ຊຽງຂວາງ ວາງສີລາລຶກການກໍ່ສ້າງຫໍຫຼັກເມືອງ

ຊຽງຂວາງ ວາງສີລາລຶກການກໍ່ສ້າງຫໍຫຼັກເມືອງ

ຊຽງຂວາງ ວາງສີລາລຶກການກໍ່ສ້າງຫໍຫຼັກເມືອງ
ແຂວງຊຽງຂວາງຈັດພິທີວາງສີລາລຶກໂຄງການກໍ່ສ້າງຫໍຫຼັກເມືອງ ໃນວັນທີ 24 ມີນານີ້, ຢູ່ໃກ້ສີ່ແຍກໄຟແດງບ້ານໂພນງາມໄຕ້ ເມືອງແປກ ໂດຍການນຳພາຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ.

ທ່ານ ສີວີໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງຫໍຫຼັກເມືອງເປັນຮູບຈະຕຸລັດ 6X6 ແມັດ, ສູງ 16 ແມັດ, ເນື້ອທີ່ລະບຽງອ້ອມອາຄານ 224 ຕາແມັດ, ເນື້ອທີ່ດິນທັງໝົດ 20x46.8 ຕາແມັດ ລວມມູນຄ່າການກໍ່ສ້າງ 9 ຕື້ກ່ວາກີບ ເປັນທຶນລະດົມຈາກສັງຄົມ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ, ຊາວຄ້າຂາຍ ແລະ ການລະດົມແມ່ນນັບແຕ່ມື້ວາງສີລາລຶກໄປຈົນ ກ່ວາຈະກໍ່ສ້າງສຳເລັດ, ການອອກແບບ ແລະ ການກໍ່ສ້າງແມ່ນໄດ້ນຳເອົາຄວາມເປັນເອກະລັກຂອງແຂວງມາປະສົມປະສານກັບຄວາມເປັນຍຸກສະໄໝໃໝ່ ທີ່ໄດ້ນຳເອົາເອກະລັກສະຖາປັດຕະຍະກຳແບບຊາວພວນ ແລະ ທາງສາສະ ໜາ. ຈາກນັ້ນ, ທ່ານເຈົ້າແຂວງໄດ້ໄຕ້ທຽນໄຊ, ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນຕອນທ້າຍກໍໄດ້ວາງສີລາລຶກກໍ່ສ້າງຢ່າງເປັນທາງການ

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວແຂວງຄໍາມ່ວນ ສະໄໝທີ IX ໄດ້ໄຂຂຶ້ນ ແລະ ອັດລົງໃນວັນທີ 25 ກັນຍານີ້ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ພະອາຈານໃຫຍ່ ບຸນທາຍ ຈັນທະໄພຈິດ ປະທານອົງການພຸດທະສາດສະໜາສຳພັນລາວ (ອພສ) ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ພະອາຈານໃຫຍ່ ມະຫາຄໍາມາ ປັນຍາວິຈິດ ຮອງປະທານ ສູນກາງ ອພສ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະເຖຣານຸເຖຣະ, ແຂກຖືກເຊີນຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ຕອນເຊົ້າຂອງວັນທີ 25 ກັນຍາ 2025 ນີ້, ທີ່ສະພາປະຊາຊົນແຂວງສາລະວັນ, ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງ ກ່ຽວກັບແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ IV; ໂດຍທ່ານໄດ້ຖະແຫຼງວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນສຸກ ວັນທີ 26 ກັນຍາ 2025 ທີ່ສະໂມສອນໃຫຍ່ແຂວງ (ໃຊ້ເວລາ 1 ວັນ) ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 130 ກວ່າທ່ານ ແລະ ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ;
ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ເມືອງບຸນເໜືອ ແຂວງຜົ້ງສາລີ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດເກັບກ່ຽວໄດ້ແລ້ວ 80%.
ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ແຂວງໄຊຍະບູລີ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ສຳລັບຄະນະພັກບ້ານ-ນາຍບ້ານ ຊຸດທີ IV ໃນວັນທີ 25 ກັນຍານີ້ ທີ່ຫ້ອງປະຊຸມຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອາເມຊົງເຢຍ ເລັງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ.
ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງປະຊຸມທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນປະຕິບັດງານ 5 ປີ ຂອງແຂວງວຽງຈັນ (2026-2030) ໄດ້ຈັດຂຶ້ນ ໃນວັນທີ 25 ກັນຍານີ້ ທີ່ເມືອງວັງວຽງ ໂດຍການເປັນປະທານຂອງ ທ່ານ ສີສະໄຫວ ແກ້ວດາລາວິນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງວຽງຈັນ, ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.
ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸຸຸດທີ IX ແລະ ສະພາປະຊາຊົນ ແຂວງຫຼວງນໍ້າທາ ຊຸດທີ II ຢູ່ເມືອງຫຼວງນ້ຳທາ.

ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸຸຸດທີ IX ແລະ ສະພາປະຊາຊົນ ແຂວງຫຼວງນໍ້າທາ ຊຸດທີ II ຢູ່ເມືອງຫຼວງນ້ຳທາ.

ໃນວັນທີ 24 ກັນຍາຜ່ານມານີ້, ຄະນະສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໜສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ່ IX ແລະ ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ຢູ່ທີ ສະໂມສອນເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ, ມີຫົວໜ້າຫ້ອງານ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ

ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ

ເມື່ອບໍ່ດົນມານີ້, ທີ່ຫ້ອງຮັບແຂກຂອງແຂວງຜົ້ງສາລີ, ອໍານວຍການ ພືດອຸດສາຫະກໍາ ບໍລິສັດຈິງຈຽງ ສົ່ງເສີມປູກຢາງພາລາ ເມືອງບຸນໃຕ້ ຈໍາກັດ ໄດ້ນຳເອົາເງິນຈຳນວນ 300 ລ້ານກີບ ມາມອບໃຫ້ແຂວງ
ເຊກອງເປີດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ຊຸດທີ XIX

ເຊກອງເປີດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ຊຸດທີ XIX

ໃນຕອນເຊົ້າວັນທີ 24 ກັນຍານີ້, ສະຫະພັນແມ່ຍິງແຂວງເຊກອງ ເປີດຊຸດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ພາກປົກກະຕິ ຊຸດທີ XIX ທີ່ສູນພັດທະນາແມ່ຍິງບັນດາເຜົ່າ ສະຫະພັນແມ່ຍິງແຂວງເຊກອງ ໂດຍເຂົ້າຮ່ວມຂອງ ທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງ.
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ

ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ

ພິທີແຈກຢາຍຊາຍອາເບສ ຫຼື ຢາທຳລາຍໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນບ້ານຫາດຍາ ເມືອງປາກອູ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມາ, ມີທ່ານ ຕຸ້ຍແກ້ວ ໄຊຍະສານ ຫົວໜ້າ ໂຄງການກູດເນເບີສ໌ລາວ (Good Neigh Bors Laos) ປະຈຳເມືອງປາກອູ ພ້ອມດ້ວຍຄະນະນຳຫ້ອງການສາທາລະນະສຸກເມືອງ ແລະ ປະຊາຊົນບ້ານຫາດຍາ ເຂົ້າຮ່ວມ.
ສອງພາກສ່ວນ ມອບເງິນຊຸກຍູ້ງານຜະລິດຕະພັນລາວ 2025.

ສອງພາກສ່ວນ ມອບເງິນຊຸກຍູ້ງານຜະລິດຕະພັນລາວ 2025.

ໃນວັນທີ 23 ກັນຍາຜ່ານມາ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງວຽງຈັນ ໄດ້ມີບໍລິສັດ ດວງປະເສີດກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ແລະ ບໍລິສັດ ທ່ອງທ່ຽວ ວັນເດີຟູນລາວ ຈຳກັດ ໄດ້ນຳເງິນມາມອບໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ເພື່ອຊຸກຍູ້ງານຜະລິດຕະພັນລາວ 2025 (Made in Laos 2025) ທີ່ແຂວງວຽງຈັນ ເປັນເຈົ້າພາບຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຶ່ງຈະຈັດຂຶ້ນໃນວັນທີ 1-8 ຕຸລາ 2025 ທີ່ສູນວາງສະແດງສິນຄ້າລາວ-ໄອ ນະຄອນຫຼວງວຽງຈັນ. ໃນນີ້, ບໍລິສັດ ດວງປະເສີດກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ມອບ 30 ລ້ານກີບ ແລະ ບໍລິສັດ ທ່ອງທ່ຽວ ວັນເດີຟູນລາວ ຈຳກັດ ມອບ 30 ລ້ານກີບ, ກ່າວຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.
ເພີ່ມເຕີມ