![]() |
ແນວພັນພືດທີ່ນຳມາມອບໃນຄັ້ງນີ້, ມີຄື: ເມັດພັນສາລີຫວານນໍ້າເຜິ້ງ ຈຳນວນ 25 ຖົງ ມູນຄ່າ 16,250,000 ກີບ, ເມັດພັນຖົ່ວຝັກຍາວສອນແດງ ຈຳນວນ 16 ຖົງມູນຄ່າ 4,960,000 ກີບ, ເມັດພັນແຕງກວາງອບທອງ ຈຳນວນ 16 ຖົງມູນຄ່າ 6,800,000 ກີບ ແລະ ແນວພັນໜາກເຂືອຂາວສອນແດງ ຈຳນວນ 31 ຖົງ ມູນຄ່າ 7,285,000 ກີບ. ໃຫ້ກຽດມອບໂດຍທ່ານ ປະທານຄະນະກໍາມະການປົກຄອງເມືອງ, ຮັບຫົວໜ້າກຸ່ມການຜະລິດໂດຍຊ່ອງໜ້າພາກສາວນຕ່າງໆທີ່ເຂົ້າຮ່ວມ
ໃນໄລຍະຜ່ານມາຊາວກະສີກອນຜູ້ທີ່ທຳການຜະລິດ (ປູກພືດ) ຢູ່ຈຸດ ສ່ວນດອນພວນ ຈຳນວນ 31 ຄອບນີ້, ກໍໄດ້ລົງມືຈັດຕັ້ງປະຕິບັດ (ປູກແລ້ວ) ແຕ່ເນື່ອງຈາກວ່າໄດ້ຮັບຜົນກະທົບ (ນໍ້າຖ້ວມ) ໃນທ້າຍເດຶອນ ສິງຫາ - ຕົ້ນເດຶອນກັນຍາ 2025 ຈິ່ງເຮັດໃຫ້ຊາວກະສີກອນຜູ້ທີ່ທໍາການຜະລິດໄດ້ຮັບຜົນກະທົບໃນເນື້ອທີ 15.52 ເຮັດຕາ, ພຶດທີ່ປູກມີຄື: ໜາກນາວ, ໜາກກ້ຽງນ້ອຍ, ຖົ່ວຝັກຍາວ, ໜາກແຕງ, ໜາກພິກ, ໜາກເຂືອ, ສາລີຫວານ, ໜາກຮຸ່ງ, ຜັກກິນໃບ ແລະ ອື່ນໆ.
ຈຸດປະສົ່ງໃນການລົງມາມອບແນວພັນພຶດຄັ້ງນີ້, ກໍເພື່ອເປັນການຊຸກຍູ້ສົ່ງເສີມຊ່ວຍເຫຼືອໃຫ້ຊາວກະສີກອນຜູ້ທີ່ທຳການຜະລິດ (ປູກພືດ) ທີ່ບໍ່ມີແນວພັນ, ໄດ້ສືບຕໍ່ທຳການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ໃນຄອບຄົວໃຫ້ດີຂຶ້ນ, ປູກໃຫ້ຫຼາຍກາຍເປັນສິນຄ້າສົ່ງອອກສູ້ທ້ອງຕະຫຼາດ, ຊຶ່ງໃນໄລຜ່ານມາຄອບຄົວທີ່ທໍາການຜະລິດ (ປູກພຶດ) ຢູ່ຈຸດ ດອນພວນນີ້, ໂດຍສະເລ່ຍແລ້ວຄອບຄົວໜຶ່ງຈະມີລາຍໄດ້ຈາກການປູກພຶດຕ່າງໆ 40-50 ລ້ານກວ່າກີບ/ປີ
(ພາບ-ຂ່າວ: ສິດຕາ ເພັດວົງສາ)
ຄໍາເຫັນ