ພ້ອມຄະນະນໍາຂອງເມືອງ ແລະ ພະສົງສາມະເນນ ພ້ອມດ້ວຍຊາວພຸດສະນິກະຊົນໄດ້ເຂົ້າຮວມງານດັງກ່າວໃນຕອນເຊົ້າຂອງວັນທີ 30 ທັນວາຜ່ານມາ ຢູ່ລະຫວ່າງຊາຍແດນລາວ - ໄທ ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງຊາຍແດນບ້ານປາງມອນ ເມືອງຄອບ ແຂວງ ໄຊຍະບູລີ ສ ປປ ລາວ ແລະ ບ້ານ ຮວກ (ກີ່ວຫົກ) ເມືອງ ພູຊາງ ແຂວງ ພະເຍົາ ລາຊະອານາຈັກໄທ.
ງານຕັກບາດສອງແຜ່ນດິນໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານໆມາໄດ້ກາຍເປັນສັນຍາລັກແຫ່ງການຮ່ວມມື, ການພົວພັນປະສານງານລະຫວ່າງສອງເມືອງ ເພື່ອພ້ອມກັນປົກປັກຮັກສາຊາຍແດນຂອງສອງປະເທດຢູ່ແຫ່ງນີ້ໃຫ້ກາຍເປັນ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ພ້ອມທັງເປັນການແລກປ່ຽນ ແລະ ສົ່ງເສີມທາງດ້ານວັດທະນະທໍາ, ຮີດຄອງປະເພນີຂອງຊາວພຸດທັງຫຼາຍ ພ້ອມທັງສົ່ງເສີມການທ່ອງທ່ຽວ,ການພັດທະນາເສດຖະກິດສັງ-ຄົມໄປພ້ອມໆກັນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນທັງສອງຝ່າຍນັບມື້ນັບຂະຫຍາຍຕົວດີຂຶ້ນໄປເລື້ອຍໆ.
(ຂ່າວ - ພາບ: ທອງແກ້ວ ພອນມະລີ)
ຄໍາເຫັນ