![]() |
ຜ່ານການກວດກາເຄື່ອງໂດຍສານດ້ວຍເຄື່ອງເອັກສະເລ (X-ray) ຂອງຖ້ຽວບິນ QV 924 ເວລາປະມານ 15:30 ນາທີ ຊຶ່ງເດີນທາງອອກຈາກປະເທດອັງໂກລາ ໃນວັນທີ 12 ພຶດສະພາ 2026 ດ້ວຍຖ້ຽວບິນ EK 794 ຜ່ານປະເທດ ທີ 2 ແລະ ທີ 3 ເຂົ້າມາ ສປປ ລາວ. ເຈົ້າໜ້າທີ່ໄດ້ພົບເຫັນວັດຖຸຕ້ອງສົງໄສຊຸກເຊື່ອງຢູ່ໃນຮູບປັ້ນເຄື່ອງທີ່ລະນຶກ.
![]() |
ຈາກການກວດກາຕົວຈິງ ພົບເຫັນຊິິ້ນສ່ວນຄ້າຍຄືສັດປ່າຫວງຫ້າມ ຊຶ່ງປະກອບມີ: ຊິ້ນສ່ວນຄ້າຍຄືນໍແຮດ ຈຳນວນ 4 ອັນ, ນ້ຳໜັກ 10.1 ກິໂລກຣາມ (ລວມວັດສະດຸຫຸ້ມຫໍ່). ຜູ້ຖືກສົງໄສໃນຄັ້ງນີິ້ແມ່ນ ເພດຊາຍ, ສັນຊາດຫວຽດນາມ. ຕໍ່ກັບເຫດການດັ່ງກ່າວ, ທາງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ພາຍໃຕ້ເຄືອຂ່າຍ LAO-WEN ຈະດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນກົດໝາຍ ແລະ ລະບຽບການ.
![]() |
(ຂ່າວ: ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ພາບ: ຂັນວິຈິດ/ພອນໄຊ
ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ)



ຄໍາເຫັນ