ພິທີເຊັນໜັງສືຂໍ້ຕົກລົງ LOA ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ກ່ຽວກັບ ການເຮັດໝັນເສືອໂຄ່ງ ຢູ່ບັນດາ ສວນສັດ ແລະ ຟາມສັດ ໃນ ສປປ ລາວ

ເຊັນຂໍ້ຕົກລົງ ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ກ່ຽວກັບການເຮັດໝັນເສືອໂຄ່ງ

ເຊັນຂໍ້ຕົກລົງ ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ກ່ຽວກັບການເຮັດໝັນເສືອໂຄ່ງ
ພິທີເຊັນໜັງສືຂໍ້ຕົກລົງ LOA ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ກ່ຽວກັບ ການເຮັດໝັນເສືອໂຄ່ງ ຢູ່ບັນດາ ສວນສັດ ແລະ ຟາມສັດ ໃນ ສປປ ລາວ ລະຫວ່າງ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ມູນລະນິທິອະນຸລັກຊ້າງ ແລະ ສິ່ງແວດລ້ອມ (ປະເທດໄທ) ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ ຜ່ານມາທີ່ ກົມປ່າໄມ້. ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ແລະ ຕາງໜ້າມູນລະນິທິອະນຸລັກຊ້າງ ແລະ ສິ່ງແວດລ້ອມ ເຊັນໂດຍ ທ່ານ ນາງ ແສງເດືອນ ໄຊເລີດ ປະທານມູນລະນິທິອະນຸລັກຊ້າງ ແລະ ສິ່ງແວດລ້ອມ ໂດຍມີຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງຂອງພິທີເຊັນໃນຄັ້ງນີ້ແມ່ນເພື່ອຮ່ວມມືກັນທາງດ້ານວິຊາການ ກ່ຽວກັບ ການເຮັດໝັນເສືອໂຄ່ງ ຢູ່ບັນດາ ສວນສັດ ແລະ ຟາມສັດ ໃນ ສປປ ລາວ ເພື່ອຄວບຄຸມການເພາະພັນ, ການວິເຄາະ DNA, ການສ້າງຖານຂໍ້ມູນ ລວມທັງແລກປ່ຽນບົດຮຽນຂໍ້ມູນຂ່າວສານ, ວຽກງານວິຊາການ, ບຸກຄະລະກອນ ແລະ ອື່ນໆ ຕາມຄວາມເໝາະສົມ. ພ້ອມນີ້, ທາງມູນນິທິ ຈະໄດ້ຊ່ວຍເຫຼືອທາງດ້ານຊ່ຽວຊານ ແລະ ອຸປະກອນທັງໝົດ ໃນການເຮັດໝັນເສືອ ຢູ່ໃນບັນດາ ສວນສັດ ແລະ ຟາມສັດ ໃນຂອບເຂດທົ່ວປະເທດ ຊຶ່ງວຽກງານດັ່ງກ່າວນັ້ນ ຈະນໍາຜົນປະໂຫຍດໃຫ້ແກ່ການພັດທະນາທັງສອງຝ່າຍ ໃຫ້ມີຄວາມຮູ້ຄວາມສາມາດກ້າວໜ້າຢ່າງຕໍ່ເນື່ອງ ແລະ ຍືນຍົງໃນຕໍ່ໜ້າ.

ແຫຼ່ງຂ່າວ:ຂ່າວສານກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ

ຄໍາເຫັນ

ຂ່າວການຮ່ວມມື

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ໃນຕອນເຊົ້າທີ 16 ມັງກອນ ນີ້, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ,ເປັນກຽດໃນພິທີ ໂດຍມີ ສະຫາຍ ຟາມ ມິງ ຈ້ຽນ (PHAN MINH CHIEN)ອຸປະທູດຊົ່ວຄາວຫວຽດນາມປະຈໍາລາວ, ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ.
ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ໂດຍປະຕິບັດຕາມ ສັນຍາຮ່ວມມື ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ສະບັບປີ 2023-2027, ໃນວັນທີ 13 ມັງກອນ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫຼິວ ຫາຍຊິງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ມາ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.
ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພົບປະຫາລື ກັບຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ເພື່ອແລກປ່ຽນແນວທາງການຮ່ວມມືໃນຂະແໜງອາຊີວະສຶກສາ ໃນວັນທີ 12 ມັງກອນ ຜ່ານມາ ທີ່ກະຊວງ ສສກ.
ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 15 ມັງກອນນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນວັນທີ 14 ມັງກອນ ນີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ໃນວັນທີ 14 ມັງກອນຜ່ານມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກຈາກ ສປ ຈີນແລະອາສາສະໝັກ ສປປ ລາວໄດ້ຮ່ວມກັນນຳເອົາເສື້ອຜ້າ, ເຄື່ອງໃຊ້ໃນຊີວິດປະຈຳວັນແລະອຸປະກອນກິລາໄປມອບໃຫ້ເດັກນ້ອຍໃນເຂດຊົນນະບົດແຂວງວຽງຈັນແລະແຂວງຫຼວງພະບາງ.
ເພີ່ມເຕີມ