ຊະນະຄາມ ເອົາໃຈໃສ່ແກ້ໄຂວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ

ຊະນະຄາມ ເອົາໃຈໃສ່ແກ້ໄຂວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ
ໂດຍ: ບຸນອູ້ມ
    ການປະຕິບັດ 2 ວາລະແຫ່ງຊາດຂອງເມືອງຊະນະຄາມ ແຂວງວຽງຈັນ ໄດ້ສຸມໃສ່ນຳພາ-ຊີ້ນຳຢ່າງເປັນເຈົ້າການສະແດງອອກການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທີໜຶ່ງສຳເລັດແລ້ວ 33 ບ້ານ,2.212 ເປົ້າໝາຍ. ໃນນີ້, ມີຜູ້ເສບຢາເສບຕິດ 1.803 ເປົ້າໝາຍ, ຜູ້ຂາຍ 409 ເປົ້າໝາຍ ແລະ ສຶກສາອົບຮົບການເມືອງ-ແນວຄິດໃຫ້ກຸ່ມເປົ້າໝາຍເພື່ອຢຸດເຊົາພ້ອມທັງເຮັດບົດບັນທຶກໄວ້ແລະປັດຈຸບັນແມ່ນສືບຕໍ່ໄລຍະທີສອງ.
    ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມໄດ້ໃຫ້ສຳພາດຕໍ່ສື່ມວນຊົນໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເມືອງໄດ້ແຕ່ງຕັ້ງ, ຊຸກຍູ້ກຳມະການເກັບກຳຂໍ້ມູນແລະ ຊຸກຍູ້ຫົວໜ່ວຍການຜະລິດຜູ້ປະກອບການພາຍໃນເມືອງ, ເຄື່ອນໄຫວເຂົ້າສູ່ລະບຽບການ ພ້ອມທັງປະກອບສ່ວນພັນທະເຂົ້າງົບປະມານ ແລະ ໄດ້ແຕ່ງຕັ້ງຄະນະກຳມະການຂັ້ນເມືອງລົງສົມທົບພາກສ່ວນກ່ຽວຂ້ອງແກ້ໄຂບັນຫາການນໍາໃຊ້ເງິນຕາ, ລາຄາສິນຄ້າ, ລາຄານ້ຳມັນດ້ວຍການສຶກສາອົບຮົມຜູ້ປະກອບການ, ພໍ່ຄ້າຊາວຄ້າຂາຍບໍ່ໃຫ້ສວຍໂອກາດຍາມບ້ານເມືອງພົບຄວາມຫຍຸ້ງຍາກ ແລະ ອື່ນໆ.
    ທ່ານ ແກ້ວ ພິມມະວົງ ກ່າວໃຫ້ຮູ້ອີກວ່າ: ໃນປີ 2023 ແຜນຈັດເກັບລາຍຮັບແມ່ນ 17,92 ຕື້ກີບ, ສາມາດຈັດເກັບລາຍຮັບໄດ້ 22,35 ຕື້ກີບ ທຽບໃສ່ແຜນການ124,72%,ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຄະນະພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍຫັນເອົາພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງມີ 57 ທ່ານ, ເພື່ອຊຸກຍູ້ຂະບວນການຕ່າງໆ ແລະກະກຽມດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານບ້ານ ແລະໜ່ວຍພັກໂຮງຮຽນ; ປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຕາມດຳລັດ 348 ສຳເລັດ, ເອົາໃຈໃສ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດນະໂຍບາຍການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາ; ໄດ້ກວດກາປະເມີນຜົນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານບັນລຸ 40 ຕົວຊີ້ບອກເທົ່າກັບ 85,10%, ບໍ່ເປັນລຸ7 ຕົວຊີ້ບອກ ເທົ່າກັບ 14,98% ແລະປະເມີນຜົນການສ້າງບ້ານເປັນຫົວໜ່ວຍພັດທະນາບັນລຸ 29 ບ້ານ ເທົ່າກັບ 87,88%, ບໍ່ບັນລຸ 4 ບ້ານເທົ່າກັບ 12,12%, ທົ່ວເມືອງມີ 33 ບ້ານ,623 ໜ່ວຍສາມັກຄີ,7.938 ຄອບຄົວ, ພົນລະເມືອງ 35.779 ຄົນ, ໃນນີ້ມີບ້ານພົ້ນທຸກ 29 ບ້ານ, ບ້ານບໍ່ພົ້ນທຸກ 4 ບ້ານ, ຄອບຄົວພົ້ນທຸກ 7.699 ຄອບຄົວ, ຄອບຄົວບໍ່ພົ້ນທຸກ 239 ຄອບຄົວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
50 ປີ ແນວລາວສ້າງຊາດເສີມຂະຫຍາຍມູນເຊື້ອການເຕົ້າໂຮມຄວາມສາມັກປະຊາຊົນລາວບັນດາເຜົ່າ

50 ປີ ແນວລາວສ້າງຊາດເສີມຂະຫຍາຍມູນເຊື້ອການເຕົ້າໂຮມຄວາມສາມັກປະຊາຊົນລາວບັນດາເຜົ່າ

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ພາຍຫຼັງກອງປະຊຸມຄັ້ງທີ I ຂອງ ສນຊ ໃນວັນທີ 13 ສິງຫາ 1950 ໄດ້ກຳນົດໂຄງການ ການ ເມືອງ 12 ຂໍ້ ໃນນັ້ນໄດ້ຮັບຮອງເອົາທຸງວົງເດືອນເປັນທຸງຊາດ ແລະ ເພງຊາດ ພ້ອມທັງຮັບຮອງເອົາຫຼາຍບັນຫາທີ່ສຳຄັນຂອງຊາດ ລວມທັງຊື່ປະເທດລາວ.
ວັນຊາດ ທີ 2ທັນວາ ແມ່ນວັນສະຫຼອງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ

ວັນຊາດ ທີ 2ທັນວາ ແມ່ນວັນສະຫຼອງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ

ເນື່ອງໃນໂອກາດ ວັນຊາດທີ 02 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ຫົວໜ້າສະຖາບັນ ວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກວ່າ: ໃນນາມເປັນຄົນລາວຜູ້ໜຶ່ງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ຈົນມາເຖິງປັດຈຸບັນ ແມ່ນມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ

2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ

ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ວັນຊາດທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ ທັງແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.
ອັດຕະປື ປາຖະກະຖາ ວັນຊາດທີ2ທັນວາແລະ ວັນເກີດປະທານ ໄກສອນພົມວິຫານ

ອັດຕະປື ປາຖະກະຖາ ວັນຊາດທີ2ທັນວາແລະ ວັນເກີດປະທານ ໄກສອນພົມວິຫານ

ໃນວັນທີ 1 ທັນວາ 2025 ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາພັກແຂວງ, ມີບັນດາສະຫາຍການນໍາ-ພັກ-ລັດ ແຂວງ, ເມືອງ, ພະນັກງານປະຕິວັດອາວຸໂສ-ບໍານານ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ໃນວັນທີ 1 ທັນວາ 2025ນີ້, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງໄດ້ມີພິທີປະດັບຫຼຽນກາ ລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງກຳມະການພັກແຂວງ, ອາດີດການນຳແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກຳລັງປະກອບອາວຸດ ແລະ ອົງການຈັດຕັ້ງເຂົ້າຮ່ວມ.
ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ໃນຕອນເຊົ້າວັນທີ 2 ທັນວາ 2025, ທີ່ສະໂມສອນແຂວງອຸດົມໄຊ, ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ຈາກນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ. ມີບັນດາອະດີດການນຳພັກ-ລັດ ຂອງແຂວງ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

​ ຕອນເຊົ້າວັນທີ 2 ທັນວາ 2025ນີ້, ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975 – 2/12/2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ​ (13/12/1920 – 13/12/2025),​ ຄະນະ​ບໍລິຫານ​ງານພັກແຂວງຈຳປາສັກ​ ນຳພາໂດຍ ສະ​ຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກແຂວງຈຳປາສັກ​ ໄດ້ເຂົ້າຮ່ວມວາງພວງມາລາ​ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້​ ຢູ່​ອະນຸສອນ​ສະຖານ​ປະທານ​ ໄກສອນ​ ພົມວິຫານ​ ສະໜາມແດງ​ ນະຄອນປາກເຊ.​
ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ແຂວງຄໍາມ່ວນ ໄດ້ຈັດພິທີມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ພະນັກງານປະຈຳການ, ພະນັກງານ ອາວຸໂສບໍານານ ແລະ ຜູ້ປະກອບການທຸລະກິດ ຂຶ້ນໃນວັນທີ 1 ທັນວາ 2025ນີ້, ໃຫ້ກຽດປະດັບຫຼຽນໂດຍສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະປະຈຳ, ກຳມະການພັກແຂວງ, ອະດີດການນໍາແຂວງ, ເມືອງ, ບັນດາສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ຜູ້ປະກອບການທຸລະກິດພາຍໃນແຂວງເຂົ້າຮ່ວມ.
ເພີ່ມເຕີມ