ເຊັນMOU ລະຫວ່າງ ບໍລິສັດ ເດິພາວເວີ ອັອຟ ໄລ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ບໍລິສັດ ມາວາລິກ ແຮວ ຈໍາກັດ

ເຊັນMOU ລະຫວ່າງ ບໍລິສັດ ເດິພາວເວີ ອັອຟ ໄລ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ບໍລິສັດ ມາວາລິກ ແຮວ ຈໍາກັດ

ເຊັນMOU ລະຫວ່າງ ບໍລິສັດ ເດິພາວເວີ ອັອຟ ໄລ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ບໍລິສັດ ມາວາລິກ ແຮວ ຈໍາກັດ
ສະມາຄົມນັກທຸລະກິດໜຸ່ມ ເມືອງຈັນທະບູລີ ຕາງໜ້າໂດຍບໍລິສັດ ເດິພາວເວີ ອັອຟ ໄລ ຂາເຂົ້າ - ຂາອອກ ຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ເດິພາວເວີ ອັອຟ ໄລ ຂາເຂົ້າ - ຂາອອກ

 ຈໍາກັດຜູ້ດຽວ ແລະ ບໍລິສັດ ມາວາລິກ ແຮວ ຈໍາກັດ ໃນວັນທີ 23 ມີນາ ຜ່ານມາທີ່ບ້ານໜອງທານະຄອນຫຼວງວຽງຈັນ.

ເປັນກຽດລົງນາມໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂດຍທ່ານ ນາງພຸດທະສອນ ສະວິສຸກ ອຳນວຍການ ບໍລິສັດ ເດິພາວເວີ ອັອຟ ໄລ ຂາເຂົ້າ - ຂາອອກ ຈໍາກັດຜູ້ດຽວ ຕາງໜ້າຝ່າຍ ສປປລາວ ແລະ ທ່ານ ນາງ ສາວິກຕຣີ ອີມທອງຄໍາ ຜູ້ອຳນວຍການ ໂຮງງານ ມາວາລິກ ແຮວ ຈໍາກັດ ຕາງໜ້າຝ່າຍຣາຊະອານາຈັກໄທ, ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ພູທົງ ສຸວັນທອງ ຄະນະປະຈໍາພັກເມືອງ ເລຂາຊາວໜຸ່ມເມືອງຈັນທະບູລີ ຜູ້ຊີ້ນໍາ ສະມາຄົມນັກທຸລະກິດໜຸ່ມເມືອງຈັນທະບູລີ, ມີທ່ານ ຄໍາຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ທ່ານ ປຸກ ຕາມ່ອງ ຄະນະປະຈໍາ ຊາວໜຸ່ມເມືອງຈັນທະບູລີ ປະທານສະມາຄົມນັກທຸລະກິດໜຸ່ມເມືອງຈັນທະບູລີ, ທ່ານ ພັນນຸລັກ ຊາມຸນຕີ ຮອງປະທານ ສະມາຄົມນັກທຸລະກິດໜຸ່ມ ແຂວງວຽງຈັນ ພ້ອມດ້ວຍ ແຂກຖືກເຊີນ.

ທ່ານ ປຸກ ຕາມ່ອງ ໃຫ້ຮູ້ວ່າ: ຈຸດປະສົງຂອງການ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ກໍເພື່ອຮ່ວມມື ລະຫວ່າງ ບໍລິສັດ ເດິພາວເວີ ອັອຟ ໄລ ຂາເຂົ້າ - ຂາອອກ ຈໍາກັດຜູ້ດຽວ ຕາງໜ້າຝ່າຍປະເທດລາວ ແລະ ບໍລິສັດ ມາວາລິກ ແຮວ ຈໍາກັດ ຕາງໜ້າ ຝ່າຍປະເທດໄທ ຊຶ່ງເປັນໂຮງງານຜະລິດສິນຄ້າ ທີ່ເປັນອາຫານເສີມ ແລະ ເຄື່ອງສຳອາງທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານລະດັບສາກົນ ພ້ອມເປັນການສົ່ງເສີມໃຫ້ປະຊາຊົນລາວ ໄດ້ໃຊ້ສິນຄ້າທີ່ມີຄຸນນະພາບ. ທ່ານປຸກ ຕາມ່ອງ ຍັງໃຫ້ຮູ້ອີກວ່າ: ກ່ອນຈະມີພິທີດັ່ງກ່າວ ໃນໄລຍະຜ່ານມາ ທັງສອງຝ່າຍກໍໄດ້ມີການພົວພັນ ແລະ ຜະລິດສິນຄ້າເຂົ້າມາຈໍາໜ່າຍໃນ ສປປ ລາວ ເປັນໄລຍະ 1ປີກວ່າ ເຫັນໄດ້ວ່າຜະລິດຕະພັນດັ່ງກ່າວ ມີການຕອບຮັບຈາກລູກຄ້າເປັນຢ່າງດີ ແລະ ສາມາດສົ່ງເສີມໃຫ້ ຊາວໜຸ່ມ, ໄວໜຸ່ມ ໄດ້ມີວຽກເຮັດງານທຳໂດຍນໍາເອົາສິນຄ້າດັ່ງກ່າວ ໄປຈໍາໜ່າຍຕໍ່ ຈົນກາຍເປັນຜູ້ປະກອບການ, ເປັນນັກທຸລະກິດໄດ້. ດັ່ງນັ້ນຈຶ່ງປຶກສາຫາລືກັນເພື່ອເຊື່ອມສາຍສຳພັນໃນດ້ານທຸລະກິດ ລະຫວ່າງ ສອງຊາດ ລາວ-ໄທ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ເປັນການດຶງນັກທຸລະກິດຈາກຕ່າງປະເທດ ກໍຄື ຣາຊະອານາຈັກໄທ ມາລົງທຶນໃນ ສປປ ລາວ ແລະ ໃນອະນາຄົດ ຈະຮ່ວມມືກັນລົງທຶນສ້າງໂຮງງານໃນ ສປປ ລາວ.

ໃນພິທີ, ທ່ານ ພູທົງ ສຸວັນທອງ ໄດ້ໃຫ້ຄໍາເຫັນຕໍ່ພິທີ ຊຶ່ງກ່ອນອື່ນ ໄດ້ສະແດງຄວາມຊົມເຊີຍຕໍ່ສະມາຄົມນັກທຸລະກິດໜຸ່ມເມືຶອງຈັນທະບູລີ ກໍຄື ບໍລິສັດ ເດິພາວເວີ ອັອຟ ໄລ ທີ່ມີຄວາມເອົາໃຈໃສ່ ຈັດສັນສິນຄ້າທີ່ມີຄຸນນະພາບ ຈາກຕ່າງປະເທດ ແລະ ຜະລິດສິນຄ້າພາຍໃນ, ການດຳເນີນທຸລະກິດ ຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງ ສປປລາວເປັນຫຼັກ ຕ້ອງມີເອກະສານຢັ້ງຢືນຄວາມຖືກຕ້ອງ ແລະ ໃນການຢັ້ງຢືນຄຸນນະພາບສິນຄ້າ ຈາກພາກສ່ວນທີ່ກ່ຽວຂ້ອງແຕ່ລະຂະແໜງການ ເພື່ອເປັນບ່ອນອີງຕໍ່ຜູ້ບໍລິໂພກ ແລະ ຊົມໃຊ້ຜະລິດຕະພັນດັ່ງກ່າວ ແລະ ອີກອັນໜຶ່ງກໍຢາກໃຫ້ທາງສະມາຄົມນັກທຸລະກິດໜຸ່ມ, ພະຍາຍາມສ້າງນັກທຸລະກິດ,ສ້າງຜູ້ປະກອບການໃຫ້ນັບມື້ນັບຫຼາຍຂຶ້ນ,ສົ່ງເສີມສິນຄ້າພາຍໃນ ໃຫ້ຂະຫຍາຍຕົວຂຶ້ນເທື່ອລະກ້າວ. ພ້ອມດຽວກັນນັ້ນ ທ່ານ ຄໍາຈັນ ໂສຕາປະເສີດກ່າວວ່າ: ຍາມໃດການນໍາພັກ - ລັດກໍມີນະໂຍບາຍສົ່ງເສີມທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ບັນດານັກທຸລະກິດໄດ້ມີການລົງທຶນພາຍໃນ ຈະເປັນດ້ານກະສິກໍາ,ປູກຝັງ-ລ້ຽງສັດ, ດ້ານອຸດສາຫະກໍາ ແລະ ຜະລິດສິນຄ້າພາຍໃນໃຫ້ນັບມືນັບຫຼາຍຂຶ້ນໃຫ້ທຽບທັນພາກພື້ນ ແລະ ສາກົນ ສາມາດນໍາເອົາຜະລິດຕະພັນພາຍໃນສົ່ງອອກຈາກຕ່າງປະເທດ,ດຶງເອົານັກລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນ ພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນໍາສິນຄ້າຈາກຕ່າງປະເທດເຂົ້າມາ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ