວໜ້າສຳລັບການຜະລິດໄຟຟ້າ ຊຶ່ງແຜນການພັດທະນາຊັບພະຍາກອນມະນຸດນີ້ຍັງຈະຊ່ວຍສະໜັບສະໜູນການກະກຽມຄວາມພ້ອມສຳລັບການທົບທວນໂຄງສ້າງພື້ນຖານພະລັງງານນິວເຄລຍຂອງອົງການພະລັງງານປະລະມານູສາກົນ (IAEA) ຊຶ່ງມີກຳນົດຈັດຂຶ້ນໃນປີ 2027.
4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ, ອີ​ຣານ, ຊາອຸດິດ ອ​າ​ຣັບ​ບີ​, ຕຸ​ຣາ​ເຄຍ ແລະ ປາ​ກິສຖານ​ໄດ້​ຈັດ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນຫຼວງ​ເຕ​ເຮ​ຣານ​ ປະເທດ​ອີ​ຣານ ພ້ອມ​ທັງ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​​ມື​ດ້ານ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ.
ອິນໂດເນເຊຍ ສົ່ງລົດເມອົກຊີເຈນຊ່ວຍປະຊາຊົນຮັບມືກັບຄວັນໄຟໄໝ້ປ່າທີ່ຮ້າຍແຮງ

ອິນໂດເນເຊຍ ສົ່ງລົດເມອົກຊີເຈນຊ່ວຍປະຊາຊົນຮັບມືກັບຄວັນໄຟໄໝ້ປ່າທີ່ຮ້າຍແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ເຈົ້າໜ້າທີ່ອິນໂດເນເຊຍໄດ້ນຳໃຊ້ລົດເມທີ່ຕິດຕັ້ງຖັງອົກຊີເຈນເພື່ອໃຫ້ບໍລິການແກ່ປະຊາຊົນໃນເມືອງປາລັງກາຣາຍາ ເທິງເກາະບໍນຽວ, ຫຼັງຈາກການເພີ່ມຂຶ້ນຂອງຄົນເຈັບພະຍາດທາງເດີນຫາຍໃຈທີ່ເກີດຈາກຄວັນໄຟໄໝ້ປ່າ, ໃນຂະນະທີ່ສະຖານະການໄຟໄໝ້ປ່າບໍ່ມີສັນຍານວ່າຈະຫຼຸດລົງ.
ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ແສງຕາເວັນຂອງຈີນ ບັນລຸລື່ນ 2 ຕື້ກິໂລວັດ

ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ແສງຕາເວັນຂອງຈີນ ບັນລຸລື່ນ 2 ຕື້ກິໂລວັດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ອົງການພະລັງງານແຫ່ງຊາດຈີນປະກາດໃນວັນທີ 26 ຕຸລາ ຜ່ານມາວ່າ, ນັບມາຮອດທ້າຍເດືອນກັນຍາປີນີ້, ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນຂອງຈີນບັນລຸເຖິງ 2.01 ຕື້ກິໂລວັດ. ໃນນັ້ນ, ກໍາລັງຕິດຕັ້ງໄຟຟ້າພະລັງງານແສງຕາເວັນມີເຖິງ 1.31 ຕື້ກິໂລວັດ, ເພີ່ມຂຶ້ນ 16.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຂະນະທີ່ກຳລັງຕິດຕັ້ງໄຟຟ້າພະລັງງານລົມມີເຖິງ 700 ລ້ານກິໂລວັດ, ເພີ່ມຂຶ້ນ 20.4%.
ຫວຽດນາມ ສົ່ງອອກ - ນໍາເຂົ້າສິນຄ້າ ໃກ້ຈະບັນລຸ 1,000 ຕື້ໂດລາ

ຫວຽດນາມ ສົ່ງອອກ - ນໍາເຂົ້າສິນຄ້າ ໃກ້ຈະບັນລຸ 1,000 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ນັບຮອດວັນທີ 15 ຕຸລາ, ຍອດ​ວົງ​ເງິນ​ສົ່ງ​ອອກ - ນໍາເຂົ້າ ສິນ​ຄ້າຂອງ ຫວຽດນາມ ບັນລຸ 945 ຕື້ກວ່າໂດລາ, ເພີ່ມຂຶ້ນຫຼາຍກວ່າ 31% ເມື່ອທຽບກັບໄລຍະດຽວກັນຂອງປີ 2025. ຫວຽດນາມ ຍັງ​ຂາດພຽງປະມານ 55 ຕື້ໂດລາ ເທົ່ານັ້ນຈະ​ບັນ​ລຸ​ໄດ້ເປົ້າໝາຍ 1.000 ຕື້ໂດລາ.
ໜຶ່ງໃນສາມຄົວເຮືອນ ຂອງອົສຕຣາລີປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ

ໜຶ່ງໃນສາມຄົວເຮືອນ ຂອງອົສຕຣາລີປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ບົດລາຍງານໃໝ່ຈາກ Foodbank Australia ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານຂອງອົສຕຣາລີ ເປີດເຜີຍວ່າ, ປະມານໜຶ່ງສ່ວນສາມ ຫຼື 33% ຂອງຄົວເຮືອນອົສຕຣາລີປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານໃນ 12 ເດືອນຜ່ານມາ ຊຶ່ງເພີ່ມຂຶ້ນຈາກ 32.5% ໃນປີ 2024 ແລະ 32.8% ໃນປີ 2025. ໂດຍຄອບຄົວທີ່ມີລູກແມ່ນກຸ່ມທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ.
ຈີນ​ ສ້າງ​​ເມືອງ ແລະ​ ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ

ຈີນ​ ສ້າງ​​ເມືອງ ແລະ​ ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ມາ​ຄົມມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​​ຂອງປະ​ຊາ​ຊົນ​ຈີນ​​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ, ຈີນ​ໄດ້​ສ້າງ​ເມືອງ ແລະ ​ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ​ໃນ​ໂລກ.
ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປ ກັບ ກະຊວງພະລັງງານຂອງ ຊາອຸດິດ ອາຣັບບີ ໄດ້ປະກາດແຜນການຮ່ວມກັນເພື່ອສ້າງຕັ້ງສະຖານທີ່ເກັບຮັກສານ້ຳມັນດິບຂອງຊາອຸດິດ ອາຣັບບີ ໃນຖ້ຳໃຕ້ດິນ Jurong ຂອງສິງກະໂປ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນທັນວາ 2027. ຫຼັງຈາກມີການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ Saudi Aramco ບໍລິສັດນ້ຳມັນແຫ່ງຊາດຊາອຸດິດ ອາຣັບບີ, ອົງການກຳກັບດູແລຕະຫຼາດພະລັງງານຂອງສິງກະໂປ ແລະ ບໍລິສັດ JTC. ການເຈລະຈາລະອຽດຄາດວ່າຈະສຳເລັດໃນເດືອນຂ້າງໜ້າ.
ບັງກລາເທດ ກວດພົບຄົນເຈັບໄຂ້ເລືອດອອກ ຫຼາຍກວ່າ 2,000 ຄົນ ໃນມື້ດຽວ

ບັງກລາເທດ ກວດພົບຄົນເຈັບໄຂ້ເລືອດອອກ ຫຼາຍກວ່າ 2,000 ຄົນ ໃນມື້ດຽວ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ສຳນັກງານບໍລິການສາທາລະນະສຸກຂອງບັງ ກລາເທດ ໄດ້ລາຍງານການກວດພົບຄົນເຈັບໄຂ້ເລືອດ ຈຳນວນ 2,249 ຄົນ ໃນ 24 ຊົ່ວໂມງ ກ່ອນເວລາ 8:00 ໂມງເຊົ້າຂອງວັນທີ 25 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຊຶ່ງເປັນໂຕເລກປະຈໍາວັນສູງສຸດນັບຕັ້ງແຕ່ຕົ້ນປີ 2026 ແລະ ມີຜູ້ເສຍຊີວິດ 7 ຄົນໃນໄລຍະ 24 ຊົ່ວໂມງດຽວກັນ.
ເພີ່ມເຕີມ