ຊັນສັນຍາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B)

ຊັນສັນຍາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B)

ຊັນສັນຍາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B)
ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ IV ຫຼື (GMS4) ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຊຶ່ງປະກອບມີ 2 ຕົວເມືອງຄື: ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ ແຂວງຄຳມ່ວນ

ມີມູນຄ່າທັງໝົດ 54.06 ລ້ານໂດລາສະຫະລັດ. ໃນນັ້ນ, ທຶນຈາກທະນາຄານພັດທະນາອາຊີ 48 ລ້ານໂດລາສະຫະລັດ ແລະ ທຶນຂອງລັດຖະບານ ສປປ ລາວ 6.06 ລ້ານໂດລາສະຫະລັດ.

ເບື້ອງຕົ້ນໂຄງການດັ່ງກ່າວ, ມີໄລຍະເວລາ 5 ປີ (2019-2023) ແຕ່ເນື່ອງຈາກປະສົບບັນຫາຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ 19 ໃນໄລຍະຜ່ານມາ ເຮັດໃຫ້ໂຄງການບໍ່ສາມາດຈັດຕັ້ງປະຕິບັດໄປຕາມແຜນການໄດ້, ຍ້ອນສາເຫດນັ້ນ ຜູ້ໃຫ້ທຶນຈຶ່ງໄດ້ອະນຸມັດຕໍ່ສັນຍາໂຄງການເພີ່ມເຕີມຮອດເດືອນພຶດສະພາ ປີ 2026.

ສຳລັບຕົວເມືອງທ່າແຂກ ມູນຄ່າຄາດຄະເນຈະໄດ້ຮັບແມ່ນ 26.82 ລ້ານໂດລາສະຫະລັດ ແລະ ທຶນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງດ້ານສິ່ງແວດລ້ອມຂອງຕົວເມືອງທ່າແຂກ ຊຶ່ງປະກອບດ້ວຍ 5 ກິດຈະກໍາຄື: 1. ກໍ່ສ້າງຮ່ອງລະບາຍນໍ້າໃນຕົວເມືອງ ພ້ອມຕິດຕັ້ງປະຕູນໍ້າ ແລະ ຕິດຕັ້ງຈັກດູດນ້ຳ, 2. ກໍ່ສ້າງອ່າງບໍາບັດນໍ້າເປື້ອນແບບບໍ່ລວມສູນຂະໜາດນ້ອຍ, 3. ກໍ່ສ້າງປັບປຸງສະ ໜາມກໍາຈັດຂີ້ເຫຍື້ອແບບສຸຂະອະນາໄມ, 4. ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແມ່ນ້ຳຂອງ ແບ່ງອອກເປັນ 2 ສັນຍາຄື: ສັນຍາທີໜຶ່ງ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B), ສັນຍາທີສອງ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ໂຊນ B) ແລະ 5. ກໍ່ສ້າງປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍລະດົກຂອງຕົວເມືອງ.

ສຳລັບໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B) ຕົວເມືອງທ່າແຂກ ແມ່ນໄດ້ນຳໃຊ້ວິທີປະມູນແບບສາກົນ ແລະ ໄດ້ປະກາດຂາຍຊອງປະມູນໃນວັນທີ 28 ສິງຫາ 2023 ໂດຍຜ່ານທາງໜັງສືພິມ, ໂທລະພາບ, ວິທະຍຸ ແລະ ເວບໄຊ ຂອງ ADB, ໄດ້ມີບໍລິສັດໃຫ້ຄວາມສົນໃຈ ແລະ ຊື້ຊອງປະມູນທັງໝົດ 21 ບໍລິສັດ. ຜ່ານການກວດກາ ປະເມີນຜົນເອກະສານການປະມູນ ທາງດ້ານເຕັກນິກ ແລະ ລາຄາ, ຄະນະກຳມະການປະມູນ ຈຶ່ງເຫັນດີເປັນເອກະພາບວ່າ: ບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ປະມູນທີ່ມີເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ໃນການປະມູນ ແລະ ສະເໜີລາຄາຕ່ຳ ຈຶ່ງໄດ້ນຳສະເໜີຂັ້ນເທິງ ແລະ ຜູ້ໃຫ້ທຶນ ເພື່ອຄົ້ນຄວ້າ, ຮັບຮອງເອົາເປັນຜູ້ຊະນະການປະມູນ, ຫຼັງຈາກນັ້ນຜູ້ໃຫ້ທຶນກໍ່ໄດ້ພິຈາລະນາຕໍ່ເອກະສານດັ່ງກ່າວ ແລະ ເຫັນດີຮັບຮອງເອົາ ບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຊະນະການປະມູນ ໃນມູນຄ່າ 4,680,873.07 ໂດລາສະຫະລັດ. ເຊິ່ງໄດ້ມີພິທີເຊັນສັນຍາການກໍ່ສ້າງ ໃນວັນທີ 30 ເມສາ 2025 ຢູ່ທີ່ໂຮງແຮມຣີເວເຣ່ຍ ເມືອງທ່າແຂກ ແຂວງຄໍາມ່ວນ ລົງນາມເຊັນສັນຍາໂດຍ ທ່ານ ສຸທັດ ສຸມາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄໍາມ່ວນ ໃນນາມເຈົ້າຂອງໂຄງການຝ່າຍລັດ ແລະ ທ່ານ ລັດສະໝີ ຄໍາກົມພົງສະຫວັດ ປະທານບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ