ຢູມັນນີ  5 ປີແຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ

ຢູມັນນີ  5 ປີແຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ
ໂດຍ: ຕຸໄລເພັດ
ຢູມັນນີ (u-money) ແມ່ນບໍລິການກະເປົາເງິນເອເລັກໂຕນິກ ພາຍໃຕ້ການດຳເນີນງານຂອງ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດລູກຂອງ Unitel ແລະ ໄດ້ຮັບອະນຸຍາດໃນການດຳເນີນທຸລະກິດໂດຍທະນາຄານແຫ່ງ ສປປ ລາວ. ດ້ວຍວິໄສທັດບ່ອນໃດມີເຄືອຂ່າຍໂທລະຄົມ ເຂົ້າເຖິງ ບ່ອນນັ້ນຕ້ອງເຂົ້າເຖິງ ບໍລິການຢູມັນນີ. u-money ມີຄວາມມຸ່ງມາດປາຖະໜາສະໜອງບໍລິການໃຫ້ປະຊາຊົນໃນຂອບເຂດທົ່ວປະເທດເພື່ອໃຫ້ເຂົ້າເຖິງການບໍລິການ ແລະ ການດຳເນີນທຸລະກຳທາງດ້ານການເງິນໂດຍຜ່ານໂທລະສັບມືຖືເປັນຕົ້ນແມ່ນການໂອນເງິນ, ການຖອນເງິນສົດ, ການຊຳລະຜ່ານ QR, ການຊຳລະຄ່ານໍ້າ, ຄ່າໄຟ, ຄ່າຂີເຫຍື້ອ ແລະ ອື່ນໆ ທີ່ວ່ອງໄວ, ສະດວກ ແລະ ປອດໄພ.
  ໄລຍະ 5 ປິແຫ່ງການສະໜອງບໍລິການໃນ ສປປ ລາວ. u-money ບໍ່ພຽງແຕ່ສະໜອງບໍລິການທາງດ້ານການເງິນດີຈີຕອນເທົ່ານັ້ນ ແຕ່ໃນຂະນະດຽວກັນນັ້ນຍັງສາມາດພັດທະນາເຂດພື້ນທີ່ຫ່າງໄກເພື່ອໃຫ້ເຂົ້າເຖີງການເຮັດທຸລະກຳທາງດ້ານການເງິນ ໂດຍການຂະຫຍາຍປ່ອງບໍລີການ ແລະ ຕົວແທນບໍລິການໃນເຂດຫ່າງໄກຊອກຫຼີກທີ່ບໍ່ມີຫຼ່ວຍບໍລິການຂອງທະນາຄານຕັ້ງຢູ່ , ດ້ວຍທ່າແຮງດັ່ງກ່າວ u-money ຈິ່ງໄດ້ຮັບຄວາມໄວ້ວາງໃຈຈາກບັນດາຫຼາຍໆໜ່ວຍງານທັງພາກລັດ ແລະ ເອກະຊົນ ໂດຍສະເພາະແມ່ນຄັງເງິນແຫ່ງຊາດ, ກະຊວງການເງິນ ໄດ້ນຳໃຊ້ບໍລິການ u-money ເພື່ອເບີກຈ່າຍເງິນເດືອນ, ນະໂຍບາຍ ແລະ ເງິນອຸດໜູນຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນໃນພື້ນທີ່ທີ່ການບໍລິການທະນາຄານມີການພັດທະນາຊັກຊ້າ. ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຊົນໃນເຂດຊົນນະບົດຫຼາຍກວ່າ 20.000 ຄົນ ເຮັດໃຫ້ໄດ້ຮັບເງິນເດືອນວ່ອງໄວ, ປອດໄພ ແລະ ຕົງຕາມເວລາ, ສາມາດຮັກສາເງິນໄວ້ໃນໂທລະສັບມືຖື, ຊໍາລະ, ໂອນ ຫຼື ຖອນເງິນຢູ່ຕາມຈຸດບໍລິການຂອງ Unitel ແລະ ຕົວແທນ u-money, ຊ່ວຍປະຢັດຄ່າເດີນທາງ ແລະ ເວລາ. ນອກນັ້ນການນຳຂັ້ນເມືອງໃນ 54 ເມືອງທົ່ວປະເທດໄດ້ນຳໃຊ້ ຢູມັນນີ ໃນການເບິກຈ່າຍເງິນອຸດໜຸນໃຫ້ກັບນາຍບ້ານໃນຂອບເຂດທີ່ບໍ່ສາມາດເຂົ້າເຖິງການບໍລິການທາງການເງິນດີຈີຕອນທັງໝົດຫຼາຍກວ່າ 15.000 ຄົນ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2020 ເປັນຕົ້ນມາ ແລະ ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ໃຫຍ່ ຫຼາຍກວ່າ 10 ບໍລິສັດ ຍັງໄດ້ເລືອກນຳໃຊ້ u-money ເບີກຈ່າຍເງິນເດືອນໃຫ້ກັບພະນັກງານທັງໝົດ 5000 ກວ່າຄົນ.
ໄດ້ກໍານົດການຂະຫຍາຍລູກຄ້າຕິດພັນກັບຄວາມຮັບຜິດຊອບທາງສັງຄົມ, u-money ໄດ້ຮັບການຕີລາຄາສູງຈາກອົງການຈັດຕັ້ງສາກົນ ແລະ ໄດ້ກາຍເປັນຄູ່ຮ່ວມງານທີ່ໜ້າເຊື່ອຖືໃນການດໍາເນີນໂຄງການ. ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ພາຍໃຕ້ການຊີ້ນໍາຂອງກະຊວງ ກະສິກຳ ແລະ ປ່າໄມ້, ຊຶ່ງໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ, ເບີກຈ່າຍເງິນໃຫ້ປະຊາຊົນຫຼາຍກວ່າ 42.000 ຄົນ ຕົກເປັນມູນຄ່າ 14 ລ້ານໂດລາ. ໂຄງການຊ່ວຍເຫຼືອແມ່ຍິງຖຶິພາ ແລະ ເດັກນ້ອຍກ່ອນໄວຮຽນ ເພື່ອປ້ອງກັນການຂາດສານອາຫານ ຊຶ່ງໄດ້ຮັບການສະໜັບສະໜູນຈາກອົງການ UNICEF ຮ່ວມມືກັບສະຖານທູດອົສຕຣາລີ, ຊ່ວຍເຫຼືອ 1.400 ຄົວເຮືອນ ຕົກເປັນຈຳນວນເງິນ 400.000 ໂດລາ/ປີ ພາຍໃຕ້ການຊີ້ນໍາຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
  ດ້ວຍວິໄສທັດ ກາຍເປັນຜູ້ສະໜອງບໍລິການການຊຳລະເງິນດີຈີຕອນທີ່ໃຫຍ່ທີ່ສຸດໃນລາວ ແລະ ພາລະກິດຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນລາວ ດ້ວຍກຳລັງແຮງ, ຄວາມອົດທົນ ແລະ ຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ, u-money ຈຶ່ງໄດ້ຮັບການຍອມຮັບຈາກສັງຄົມ ແລະ ເວທີສາກົນ  ຊຶ່ງສະແດງໃຫ້ເຫັນ u-money ໄດ້ບັນລຸບັນດາຜົນສໍາເລັດທີ່ໜ້າປະທັບໃຈ, ລູກຄ້າລົງທະບຽນນຳໃຊ້ 1.8 ລ້ານບັນຊີ, ໃນນັ້ນ 800.000 ບັນຊີ ແມ່ນບັນຊີທີ່ມີການເຄື່ອນໄຫວເປັນປະຈໍາໃນແຕ່ລະເດືອນ. ຂະຫຍາຍ 8.000 ຈຸດບໍລິການເພື່ອໃຫ້ບໍລິການເອົາເງິນເຂົ້າ ແລະ ຖອນເງິນ ໃນຂອບເຂດທົ່ວປະເທດ, 30.000 ຮ້ານຮັບການຊໍາລະເງິນ u-money, ຈໍານວນການເຮັດທຸລະກໍາສະເລ່ຍແມ່ນ 3.9 ລ້ານທຸລະກໍາຕໍ່ເດືອນແລະ ຍັງໄດ້ຮັບລາງວັນຈໍານວນຫຼາຍທັງພາຍໃນ ແລະ ຕ່າງປະເທດ.
       ຜົນງານຜ່ານມາມີດັ່ງນີ້ປີ 2020: ໄດ້ຮັບລາງວັນຈາກ IT world Awards ຈັດໂດຍ Network Product Guide ໃນໝວດໝູ່: ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເຕັກໂນໂລຊີ ໃນຂົງເຂດວຽກງານການເງິນ, ການທະນາຄານ ແລະ ປະກັນໄພ , ໄດ້ຮັບລາງວັນ Silver Stevie ໃນຫົວຂໍ້ ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ ປະກາດລາງວັນໂດຍ Asia-Pacific Stevie Awards.
ປີ 2021  ໄດ້ຮັບລາງວັນ ນັກທຸລະກິດຊັ້ນນໍາດີເດັ່ນ   ໃນໄລຍະໂຄວິດ 19 ຊຶ່ງ ລາງວັນຖືກຈັດຂຶ້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຮັບລາງວັນປະເພດທຸລະກິດ SME ດີເດັ່ນ  ຂະແໜງການ ນະວັດຕະກໍາດີເດັ່ນ (SME Innovation Excellence Award) ຈາກງານປະກາດລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ.
  ປີ 2022 ຢູມັນນີ (u-money) ໄດ້ຮັບລາງວັນລະດັບໂລກຈາກ IT World Awards ສາຂາ Achievement of the Year in Mobile Sites & Apps ໃນຫົວຂໍ້: u-money ສ້າງຄວາມສະດວກສະບາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າປະຈໍາປີ 2022 ນີ້ ຊຶ່ງຈັດໂດຍ Network Product Guide (Silicon Valley, ສະຫະລັດອາເມຣິກາ)
   ໃນອະນາຄົດອັນໃກ້ໆນີ້, u-money ຈະສືບຕໍ່ປະກອບສ່ວນສົ່ງເສີມໃນການຫັນເປັນດີຈີຕອນແຫ່ງຊາດໃຫ້ແກ່ລັດຖະບານລາວ, ສ້າງສັງຄົມດີຈີຕອນ ທີ່ຫຼຸດຜ່ອນການນຳໃຊ້ເງິນສົດ ເພື່ອຕອບສະໜອງຕາມຄວາມຕ້ອງການຕົວຈິງ ແລະ ທ່າອ່ຽງຂອງຍຸກສະໄໝ.
ນອກຈາກນັ້ນ, u-money ຍັງໄດ້ຂະຫຍາຍທຸລະກິດໃນການບໍລິການ ການຄ້າເອເລັກໂຕນິກ, ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ສັງຄົມ, ສາມາດເຊື່ອມຕໍ່ຜູ້ຂາຍ ແລະ ຜູ້ຊື້ໃນທຸກຂອບເຂດທົ່ວປະເທດ. ຜູ້ຂາຍ ຫຼື ຜູ້ສະຫນອງ ສາມາດເອົາສິນຄ້າຂຶ້ນຂາຍອອນລາຍ ຢ່າງງ່າຍດາຍ ແລະ ສະດວກສະບາຍ; ຜູ້ຊື້ມີໂອກາດເຂົ້າເຖິງຜະລິດຕະພັນທີ່ຫຼາກຫຼາຍໃນລາຄາທີ່ເໝາະສົມ, ມີຮູບແບບຊື້ຂາຍທີ່ວ່ອງໄວ, ຊັດເຈນ, ຫຼີກລ້ຽງການໃຊ້ເງິນສົດ ແລະ ເໝາະສົມສໍາລັບການຄ້າອອນລາຍຂະໜາດນ້ອຍ. ສິ່ງເຫຼົ່ານີ້ແມ່ນການຊຸກຍູ້ໃຫ້ແກ່ການພັດທະນາພື້ນຖານເສດຖະກິດດີຈີຕອນ ໂດຍການຮ່ວມມືກັບທະນາຄານ ແລະ ສະຖາບັນການເງິນ, u-money ສະໜອງການບໍລິການທາງດ້ານການເງິນທີ່ສົມບູນແບບ (Financial Inclusion) ໃຫ້ແກ່ບຸກຄົນ ແລະ ອົງການຈັດຕັ້ງ. ຊ່ວຍໃຫ້ຜູ້ມີລາຍຮັບຕ່ຳ ແລະ ຜູ້ດ້ອຍໂອກາດໄດ້ມີໂອກາດເຂົ້າເຖິງລະບົບເງິນກູ້ເພື່ອລົງທຶນເພີ່ມການຜະລິດໃນຂົງເຂດກະສິກຳ, ລ້ຽງສັດ ແລະ ການຄ້າ.
ທັງໝົດນັ້ນ ແມ່ນພື້ນຖານຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ ແລະ ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ. ປະກອບສ່ວນເຂົ້າໃນການພັດທະນາສັງຄົມດີຈີຕອນ ແລະ ສ້າງພື້ນຖານເສດຖະກິດດີຈີຕອນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ