![]() |
ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 493/ຄລສພ ໄດ້ຕົກລົງໃຫ້ ທ່ານ ຕູ້ຢ່າຢົງວ່າ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໜອງແຮດ ພັກການ-ຮັບອຸດໜູນບຳນານ, ຂໍ້ຕົກລົງສະບັບເລກທີ 495/ຄລສພ ຕົກລົງໃຫ້ ທ່ານ ວຽງພອນ ເມືອງຈະເລີນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄູນ ອອກພັກການ-ຮັບອຸດໜູນບຳນານ, ຂໍ້ຕົກລົງສະບັບເລກທີ 191/ຄລສພ ຕົກລົງໃຫ້ ທ່ານ ບຸນມາ ສຸຍະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຜາໄຊ ອອກພັກການ-ຮັບອຸດໜູນບຳນານ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ176/ຄປພຂ ຕົກລົງແຕ່ງຕັ້ງທ່ານ ໃຈເພັດ ພິມວົງສາ ກຳມະການພັກແຂວງ ເປັນຮອງປະທານແນວລາວສ້າງຊາດແຂວງ
ໂອກາດນີ້, ທ່ານເຈົ້າແຂວງໆຊຽງຂວາງ ໄດ້ມີຄຳເຫັນຊີ້ນຳ ໂດຍໄດ້ຍ້ອງຍໍຊົມເຊີຍ 3 ທ່ານ ທີ່ໄດ້ເຂົ້າຮັບອຸດໜູນບຳນານ ເຮັດສຳເລັດໜ້າທີ່ພັກ-ລັດມອບໝາຍໃຫ້ ແລະ ໄດ້ປະຕິບັດນະໂຍບາຍຕາມລະບຽບການ, ຂໍໃຫ້ທັງ 3 ທ່ານສືບຕໍ່ຊີ້ນຳສຶກສາອົບຮົມວຽກງານການເມືອງແນວຄິດຢູ່ຂັ້ນຮາກຖານບ້ານເຕົ້າໂຮມຄວາມສາມັກຄີຢູ່ຂັ້ນບ້ານທີ່ປະຈຳຢູ່ຕື່ມອີກ, ຮັກສາສຸຂະພາບເປັນທີ່ປຶກສາໃຫ້ຮຸ່ນໜຸ່ມ, ສ້າງສາພັດທະນາເສດຖະກິດຄອບຄົວ, ສືບຕໍ່ຮ່ວມດຳເນີນຊີວິດພັກຢູ່ໜ່ວຍພັກທີ່ສະດວກເໝາະສົມ.
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ