ຊະນະຄາມ ເອົາໃຈໃສ່ວຽກງານວັດທະນະທໍາ-ສັງຄົມດີຂຶ້ນກວ່າເກົ່າ

ຊະນະຄາມ ເອົາໃຈໃສ່ວຽກງານວັດທະນະທໍາ-ສັງຄົມດີຂຶ້ນກວ່າເກົ່າ
ໂດຍ: ວັນໄຊ ຕະວິນຍານ
ເຖິງວ່າໃນປີຜ່ານມາ ເມືອງຊະນະຄາມ ແຂວງວຽງຈັນຈະພົບກັບຄວາມຫຍຸ້ງຍາກຊໍ່າໃດກໍຕາມ, ຄະນະພັກເມືອງຍັງໄດ້ນໍາພາ-ຊີ້ນໍາສຸມໃສ່ພັດທະນາວຽກງານວັດທະນະທໍາ-ສັງຄົມໄດ້ດີຂຶ້ນກວ່າເກົ່າ. ເວົ້າສະເພາະແມ່ນລະ ບົບການສຶກສາຊຶ່ງໄດ້ສ້າງຄວາມເຂັ້ມແຂງດ້ານການບໍລິຫານ, ຄຸ້ມຄອງການສຶກສາເພື່ອຈັດຕັ້ງປະຕິບັດຕົວຊີ້ວັດຂອງຂະແໜງການສຶກສາກໍານົດອອກ; ປີ 2023 ຜ່ານມາ ດ້ານການສຶກສາຢູ່ພາຍໃນເມືອງອັດຕາເຂົ້າຮຽນຊັ້ນປະ ຖົມກວມອັດຕາສ່ວນສູງເຖິງ 99,4%, ອັດຕາປະລະການຮຽນ 2,2%, ອັດຕາຄ້າງຫ້ອງ 1,2%, ອັດຕາເລື່ອນຂັ້ນ-ຈົບຊັ້ນ 96,6%, ອັດຕາລອດເຫຼືອ 89,9%; ອັດຕາເລື່ອນຂັ້ນ-ຈົບຊັ້ນມໍຕົ້ນ 90,1%, ອັດຕາຄ້າງຫ້ອງ 1,5%, ອັດຕາປະລະການຮຽນ 8,4%, ອັດຕາລອດເຫຼືອ 69,9%; ອັດຕາເຂົ້າຮຽນຊັ້ນມັດທະຍົມ 44,0%, ອັດ ຕາເລື່ອນຂັ້ນ-ຈົບຊັ້ນ 85,3%, ອັດຕາປະລະການຮຽນ 14,8%, ອັດຕາລອດເຫຼືອ 61,2%. ໃນ 1 ປີຜ່ານມາໄດ້ກໍ່ສ້າງນັກຮຽນເກັ່ງຊັ້ນປໍ.5 ໄດ້ທີ 3 ຂອງແຂວງມີ 2 ຄົນ, ຍິງ 2 ຄົນ; ຊັ້ນມໍ.4 ໄດ້ອັນດັບທີ 1 ຂອງແຂວງມີ 1 ຄົນ, ອັນດັບທີ 2 ຂອງແຂວງມີ 1 ຄົນ, ຍິງ 1 ຄົນ. ນອກຈາກນີ້, ເມືອງຍັງໄດ້ລົງທຶນ ແລະ ປຸກລະດົມການປະກອບສ່ວນຈາກຊຸມຊົນໃນການສ້ອມແປງອາຄານ, ຫ້ອງຮຽນ, ໂຕະ, ຕັ່ງ ແລະ ອື່ນໆຂອງຊັ້ນປະຖົມ, ມໍຕົ້ນ ແລະ ມັດທະຍົມລວມມູນຄ່າ 322.405.000 ກີບ.
ສຳລັບວຽກງານສາທາລະນະສຸກເມືອງໄດ້ສູ້ຊົນຈັດຕັ້ງປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ໂດຍຖືເອົາການປິ່ນປົວ-ຟຶ້ນຟູໃຫ້ມີຄຸນນະພາບເປັນຕົ້ນຕໍ ສາມາດບັນລຸໄດ້ 97%; ໃຫ້ບໍລິການທາງດ້ານສາທາລະນະສຸກ 23.710 ເທື່ອຄົນ, ຄົນເຈັບນອນໂຮງໝໍ 2.358 ເທື່ອຄົນ, ກວດວິເຄາະ 8.479 ເທື່ອຄົນ, ເອັກສະເລ 393 ເທື່ອຄົນ, ເອໂກ້ 1.230 ເທື່ອຄົນ ແລະ ແທກຄື້ນຫົວໃຈ 78 ເທື່ອຄົນ; ຜ່າຕັດໄດ້ທັງໝົດ 79 ກໍລະນີ (ໃນນີ້ຜ່າຕັດກາງ 54 ກໍລະນີ, ຜ່າຕັດໃຫຍ່ 5 ກໍລະນີ, ຜ່າຕັດເອົາລູກອອກ 20 ກໍລະນີ). ນອກຈາກນີ້, ຍັງໄດ້ສົມທົບກັບການຈັດຕັ້ງຂັ້ນເມືອງ, ຂັ້ນແຂວງ, ການຈັດຕັ້ງສັງຄົມ, ອົງການພຸດທະສາສະໜາເພື່ອປຸກລະດົມທຶນຊື້ດິນ-ຖົມດິນຫຼັງໂຮງໝໍ ມູນຄ່າ 525.000.000 ກີບ, ໄດ້ເປີດນໍາໃຊ້ໂຮງໝໍນ້ອຍໂນນສະຫວັນຢ່າງເປັນທາງການ.
ສໍາລັບວຽກງານແຮງງານ ແລະ ສະຫວັດດີການສັງຄົມເມືອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ, ເກັບກຳຂໍ້ມູນແຮງງານຢູ່ 12 ຫົວໜ່ວຍມີ 1.345 ຄົນ, ຍິງ 130 ຄົນ ພ້ອມທັງຊຸກຍູ້ໃຫ້ບັນດາຫົວໜ່ວຍແຮງງານສ້າງກົດລະບຽບ, ສັນຍາແຮງງານລະຫວ່າງຜູ້ນຳໃຊ້ແຮງງານ ແລະ ຜູ້ອອກແຮງານໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ໄດ້ປະຕິບັດນະໂຍບາຍ, ອຸດໜູນພະນັກງານເກີດລູກໃຫ້ແກ່ພະນັກງານ-ລັດຖະກອນ 29.943.196 ກີບ, ເງິນອຸດໜູນການເສຍຊີວິດ 87.174.335 ກີບ, ເງິນອຸດໜູນບຳເນັດ 190.787.463 ກີບ; ເງິນນະໂຍບາຍກອງທຶນ(ສບຜ) ເມືອງ ແລະ (ສບຜ) ແຂວງ 78.780.000 ກີບ. ນອກຈາກນີ້ຍັງໄດ້ຊ່ວຍເຫຼືອປະເພດເຄື່ອງນຸ່ງຫົ່ມໃຫ້ແກ່ຄອບຄົວທີ່ມີຄວາມຍາກຈົນຈໍານວນ 5 ບ້ານ, ມີ 82 ຄອບຄົວ ແລະ ປຸກລະດົມທຸກພາກສ່ວນທົ່ວສັງຄົມບໍລິຈາກເລືອດໄດ້ 238 ຖົງ.
ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຊຸກຍູ້ສົ່ງເສີມເປັນປົກກະຕິ, ອໍານວຍຄວາມສະດວກໃຫ້ນັກຂ່າວລົງເຄື່ອນເກັບກຳຂ່າວ, ຂຽນຂ່າວສົ່ງໃຫ້ສື່ຕ່າງໆ 1.430 ຂ່າວ ທຽບໃສ່ແຜນປະຕິບັດໄດ້ 100%, ສ້ອມແປງໂທລະໂຄ່ງ 9 ຄັ້ງ, ອອກອະນຸຍາດສືບຕໍ່ດຳເນີນທຸລະກິດຕ່າງໆທີ່ຂຶ້ນກັບຄວາມຮັບຜິດຊອບຂອງ ຖວທ ສຳເລັດ 100%; ປະກອບເອກະສານການຄຸ້ມຄອງ-ເຄື່ອນຍ້າຍພະພຸດທະຮູບໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ເກັບກໍາຂໍ້ມູນແຂກທີ່ມາພັກເຊົາຢູ່ພາຍໃນເມືອງມີ 3.659 ເທື່ອຄົນ, ຍິງ 2.120 ເທື່ອຄົນ, ຄົນຕ່າງ ປະເທດ 389 ເທື່ອຄົນ, ຍິງ 170 ເທື່ອຄົນ ແລະ ສ້າງລາຍຮັບເຂົ້າເມືອງໄດ້ປະມານ 914.750.000 ກີບ. ຈັດງານເທດສະການໝາກຂາມຫວານຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຢູ່ເມືອງຊະນະຄາມໄດ້ສໍາເລັດ.
ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມ ກ່າວຕື່ມວ່າ: ຜົນສໍາເລັດທີ່ສ້າງມາໄດ້ນັ້ນ ຕົ້ນຕໍແມ່ນພວກເຮົາມີແນວທາງທີ່ຖືກຕ້ອງ, ມີແຜນການ, ໂຄງການດໍາເນີນງານ, ການນໍາພາ-ຊີ້ນໍາຂອງຄະນະປະຈໍາພັກແຂວງ ເປັນບ່ອນອີງພື້ນຖານໃຫ້ແກ່ການນໍາພາຈັດຕັ້ງປະຕິບັດວຽກງານຕ່າງໆຂອງເມືອງ, ຄະນະພັກແຕ່ລະຂັ້ນໄດ້ມີການແບ່ງງານ ແບ່ງຄວາມຮັບ ຜິດຊອບຈະແຈ້ງ, ຍົກສູງຄວາມຮັບຜິດຊອບນໍາພາ-ຊີ້ນໍາຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ເຖິງວ່າເມືອງຂອງພວກເຮົາຈະປະເຊີນກັບບັນຫາຫຼາຍດ້ານ ໂດຍລວມເມືອງພວກເຮົາກໍມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວຽກງານວັດທະນະທໍາ-ສັງຄົມໄດ້ຮັບການຂະຫຍາຍຕົວ ຊີວິດການເປັນຢູ່ຂອງປະ ຊາຊົນຂະຫຍາຍຕົວດີຂຶ້ນ. ຍ້ອນຄວາມເອົາໃຈໃສ່ຂອງຖັນແຖວພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ມີຄວາມເປັນເອກະພາບ, ເຊື່ອໝັ້ນຕໍ່ການນໍາພາຄະນະພັກແຕ່ລະຂັ້ນ, ເປັນເຈົ້າການຈັດຕັ້ງປະຕິບັດໜ້າວຽກງານຂອງຕົນດ້ວຍຫົວຄິດປະດິດສ້າງ, ສາມາດເປັນກໍາລັງທີ່ສໍາຄັນໃນການປະຕິບັດໜ້າທີ່ການເມືອງໃຫ້ມີຜົນສໍາເລັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ