ຊາວໜຸ່ມ ເປັນກຳລັງແຮງສຳຄັນໃນການຕໍ່ສູ້ປົດປ່ອຍຊາດ 

ຊາວໜຸ່ມ ເປັນກຳລັງແຮງສຳຄັນໃນການຕໍ່ສູ້ປົດປ່ອຍຊາດ 
ໂດຍ: ໂຈ່ລີ້ ວົງໄຊ
    ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປລ)14 ເມສາ 1955-14 ເມສາ 2024ຄົບຮອບ 69 ປີທີ່ຈະມາເຖິງນີ້ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕະຫຼອດໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ ຊາວໜຸ່ມເຮົາຈໍານວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນທີ່ແສນຮັກຂອງຕົນໄວ້, ຊາວໜຸ່ມມີນໍ້າໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນໍ້າໃຈເສຍສະຫຼະເລືອດເນື້ອອັນ ໜຸ່ມແໜ້ນເພື່ອປະເທດຊາດໄດ້ຖືກອົບຮົມບົ່ມສອນມາຕັ້ງແຕ່ຕອນຍັງໜຸ່ມ ດັ່ງຄຳເວົ້າທີ່ພັກປະຊາຊົນປະຕິວັດລາວໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີ່ຈົງຮັກພັກດີຕໍ່ພັກ ແລະ ຍັງໄດ້ປະກອບສ່ວນເສີມຂະຫຍາຍບົດບາດປະຈັນບານເຂົ້າໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ.
    ຕະຫຼອດ 69 ປີແຫ່ງການເຕີບໃຫຍ່ຂະຫາຍຕົວຂອງ ຄຊປລ ໄລຍະຕໍ່ສູ້ປົດປ່ອຍປະເທດຊາດປີ 1955-1975, ຄົນລາວຍາມໃດກໍມີມູນເຊື້ອອັນອົງອາດກ້າຫານບໍ່ຍອມເປັນຂ້ອຍຂ້າ ແລະ ບໍ່ຍອມຈໍານົນຕໍ່ຄວາມໂຫດຮ້າຍຂອງສັດຕູ ແລະ ຈັກກະພັດຕ່າງດ້າວໂດຍສະເພາະຊາວໜຸ່ມລາວ ກໍຄືບັນພະບຸລຸດລາວໄດ້ລຸກຮືຂຶ້ນຕໍ່ສູ້ກັບການກົດຂີ່ຂູດຮີດຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ, ຄວາມສາມາດ ແລະ ນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມລາວບັນດາເຜົ່າໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານນັ້ນ, ພັກໄດ້ຖືເອົາວຽກງານຂົນຂວາຍ, ຈັດຕັ້ງ ແລະ ນໍາພາວຽກງານຊາວໜຸ່ມເປັນວຽກງານໜຶ່ງທີ່ສໍາຄັນຂອງພັກໃນພາລະກິດຕໍ່ສູ້ປົດປ່ອຍຊາດ: ພັກໄດ້ຕົກລົງສ້າງຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນຖັນແຖວກຳລັງປະກອບອາວຸດໃນວັນທີ 14 ເມສາ 1955 ຊຶ່ງອົງການຈັດຕັ້ງດັ່ງກ່າວນີ້ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມປະຕິບັດບົດບາດປະຈັນບານໃນທຸກສະໜາມຮົບດ້ວຍມານະຈິດທີ່ວ່າ: ຍອມຕາຍດີກວ່າເສຍເອກະລາດ, ເດັດຂາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທໍາລາຍ, ຊາວໜຸ່ມເຮົານັບເປັນແສນໄດ້ສະໝັກໃຈຮັບໃຊ້ຊາດເປັນກໍາລັງປະກອບອາວຸດຢູ່ແນວໜ້າ, ເປັນກຳລັງແນວຫຼັງລຳລຽງຂົນສົ່ງ, ເປັນກຳລັງຂົນຂວາຍປະກອບອາວຸດ, ເປັນກຳລັງພົນຕໍ່ສູ້ດ້ານການເມືອງ, ເຂົາເຈົ້າແມ່ນກໍາລັງປະກອບອາວຸດທີ່ໄດ້ປະກອບສ່ວນສ້າງວິລະກຳອັນລ້ຳເລີດ ແລະ ເຫດການມະຫັດສະຈັນໃນປະຫວັດສາດເຊັ່ນ: ການຜ່າວົງປິດລ້ອມຂອງກອງພັນທີ 2 ອອກຈາກທົ່ງໄຫຫີນໃນວັນທີ 8 ພຶດສະພາ 1959 ແລະ ການເອົາຜູ້ນໍາແນວລາວຮັກຊາດອອກຈາກຄຸກໂພນເຄັງຢ່າງມະຫັດສະຈັນໃນວັນທີ 24 ພຶດສະພາ 1960.
    ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ໃຫ້ຮູ້ຕື່ມວ່າ: ໂດຍຕິດພັນກັບມູນເຊື້ອ ແລະ ຜົນງານດັ່ງກ່າວ ໃນໄລຍະຜ່ານມາ, ພະແນກຊາວໜຸ່ມໄດ້ເອົາໃຈໃສ່ປັບປຸງກໍ່ສ້າງຊີ້ນໍາໆບັນດາຄະນະບໍລິຫານງານ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງກອງທັບຫຼາຍດ້ານ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ ແນໃສ່ເຮັດໃຫ້ສະມາຊິກຊາວໜຸ່ມມີແນວຄິດຫຼັກໝັ້ນ, ມີຄວາມສາມັກຄີເປັນເອກະພາບ ຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ, ຊີ້ນໍາຊາວໜຸ່ມໃຫ້ເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຄົ້ນຄ້ວາຮໍ່າຮຽນເພື່ອຄວາມກ້າວໜ້າ ແລະ ພັດທະນາຕົນເອງ, ຝຶກຝົນຕົນເອງໃຫ້ມີຄວາມເປັນແບບຢ່າງທາງດ້ານລະບຽບວິໃນ, ຄຸນສົມບັດສິນທຳປະຕິວັດ ມີຄຸນທາດການເມືອງ ໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ວິຊາການ ຮັບປະກັນທາງດ້ານວຽກງານວິຊາສະເພາະ.ໄປຄຽງຄູ່ກັນນີ້, ອົງການຈັດຕັ້ງຊາວໜຸ່ມກົມໃຫຍ່ການເມືອງກອງທັບ ຍັງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ດ້ວຍການປູກຝັງ, ລ້ຽງສັດ ຕາມເງື່ອນໄຂຕົວຈິງຂອງແຕ່ລະກົມກອງ, ຜ່ານການເຄື່ອນໄຫວດັ່ງກ່າວ ສາມາດຍົກລະດັບຊີວິດການເປັນຢູ່ຂອງສະມາຊິກຊາວໜຸ່ມໄດ້ດີຂຶ້ນເທື່ອລະກ້າວ ແລະ ໄດ້ຮັບການຍ້ອງຍໍຜົນງານຈາກຂັ້ນເທິງຫຼາຍລະດັບຕະຫຼອດມາ.

    ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີນີ້, ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຕາງໜ້າໃຫ້ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງກອງທັບ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ການນໍາກົມໃຫຍ່ການເມືອງກອງທັບ, ສູນກາງຊາວໜຸ່ມ ປປລາວ, ການນໍາຊາວໜຸ່ມກອງທັບ ຂໍໃຫ້ທຸກທ່ານຈົ່ງມີພະລານາໄມສົມບູນ ສືບຕໍ່ຊີ້ນໍາໆພາຊາວໜຸ່ມ ປປລາວ ເວົ້າລວມ, ເວົ້າສະເພະກໍຄືຊາວໜຸ່ມກົມໃຫຍ່ການເມືອງກອງທັບໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ