ຢ່າແຕກຕື່ນ! ພາກສ່ວນກ່ຽວຂ້ອງ ເລັ່ງໃຫ້ບໍລິສັດ ສະໜອງນ້ຳມັນກາຊວນໃຫ້ພຽງພໍກັບຄວາມຕ້ອງການ 

ຢ່າແຕກຕື່ນ! ພາກສ່ວນກ່ຽວຂ້ອງ ເລັ່ງໃຫ້ບໍລິສັດ ສະໜອງນ້ຳມັນກາຊວນໃຫ້ພຽງພໍກັບຄວາມຕ້ອງການ 
ໃນທ້າຍອາທິດຜ່ານມາ ປ້ຳບໍລິການຈຳນວນໜຶ່ງໄດ້ຕິດປ້າຍປິດບໍລິການນ້ຳມັນກາຊວນຊົ່ວຄາວ ເຮັດໃຫ້ເກີດມີສະພາບລົດຕໍ່ແຖວ ລໍຖ້າໃສ່ນ້ຳມັນຢູ່ບາງປ້ຳ ຈຶ່ງເຮັດໃຫ້ສັງຄົມເກີດຄວາມກັງວົນວ່າ ຈະເກີດບັນຫາຂາດແຄນນ້ຳມັນອີກຄັ້ງ, ດັ່ງນັ້ນ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ໄດ້ປະສານຫາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເລັ່ງຈັດຫານ້ຳມັນ ເພື່ອສະໜອງໃຫ້ແກ່ສັງຄົມຢ່າງພຽງພໍກັບຄວາມຕ້ອງການ.
ອີງຕາມຂໍ້ມູນຈາກສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວໃຫ້ຮູ້ວ່າ: ໃນຫຼາຍປີຜ່ານມານີ້ ການຊົມໃຊ້ນ້ຳມັນເຊື້ອໄຟຂອງ ສປປ ລາວ ໄດ້ມີທ່າອ່ຽງເພີ່ມຂຶ້ນ ຕາມການຂະຫຍາຍຕົວຂອງເສດຖະກິດ, ໃນປີ 2023 ມີການນຳເຂົ້ານ້ຳມັນທັງໝົດ 1.654 ລ້ານລິດ, ໃນນີ້ ນ້ຳມັນກາຊວນ 1.259 ລ້ານລິດ, ແອັດຊັງ 365 ລ້ານລິດ ແລະ ນ້ຳມັນປະເພດອື່ນໆອີກ, ສະເລ່ຍການຊົມໃຊ້ປະມານ 135-140 ລ້ານລິດຕໍ່ເດືອນ, ໃນນັ້ນ ແອັດຊັງປະມານ 30 ລ້ານລິດຕໍ່ເດືອນ ຫຼື 1 ລ້ານລິດຕໍ່ມື້. ສ່ວນກາຊວນປະມານ 105 ລ້ານລິດຕໍ່ເດືອນ ຫຼື ປະມານ 3,5 ລ້ານລິດຕໍ່ມື້, ສ່ວນແຫຼ່ງທີ່ມາຂອງນ້ຳມັນແມ່ນມາຈາກໂຮງກັ່ນ ແລະ ຜູ້ສະໜອງຢູ່ປະເທດໃກ້ຄຽງ ໂດຍສະເພາະຢູ່ ປະເທດໄທ ແລະ ສສ ຫວຽດນາມ. ມາຮອດປັດຈຸບັນໂຮງກັ່ນນ້ຳມັນຂອງປະເທດເພື່ອນບ້ານທີ່ເປັນແຫຼ່ງສະໜອງນ້ຳມັນໃຫ້ແກ່ ສປປ ລາວ ໄດ້ປິດບາງສາຍການຜະລິດກະຊົ່ວຄາວ ເພື່ອປັບປຸງການຜະລິດ ຍົກລະດັບມາດຕະຖານຂອງນ້ຳມັນ ຊຶ່ງຄາດວ່າ ຈະສາມາດກັບມາດຳເນີນການຜະລິດໄດ້ປົກກະຕິໃນທ້າຍເດືອນມັງກອນນີ້. ການປິດສາຍການຜະລິດຊົ່ວຄາວນັ້ນ ໄດ້ເຮັດໃຫ້ການສົ່ງອອກນ້ຳມັນເຊື້ອໄຟໄປຍັງປະເທດອ້ອມຂ້າງ ລວມທັງ ສປປ ລາວ ຂອງພວກເຮົາ ຫຼຸດລົງ ແລະ ໄດ້ຂາຍໃນລາຄາທີ່ສູງຂຶ້ນ ໂດຍສະເພາະແມ່ນນ້ຳມັນກາຊວນ.    ຜ່ານມການຕິດຕາມສະພາບການນຳເຂົ້ານ້ຳມັນເລີ່ມແຕ່ວັນທີ 1 ຫາ 21 ມັງກອນ 2024 ມີການນຳເຂົ້າທັງໝົດ 106 ລ້ານລິດ, ໃນນັ້ນ ນ້ຳມັນແອັດຊັງ 21 ລ້ານລິດ, ກາຊວນ 80 ລ້ານລິດ ແລະ ນ້ຳມັນອື່ນໆ 5 ລ້ານລິດ.    ເຖິງວ່າຈະເປັນໂຕເລກຕ່ຳ ເມື່ອທຽບກັບເດືອນທັນວາ 2023 ແຕ່ກໍຢູ່ໃນເກນທີ່ສາມາດສະໜອງໄດ້ ແຕ່ອາດຈະບໍ່ພຽງພໍກັບຄວາມຕ້ອງການທີ່ມີທ່າອ່ຽງເພີ່ມຂຶ້ນໃນປັດຈຸບັນ. ໃນອາທິດຜ່ານມາ ມີການຊົມໃຊ້ນ້ຳມັນເພີ່ມຂຶ້ນສູງ, ໃນຂະນະທີ່ນ້ຳມັນແຮຂອງປ້ຳບໍ່ພຽງພໍກັບການສະໜອງ ໂດຍສະເພາະນ້ຳມັນກາຊວນ ຈຶ່ງເຮັດໃຫ້ປ້ຳບໍລິການຈຳນວນໜຶ່ງຕິດປ້າຍປິດບໍລິການນ້ຳມັນກາຊວນຊົ່ວຄາວ ເຮັດໃຫ້ເກີດມີສະພາບລົດຕໍ່ແຖວລໍຖ້າໃສ່ນ້ຳມັນຢູ່ບາງປ້ຳ ຈຶ່ງເຮັດໃຫ້ສັງຄົມມີຄວາມກັງວົນວ່າ ຈະເກີດບັນຫາຂາດແຄນນ້ຳມັນຂຶ້ນອີກ.
    ຕໍ່ບັນຫາດັ່ງກ່າວ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ໄດ້ປະສານຫາບັນດາບໍລິສັດນຳເຂົ້ານ້ຳມັນ ແລະ ບໍລິສັດຈຳໜ່າຍນ້ຳມັນ ເພື່ອໃຫ້ຄວາມຮ່ວມມືລະບາຍນ້ຳມັນເຊື້ອໄຟໃຫ້ປ້ຳຂາຍຍ່ອຍຂອງຕົນ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວນີ້ ແລະ ຈະໄດ້ລະດົມໃຫ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເລັ່ງຈັດຫານ້ຳມັນຈາກແຫຼ່ງຕ່າງໆ ຈາກປະເທດໃກ້ຄຽງ ເຂົ້າມາສະໜອງໃຫ້ສັງຄົມໃຫ້ມີຄວາມຕໍ່ເນື່ອງ ເພື່ອເຮັດໃຫ້ການສະໜອງນ້ຳມັນກາຊວນ ກັບຄືນສູ່ປົກະຕິໃນໄວໆນີ້.
ຂ່າວ: ຄ.ຄຳປະສິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເພີ່ມເຕີມ