ເຊກອງ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ຕ້ອນຮັບວັນສ້າງຕັ້ງພັກ ຄົບຮອບ 70 ປີ

ເຊກອງ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ຕ້ອນຮັບວັນສ້າງຕັ້ງພັກ ຄົບຮອບ 70 ປີ

ເຊກອງ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ຕ້ອນຮັບວັນສ້າງຕັ້ງພັກ ຄົບຮອບ 70 ປີ
ໃນຕອນເຊົ້າວັນທີ 21 ມີນາ ນີ້, ແຂວງເຊກອງ ຈັດກິດຈະກໍາຍ່າງເພື່ອຂໍານັບຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ນໍາໂດຍທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ.

ການຈັດກິດຈະກຳຄັ້ງນີ້, ແມ່ນເປັນການສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025); ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃຫ້ມີບັນຍາກາດເບີກບານມ່ວນຊື່ນ. ພ້ອມນີ້, ຍັງເປັນການໂຄສະນາສຶກສາອົບຮົມ ແລະ ປຸກລະດົມທຸກພາກສ່ວນໃນທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈທາດແທ້ມູນເຊື້ອອັນດີງາມຂອງພັກ ແນໃສ່ສັນລະເສີນຄຸນງາມຄວາມດີ ຂອງບັນດາບັນພະບູລຸດຜູ້ທີ່ເສຍສະຫລະຊີວິດເພື່ອຊາດເພື່ອປະຊາຊົນ ແລະ ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ກິດຈະກຳການຍ່າງໃນຄັ້ງນີ້, ໄດ້ຈຸດເລີ່ມຕົ້ນແຕ່ສວນເສົາຫຼັກເມືອງ ໄປຕາມເສັ້ນທາງສອງເລນ ໄປຫາສີ່ແຍກໂຮງຮຽນມັດທະຍົມສົມບູນແຂວງ (ມສ ແຂວງ) ແລະ ສືບຕໍ່ໄປຮອດສວນ 25 ປີຂອງແຂວງ ລວມໄລຍະທາງປະມານ 3 ກິໂລແມັດ.

(ຂ່າວ-ພາບ: ອັດສະວິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ