ພາຍຫຼັງການປະຕິຮູບຫຼັກສູດການຮຽນການສອນຊັ້ນປະຖົມສຶກສາ ແລະ ການທົບທວນປັບປຸງຫຼັກສູດຊັ້ນປະຖົມສຶກສາສຳເລັດນັບແຕ່ຂັ້ນ ປ.1-ປ.5, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການພັດທະນາສາກົນ ສາຫະລັດອາເມຣິການ (USAID) ໂດຍຜ່ານແຜນງານບີຄວາ.
ອີງຕາມການລາຍງານຂອງແຜນງານບີຄວາ ໃນວັນທີ 15 ພະຈິກ ນີ້ ໃຫ້ຮູ້ວ່າ: ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດໂດຍຄະນະລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 3 ພະຈິກ ຜ່ານມາ ຊຶ່ງປັດຈຸບັນ ກົມສ້າງຄູ ກຳລັງກະກຽມວາງແຜນຈັດກອງປະຊຸມເຜີຍແຜ່ມາດຕະຖານດັ່ງກ່າວ ໂດຍຄາດວ່າຈະຈັດຂຶ້ນໃນເດືອນມັງກອນ 2024  ແລະ ຈະມີຄະນະນຳຂັ້ນສູງຈາກບັນດາກົມກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ຕາງໜ້າຂັ້ນແຂວງ ເພື່ອເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບການເຜີຍແຜ່ ແລະ ການຈັດຕັ້ງປະຕິບັດມາດຕະຖານດັ່ງກ່າວ.
ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ກໍານົດພື້ນຖານທີ່ຊັດເຈນຂອງຄວາມຄາດຫວັງສໍາລັບການປະຕິບັດການພັດທະນາວິຊາຊີບ ແລະ ການສອນຂອງຄູສອນຊັ້ນປະຖົມສຶກສາ.ການປະຕິບັດທີ່ດີທີ່ສຸດຂອງສາກົນຊີ້ໃຫ້ເຫັນວ່າຄູສອນຊັ້ນປະຖົມຕ້ອງການມາດຕະ
ຖານການສິດສອນທີ່ຊັດເຈນທີ່ເຊື່ອມຕໍ່ໂດຍກົງກັບຫຼັກສູດທີ່ເຂົາເຈົ້າຈະສອນ. ມາດຕະຖານສະບັບປັບປຸງນີ້, ແມ່ນມີຄວາມເຊື່ອມໂຍງກັນລະຫວ່າງຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ຄວາມຮູ້ ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການ ເພື່ອສອນຫຼັກສູດສະບັບນີ້ໃຫ້ແກ່ນັກຮຽນທຸກຄົນໄດ້ຢ່າງມີປະສິດທິພາບ.
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສສກ ໄດ້ກ່າວວ່າ: ດ້ວຍຫຼັກສູດປະຖົມສຶກສາ ສະບັບປຸງໃໝ່ທີ່ມີຢູ່, ປັດຈຸບັນ ໄດ້ມີການສຸມໃສ່ການສະໜັບສະໜູນນະໂຍບາຍ ແລະ ລະບົບການສ້າງຄວາມເຂັ້ມແຂງສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ການປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ແມ່ນນໍາພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກລັດຖະບານອົສຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ.ແຜນງານແມ່ນເປັນແບບຢ່າງທີ່ດີຂອງການຮ່ວມມືລະຫວ່າງບັນດາກົມທີ່ກ່ຽວຂ້ອງຂອງ ສສກ. ຄະນະປະຕິບັດງານດ້ານວິຊາການມາດຕະຖານການສອນຊັ້ນປະຖົມສຶກສາທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2022 ແມ່ນລວມມີຜູ້ຕາງໜ້າຈາກ ກົມສ້າງຄູ, ກົມສາມັນສຶກສາ, ກົມປະກັນຄຸນນະພາບການສຶກສາ, ກົມຈັດຕັ້ງ ແລະ ພະນັກງານ ແລະ ວິທະຍາໄລຄູ 8 ແຫ່ງ.
ມາດຕະຖານການສອນຊັ້ນປະຖົມສຶກສາ ສະບັບປັບປຸງນີ້ ລວມມີ 4 ຂີດຄວາມສາມາດຫຼັກທີ່ຄູສອນຄວນສະແດງໃຫ້ເຫັນໃນສາມລະດັບຄວາມຊຳນານ, ທ່ານ ເກດ ພັນລັກ ໄດ້ກ່າວຕື່ມວ່າ: ມາດຕະຖານດັ່ງກ່າວ ແມ່ນເຄື່ອງມືຫຼັກໃນການຮັບປະກັນຄຸນນະພາບຂອງລະບົບການສຶກສາຂອງຄູ ແລະ ເພື່ອຮັບປະກັນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຊັ້ນປະຖົມໃຫ້ມີປະສິດທິພາບ ແລະ ມີຄວາມແທດເໝາະກັບຄູສອນຊັ້ນປະຖົມສຶກສາ ແລະ  ຈະຖືກນໍາໃຊ້ໃນຫຼາຍດ້ານທີ່ເຊື່ອມຕໍ່ກັບກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ຈະຊ່ວຍໃຫ້ຄໍາແນະນໍາທີ່ຊັດເຈນສໍາລັບຜູ້ທີ່ອອກແບບ ແລະ ສະໜອງການສະໜັບສະໜູນ CPD ສໍາລັບຄູສອນ ເພື່ອໃຫ້ສອດຄ່ອງກັບຄວາມຮູ້, ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການ ເພື່ອປັບປຸງຜົນການຮຽນຂອງນັກຮຽນ. ຄູສອນຈະສາມາດນໍາໃຊ້ມາດຕະຖານດັ່ງກ່າວ ເພື່ອສະໜັບສະໜູນການພັດທະນາວິຊາຊີບຂອງຕົນເອງ ເພາະວ່າເຂົາເຈົ້າມີສ່ວນຮ່ວມໃນການປະເມີນຕົນເອງຢ່າງຕໍ່ເນື່ອງ ແລະ ການກໍານົດເປົ້າໝາຍສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງເຂົາເຈົ້າ ແລະ ເປັນຊັບພະຍາກອນທີ່ສໍາຄັນສໍາລັບການຮັບ
ປະກັນຄຸນນະພາບຂອງຄູທີ່ຮຽນຈົບໃໝ່. ວິທະຍາໄລຄູ ຈະໄດ້ຮັບການຊຸກຍູ້ໃຫ້ນໍາໃຊ້ມາດຕະຖານດັ່ງກ່າວ ເພື່ອປະເມີນການປະຕິບັດຂອງນັກຮຽນຂອງພວກເຂົາ ແລະ ກໍານົດວ່າ ພວກເຂົາເຈົ້າມີລະດັບຄວາມຊຳນານລະບຸໄວ້ໃນມາດຕະຖານໃນເວລາຮຽນຈົບ ແລະ ກາຍເປັນຄູ. ມາດຖະຖານດັ່ງກ່າວ, ຍັງສອດຄ່ອງໃນຂະບວນການປະເມີນອື່ນໆອີກ ເຊັ່ນ: ການປະເມີນຜົນການປະຕິບັດໜ້າທີ່ ແລະ ສິ່ງຈູງໃຈຕໍ່ການຂໍຕຳແໜ່ງວິຊາການຄູສອນວິຊາການ.
ຂ່າວ: ແຜນງານບີຄວາ