![]() |
ທ່ານ ສົມຈັນ ບຸນພາສຸກ ເລຂານາຍບ້ານໆສົມບຸນ ໃຫ້ສໍາພາດຕໍ່ຜູ້ສື່ຂ່າວແຂວງ ໃນວັນທີ 23 ກັນຍາຜ່ານມານີ້ວ່າ: ມາຮອດປັດຈຸບັນ ຊາວກະສິກອນພາຍໃນບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີໃຫ້ທ່ວງກັບສະພາບດິນຟ້າອາກາດ ຊຶ່ງມາຮອດປັດຈຸບັນແມ່ນສາມາດເກັບກ່ຽວໄດ້ແລ້ວ 80%, ທົ່ວບ້ານມີເນື້ອທີ່ທຳການຜະລິດທັງໝົດ 244.29 ເຮັກຕາກວ່າ, ໂດຍທົ່ວໄປແລ້ວ ປະຊາຊົນບ້ານສົມບຸນ ມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ມີຄວາມຮັກແພງສາມັກຄີກັນ, ຊຶ່ງສະແດງອອກໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຮັດນາ ດ້ວຍການຢຶດຖືຮູບແບບ ແລກປ່ຽນແຮງງານກັນ ມາຕັ້ງແຕ່ຮຸ້ນພໍ່ ຮຸ້ນແມ່; ສະມັດຕະພາບ ຂອງການຜະລິດ ຄິດສະເລ່ຍເຂົ້າເປືອກທີ່ໄດ້ຮັບພາຍໃນບ້ານໄດ້ 4 ໂຕນ/ເຮັກຕາ, ຊຶ່ງເຮັດໃຫ້ປະຊາຊົນສາມາດມີເຂົ້າກຸ້ມກິນຕະຫຼອດປີ ແລະ ຂາຍຈຳນວນໜຶ່ງ. ໄປຄຽງຄູ່ກັບການຜະລິດເຂົ້ານາປີແລ້ວ, ພໍ່ແມ່ປະຊາຊົນຍັງໄດ້ປູກພືດຂາຍເປັນສິນຄ້າ ເປັນຕົ້ນ: ຢາງພາລາ, ໝາກເດືອຍ, ໝາກແໜ່ງ ແລະ ປຸກພຶດຕາມລະດູເຊັ່ນ: ປູກພຶດລະດູແລ້ງ; ໝາກອຶ, ໝາກຖົ່ວ ເພື່ອເປັນລາຍໄດ້ເສີມ ໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ. ການເກັບກ່ຽວເຂົ້ານາປີ ໃນປີນີ້, ຄາດວ່າຈະໃຫ້ສໍາເລັດໃນລະຫວ່າງຕົ້ນເດືອນ ຕຸລາ 2025.
![]() |
(ພາບ-ຂ່າວ: ນາງ ຈັນສະໝອນ ທິດໄຊຍະລາດ)
ຄໍາເຫັນ